ໃນວັນທີ 02 ກຸມພາ 2018, ທີ່ ກະຊວງການຕ່າງປະເທດ, ທ່ານ ແສງເພັດ ຮຸ່ງບຸນຍວງ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ,ໄດ້ຕ້ອນຮັບການເຂົ້າຢ້ຽມອຳລາຂອງ ທ່ານ ນາງ ຊາລອດ ໂລເຊັນ (Charlotte Laursen), ເອກອັກຄະລັດຖະທູດ ແຫ່ງ ຣາຊະອານາຈັກ ດານມາກ ປະຈໍາ ສປປ ລາວ, ໃນໂອກາດສຳເລັດການປະຕິບັດໜ້າທີ່ການທູດຢູ່ ສປປ ລາວ, ແຕ່ວັນທີ 14 ກັນຍາ ປີ 2015-2018.
ໃນໂອກາດນີ້, ທ່ານຮອງລັດຖະມົນຕີ ແສງເພັດ ຮຸ່ງບຸນຍວງ ໄດ້ສະແດງຄວາມຊົມເຊີຍຕໍ່ ທ່ານທູດ ທີ່ໄດ້ສຳເລັດການປະຕິບັດໜ້າທີ່ການທູດອັນມີກຽດຢ່າງຈົບງາມ ຕະຫຼອດໄລຍະເວລາທີ່ດຳລົງຕຳແໜ່ງເປັນເອກອັກຄະລັດຖະທູດ ດານມາກ ປະຈຳ ສປປ ລາວ, ເຊິ່ງໄດ້ມີຄວາມພະຍາຍາມ ແລະ ເອົາໃຈໃສ່ເປັນຢ່າງສູງໃນການຊຸກຍູ້ເສີມສ້າງສາຍພົວພັນມິດຕະພາບ ແລະ ການຮ່ວມມື ລະຫວ່າງ ສອງປະເທດ ລາວ-ດານມາກ ໃຫ້ນັບມື້ນັບສູງຂຶ້ນ, ເຊິ່ງໃນນັ້ນ ກໍ່ມີການຢ້ຽມຢາມລາວ ໃນເດືອນມັງກອນ 2017 ຂອງ ເຈົ້າຊາຍ ເຮນຣິກ, ສາມີຂອງພະລາຊີນີ ມາກາເຣັດ II ແຫ່ງ ດານມາກ. ພ້ອມດຽວກັນນີ້, ທ່ານຮອງລັດຖະມົນຕີກະຊວງການຕ່າງປະເທດ ຍັງໄດ້ສະແດງຄວາມຂອບໃຈ ແລະຕີລາຄາສູງຕໍ່ການຊ່ວຍເຫຼືອອັນລ້ຳຄ່າຂອງລັດຖະບານ ແລະ ປະຊາຊົນ ດານມາກ ທີ່ໄດ້ໃຫ້ແກ່ ສປປ ລາວ ຕະຫຼອດໄລຍະຜ່ານມາ ທັງໃນຂອບສອງຝ່າຍ ແລະ ຫຼາຍຝ່າຍ, ເປັນຕົ້ນແມ່ນ ໃນຂົງເຂດວຽກງານການຮັກສາຊັບພະຍາກອນ ທຳມະຊາດ ແລະ ສິ່ງແວດລ້ອມ, ສາທາລະນະສຸກ, ການສຶກສາ, ອຸດສາຫະກຳ, ປ່າໄມ້ ແລະ ໂຄງການເກັບກູ້ລະເບີດ, ພ້ອມທັງສະເໜີໃຫ້ ດານມາກ ພິຈາລະນາ ເພີ່ມທະວີການຊ່ວຍເຫຼືອສະໜັບສະໜູນໃຫ້ແກ່ ສປປ ລາວ ຕື່ມໃນຂະ ແໜງການເກັບກູ້ລະເບີດ ທີ່ຍັງບໍ່ທັນແຕກ ທີ່ໄດ້ຕົກຄ້າງໃນສະໄໝປາງສົງຄາມ, ການຄຸ້ມຄອງສິ່ງແວດລ້ອມ ແລະ ຂະ ແໜງການຕ່າງໆ ທີ່ ດານມາກ ມີທ່າແຮງ, ພ້ອມທັງຊີ້ແຈງໃຫ້ເຫັນວ່າ ສປປ ລາວ ມີຄວາມຕ້ອງການການຊ່ວຍເຫຼືອຈາກ ເພື່ອນມິດຕ່າງໆ ເພື່ອນຳເອົາປະເທດອອກຈາກ ສະຖານະພາບດ້ອຍພັດທະນາໃນປີ 2020, ພ້ອມທັງສະເໜີໃຫ້ສອງຝ່າຍ ມີການແລກປ່ຽນການຢ້ຽມຢາມຂອງຄະນະຜູ້ແທນ ໃຫ້ນັບມື້ນັບຫຼາຍຂຶ້ນ.
ໃນໂອກາດດຽວກັນ, ທ່ານທູດດານມາກ ກໍ່ໄດ້ສະແດງຄວາມຂອບໃຈຢ່າງສູງຕໍ່ການຕ້ອນຮັບອັນອົບອຸ່ນຂອງ ທ່ານຮອງລັດຖະມົນຕີກະຊວງການຕ່າງປະເທດ ໃນຄັ້ງນີ້ ແລະ ສະແດງຄວາມຂອບໃຈຕໍ່ ລັດຖະບານ ແລະ ປະຊາຊົນລາວກໍ່ຄືກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ທີ່ໄດ້ໃຫ້ການຮ່ວມມື, ສະໜັບສະໜູນຊ່ວຍເຫຼືອ ແລະ ອໍານວຍຄວາມສະດວກເປັນຢ່າງດີຕະຫຼອດໄລຍະການປະຕິບັດໜ້າທີ່ການທູດຢູ່ ສປປ ລາວ ໃນຄັ້ງນີ້ຈົນໄດ້ຮັບຜົນສໍາເລັດອັນຈົບງາມ. ພ້ອມກັນນັ້ນ, ທ່ານທູດ ຍັງໄດ້ສະແດງຄວາມຊົມເຊີຍຕໍ່ຜົນສຳເລັດການເປັນປະທານຈັດກອງປະຊຸມສຸດຍອດອາຊຽນຂອງ ສປປ ລາວ ໃນປີ 2016 ແລະ ຜົນສຳເລັດໃນການສ້າງສາພັດທະນາປະເທດຊາດ ໃນໄລຍະຜ່ານມາ.
ໃນຕອນທ້າຍ, ທ່ານແສງເພັດ ຮຸ່ງບຸນຍວງ ກໍໄດ້ອວຍພອນໃຫ້ ທ່ານທູດຈົ່ງເດີນທາງກັບຄືນປະເທດດ້ວຍຄວາມສະຫວັດດີພາບ ແລະປະສົບຜົນສຳເລັດໃນການປະຕິບັດໜ້າທີ່ອັນໃໝ່ຂອງທ່ານ.
ສປປ ລາວ ແລະ ຣາຊະອານາຈັກ ດານມາກ ໄດ້ສ້າງຕັ້ງສາຍພົວພັນການທູດນຳກັນ ໃນວັນທີ 01 ພະຈິກ 1956, ໂດຍມີສຳນັກງານສະຖານທູດ ດານມາກ ປະຈຳລາວ ຕັ້ງຢູ່ ນະຄອນຫຼວງ ຮ່າໂນ້ຍ, ສສ ຫວຽດນາມ.