ໃນຕອນເຊົ້າຂອງວັນທີ 15 ມີນາ 2018, ທີ່ ກະຊວງການຕ່າງປະເທດ, ທ່ານ ແສງເພັດ ຮຸ່ງບຸນຍວງ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ໄດ້ຮັບຕ້ອນການເຂົ້າພົບປະຂອງ ທ່ານ Adama OUANE, ຜູ້ບໍລິຫານຂອງອົງການຟຣັງໂກໂຟນີສາກົນ ຫຼື ອົງການ OIF, ພ້ອມດ້ວຍຄະນະ ຊຶ່ງເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ, ໃນວັນທີ 14 – 15 ມີນາ 2018.
ໃນການເຂົ້າພົບປະດັ່ງກ່າວ, ທ່ານ ແສງເພັດ ຮຸ່ງບຸນຍວງ ໄດ້ກ່າວສະແດງຄວາມຍິນດີຕ້ອນຮັບຢ່າງອົບອຸ່ນຕໍ່ການມາຢ້ຽມຢາມຂອງຄະນະຜູ້ແທນຂັ້ນສູງດັ່ງກ່າວ, ໂດຍສະເພາະ ທ່ານ Adama OUANE, ທີ່ມາຢ້ຽມຢາມ ສປປ ລາວເປັນຄັ້ງທຳອິດ ພາຍຫຼັງທີ່ໄດ້ຮັບຕຳແໜ່ງເປັນຜູ້ບໍລິຫານຂອງອົງການຟຣັງໂກໂຟນີສາກົນ ໃນປີ 2015. ພ້ອມດຽວກັນນັ້ນ, ທ່ານ ຍັງໄດ້ສະແດງຄວາມຂອບໃຈ ຕໍ່ອົງການຟຣັງໂກໂຟນີສາກົນ ທີ່ໄດ້ໃຫ້ການຊ່ວຍເຫຼືອແກ່ ສປປ ລາວ ໃນດ້ານຕ່າງໆ ພ້ອມທັງໄດ້ຕີລາຄາສູງຕໍ່ການພົວພັນຮ່ວມມືທີ່ດີ ລະຫວ່າງ ສປປ ລາວ ແລະ ອົງການ OIF ຕະຫຼອດໄລຍະທີ່ຜ່ານມາ, ໂດຍສະເພາະການມາຢ້ຽມຢາມຂອງທ່ານຜູ້ບໍລິຫານອົງການ OIF, ຊຶ່ງສະແດງເຖິງຄວາມໝາຍສໍາຄັນຂອງການພົວພັນຮ່ວມມື ລະຫວ່າງ ສປປ ລາວ ແລະ ອົງການດັ່ງກ່າວ. ໃນໂອກາດດັ່ງກ່າວ, ທ່ານຮອງລັດຖະມົນຕີ ຍັງໄດ້ແຈ້ງສະພາບການນຳໃຊ້ພາສາຝຣັ່ງ ກໍຄືຄວາມຕ້ອງການຂອງ ສປປ ລາວ ທາງດ້ານບຸກຄະລາກອນທີ່ສາມາດສື່ສານເປັນພາສາຝຣັ່ງ, ໂດຍສະເພາະໃນຂົງເຂດວຽກງານພົວພັນຕ່າງປະເທດ.
ໃນໂອກາດດຽວກັນ, ທ່ານ ຜູ້ບໍລິຫານຂອງອົງການ OIF ກໍໄດ້ສະແດງຄວາມຂອບໃຈຢ່າງສູງຕໍ່ການຕ້ອນຮັບຢ່າງອົບອຸ່ນຂອງ ທ່ານ ແສງເພັດ ຮຸ່ງບຸນຍວງ ແລະ ລັດຖະບານລາວ ໃນໂອກາດມາເຄື່ອນໄຫວຢ້ຽມຢາມ ສປປ ລາວ ຂອງ ຄະນະຜູ້ແທນ OIF ໃນຄັ້ງນີ້. ພ້ອມດຽວກັນນັ້ນ, ກໍໄດ້ແຈ້ງໃຫ້ຊາບ ກ່ຽວກັບການເຄື່ອນໄຫວຕ່າງໆ ໃນໄລຍະຂອງການມາຢ້ຽມຢາມ ສປປ ລາວ ໃນຄັ້ງນີ້.ໃນໂອກາດການພົບປະດັ່ງກ່າວ, ທ່ານຍັງໄດ້ສະແດງຄວາມຍິນດີທີ່ຈະສືບຕໍ່ສົ່ງເສີມການພົວພັນຮ່ວມມື ລະຫວ່າງ ອົງການ OIF ແລະ ສປປ ລາວ, ລວມທັງການສົ່ງເສີມການຮ່ວມມືລະຫວ່າງ ສປປ ລາວ ແລະ ບັນດາປະເທດສະມາຊິກອື່ນໆຂອງອົງການດັ່ງກ່າວ ອີກດ້ວຍ.
ການເດີນທາງມາເຄື່ອນໄຫວຢ້ຽມຢາມ ຂອງຄະນະຜູ້ແທນຂັ້ນສູງຂອງອົງການ OIF ດັ່ງກ່າວ ຢູ່ໃນພາກພື້ນອາຊີ-ປາຊີຟິກ ແມ່ນເປັນໂອກາດດີ ແລະ ເປັນຂີດໝາຍສຳຄັນ ເພື່ອສົ່ງເສີມການພົວພັນຮ່ວມມື ໃນໄລຍະທີ່ບັນດາປະເທດສະມາຊິກ ໃນພາກພື້ນດັ່ງກ່າວ ກໍຄືໃນພາກພື້ນອື່ນໆ ພວມກະກຽມຈັດພິທີທາງການ ແລະ ກິດຈະກຳ ເພື່ອສະເຫຼີມສະຫຼອງວັນຟຣັງໂກໂຟນີສາກົນ 20 ມີນາ ປະຈຳປີ 2018.