ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ກິດຈະກໍາສັບປະດາ ແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ເພື່ອເປັນການສະເຫຼີມສະຫຼອງວັນສ້າງຕັ້ງການຮ່ວມມື ແມ່ນໍ້ຂອງ-ແມ່ນໍ້າລ້ານຊ້າງ ຄົບຮອບ 2 ປີ

mlc a1

mlc a2

mlc a3

mlc a4

    ໃນຕອນບ່າຍຂອງວັນທີ 23 ມີນາ 2018, ກົມເສດຖະກິດ, ກະຊວງການຕ່າງປະເທດ, ໃນນາມກອງເລຂາແຫ່ງຊາດແມ່ນໍ້ຂອງ-ແມ່ນໍ້າລ້ານຊ້າງ ຮ່ວມກັບ ສະຖານເອກອັກຄະລັດຖະທູດສາທາລະນະລັດປະຊາຊົນຈີນ ປະຈໍາ ສປປ ລາວ ແລະ ສະຖານທູດປະເທດແມ່ນໍ້າຂອງ ປະຈໍາ ສປປ ລາວ ໄດ້ຈັດກິດຈະກໍາສັບປະດາ ແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ຂຶ້ນ ທີ່ ໂຮງແຮມ ດອນຈັນພາເລດ. ໃຫ້ກຽດກ່າວເປີດໂດຍ ທ່ານ ທອງຜ່ານ ສະຫວັນເພັດ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ແລະ ທ່ານ ຫວາງ  ເວີນ ທຽນ ເອກອັກຄະລັດຖະທູດແຫ່ງ ສປ ຈີນ ປະຈໍາລາວ. ໂດຍມີຜູ້ຕາງໜ້າຈາກບັນດາສະຖານທູດຂອງປະເທດສະມາຊິກ ແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ (ກໍາປູເຈຍ, ຈີນ, ມຽນມາ, ໄທ, ຫວຽດນາມ), ຜູ້ຕາງໜ້າຈາກສະຖານທູດອາຊຽນ ແລະ ຜູ້ຕາງໜ້າຈາກປະເທດຄູ່ຮ່ວມພັດທະນາແມ່ນໍ້າຂອງ (ຍີ່ປຸ່ນ, ສ.ເກົາຫຼີ, ອິນເດຍ, ອາເມລິກາ), ຜູ້ຕາງໜ້າຈາກສະຖານທູດລັດເຊຍ, ອົດສະຕາລີ, ບັນດານັກທຸລະກິດ ແລະ ສະມາຄົມຕ່າງໆຂອງຊາວຈີນ ທີ່ ນະຄອນຫຼວງວຽງຈັນ ແລະ ບັນດາກະຊວງຂະແໜງການກ່ຽວຂ້ອງຂອງລາວ ປະມານ 250 ທ່ານ.

ຈຸດປະສົງ ກໍ່ເພື່ອເປັນການສືບຕໍ່ຈັດຕັ້ງປະຕິບັດຜົນຂອງກອງປະຊຸມຜູ້ນໍາ ແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ຄັ້ງທີ 2 ແລະ ທັງເປັນການສະເຫຼີມສະຫຼອງວັນສ້າງຕັ້ງຂອບການຮ່ວມມື ແມ່ນໍ້ຂອງ-ແມ່ນໍ້າລ້ານຊ້າງ ຄົບຮອບ 2 ປີ, ເພື່ອເຜີຍແຜ່ຄວາມຮູ້ກ່ຽວກັບ ຂອບການຮ່ວມມື ແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ໃຫ້ແກ່ບັນດາກະຊວງຂະແໜງການ, ສະຖາບັນຄົ້ນຄວ້າ, ສື່ມວນຊົນ, ແລະ ແຂກຜູ້ເຂົ້າຮ່ວມ ໄດ້ຮັບຮູ້ ແລະ ເຂົ້າໃຈກ່ຽວກັບ ຂອບການຮ່ວມດັ່ງກ່າວນີ້ໃຫ້ກວ້າງຂວາງ ແລະ ເລິກເຊິ່ງຂຶ້ນຕື່ມ. ນອກຈາກນີ້, ຍັງເປັນການເພີ່ມທະວີຮັດແໜ້ນການພົວພັນຮ່ວມມື ແລະ ແລກປ່ຽນວັດທະນະທໍາລະຫວ່າງບັນດາປະເທດສະມາຊິກແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ.

ໃນງານກິດຈະກໍາສັບປະດາ MLC ນີ້ປະກອບດ້ວຍ 4 ກິດຈະກໍາຄື: ພິທີປະຖະກະຖາ ກ່ຽວກັບ ຂອບການຮ່ວມມືແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ, ງານວາງສະແດງຮູບພາບ ກ່ຽວກັບປະຫວັດຄວາມເປັນມາ ແລະ ກິດຈະກໍາການເຄື່ອນໄຫວການຮ່ວມມື ຂອງຂອບການຮ່ວມມືແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ, ງານວາງສະແດງເຄື່ອງຫັດຖະກໍາ ແລະ ງານເທດສະການອາຫານຂອງບັນດາປະເທດສະມາຊິກ ຂອບການຮ່ວມມື ແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ. ໃນໂອກາດດັ່ງກ່າວ, ນອກຈາກຈະໄດ້ຢ້ຽມຊົມງານວາງສະແດງເຄື່ອງຫັດຖະກໍາ ແລະ ຮູບພາບແລ້ວ ຜູ້ເຂົ້າຮ່ວມຍັງໄດ້ຊິມອາຫານຂອງບັນດາປະເທດສະມາຊິກແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ໂດຍບໍ່ໄດ້ເສຍຄ່າໃດໆ.

ແຈ້ງການ

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
486902
ມື້ນີ້138
ມື້ວານ157
ອາທິດນີ້564
ເດືອນນີ້295