ກອງປະຊຸມຖອດຖອນບົດຮຽນ ລະຫວ່າງ ຄະນະວິຊາການປະສົມສູນກາງ ແລະ ໜ່ວຍວິຊາການປະສົມແຂວງບໍລິຄໍາໄຊ ກ່ຽວກັບ ການຈັດຕັ້ງປະຕິບັດຂໍ້ຕົກລົງ ລະຫວ່າງ ລັດຖະບານ ແຫ່ງ ສປປ ລາວ ແລະ ສສ ຫວຽດນາມ ວ່າດ້ວຍ ການແກ້ໄຂບັນຫາຜູ້ຍົກຍ້າຍຕັ້ງພູມລໍາເນົາຕາມລໍາພັງໃຈ ແລະ ສ້າງຄອບຄົວບໍ່ຖືກລະບຽບຢູ່ຕາມບໍລີເວນຊາຍແດນ ລາວ-ຫວຽດນາມ ໄດ້ຈັດຂຶ້ນໃນວັນທີ 26 ເມສາ 2018, ທີ່ເມືອງປາກຊັນ, ແຂວງບໍລິຄໍາໄຊ ໂດຍການເປັນປະທານຮ່ວມຂອງ ທ່ານ ແສງເພັດ ຮຸ່ງບຸນຍວງ, ຮອງລັດຖະມົນກະຊວງການຕ່າງປະເທດ ແລະ ທ່ານ ບຸນມາ ບຸຈະເລີນ, ຮອງເຈົ້າແຂວງ-ແຂວງບໍລິຄໍາໄຊ; ມີບັນດາຜູ້ຕາງໜ້າຈາກພາກສ່ວນທີ່ກ່ຽວຂ້ອງຂອງຄະນະວິຊາການປະສົມຈັດຕັ້ງປະຕິບັດຂໍ້ຕົກລົງ, ໜ່ວຍວິຊາການປະສົມຈັດຕັ້ງປະຕິບັດຂໍ້ຕົກລົງຂັ້ນແຂວງ, ເຈົ້າເມືອງ-ເມືອງຄໍາເກີດ, ເມືອງວຽງທອງ, ເມືອງບໍລິຄັນ ແລະ ພະແນກການຕ່າງໆທີ່ກ່ຽວຂ້ອງຈາກແຂວງ ເຂົ້າຮ່ວມກອງປະຊຸມຢ່າງພ້ອມພຽງ.
ກອງປະຊຸມຄັ້ງນີ້, ໄດ້ຮ່ວມກັນສະຫຼຸບ ແລະ ຖອດຖອນບົດຮຽນ ກ່ຽວກັບ ຄວາມຄືບໜ້າ, ຂໍ້ສະດວກ ແລະ ຂໍ້ຫຍຸ້ງຍາກໃນການຈັດຕັ້ງປະຕິບັດຂໍ້ຕົກລົງດັ່ງກ່າວໃນໄລຍະຜ່ານມາ, ໂດຍສະເພາະການຈັດຕັ້ງປະຕິບັດຂໍ້ຕົກລົງຂອງໜ່ວຍວິຊາການປະສົມແຂວງບໍລິຄໍາໄຊ ຊຶ່ງສັງເກດຕີລາຄາໄດ້ດັ່ງນີ້: ຜ່ານມາໜ່ວຍວິຊາການຈັດຕັ້ງປະຕິບັດຂໍ້ຕົກລົງຂອງແຂວງໄດ້ເອົາໃຈໃສ່ຢ່າງຕັ້ງໜ້າໃນການເກັບກໍາຂໍ້ມູນທັງຝ່າຍດຽວ ແລະ ສອງຝ່າຍຮ່ວມກັບແຂວງເຫງະອານ ແລະ ໄດ້ແກ້ໄຂຜູ້ຍົກຍ້າຍຕັ້ງພູມລໍາເນົາຈໍານວນ 31 ຄອບຄົວ, ຈໍານວນ 244 ຄົນໃຫ້ເຂົ້າເປັນພົນລະເມືອງລາວຕາມເງື່ອນໄຂທີ່ໄດ້ກໍານົດໄວ້ໃນຂໍ້ຕົກລົງ ລະຫວ່າງ ລັດຖະບານ ສປປ ລາວ ແລະ ສສ ຫວຽດນາມ. ແຕ່ເຖິງຢ່າງໃດກໍຕາມ, ບັນຫາຄົງຄ້າງທີ່ຈະຕ້ອງໄດ້ຮັບການແກ້ໄຂໃນຕໍ່ໜ້າແມ່ນຂອດການປະສານງານ ລະຫວ່າງ ພາກສ່ວນກ່ຽວຂ້ອງຂອງສູນກາງ, ແຂວງ, ເມືອງ ແລະ ບ້ານ. ສໍາລັບທິດທາງແຜນການໃນຕໍ່ໜ້າ, ທ່ານ ແສງເພັດ ຮຸ່ງບຸນຍວງ, ຮອງລັດຖະມົນກະຊວງການຕ່າງປະເທດ ໄດ້ມີຄໍາເຫັນແນະນໍາໃຫ້ຜູ້ຕາງໜ້າທີ່ເຂົ້າຮ່ວມກອງປະຊຸມຄັ້ງນີ້ຈົ່ງພ້ອມກັນເອົາໃຈໃສ່ຢ່າງຕັ້ງໜ້າ ແລະ ດ້ວຍຄວາມຮັບຜິດຊອບສູງໃນການປະຕິບັດໜ້າທີ່ການເມືອງຂອງຕົນ ເພື່ອເຮັດໃຫ້ການຈັດຕັ້ງປະຕິບັດຂໍ້ຕົກລົງສໍາເລັດຕາມແຜນການທີ່ໄດ້ວາງໄວ້; ໃຫ້ອໍານາດການປົກຄອງທຸກຂັ້ນນັບແຕ່ສູນກາງຮອດທ້ອງຖິ່ນຈົ່ງເພີ່ມທະວີການປະສານສົມທົບກັນໃຫ້ແໜ້ນແຟ້ນ; ບັນດາເມືອງທີ່ກ່ຽວຂ້ອງຕ້ອງເອົາໃຈໃສ່ເຮັດວຽກງານການເມືອງແນວຄິດໃຫ້ອໍານາດການປົກຄອງບ້ານ ແລະ ຜູ້ຊົງຄຸນວຸດທິ ຮັບຮູ້ ແລະ ເຂົ້າໃຈຢ່າງເລິກເຊິ່ງກ່ຽວກັບການຈັດຕັ້ງປະຕິບັດຂໍ້ຕົກລົງ ເພື່ອເຮັດໃຫ້ການປົກປັກຮັກສາຄວາມສະຫງົບ ແລະ ຄວາມເປັນລະບຽບຮຽບຮ້ອຍໄດ້ຮັບຜົນດີ, ນອກຈາກນັ້ນ, ທ່ານ ຍັງໄດ້ເນັ້ນໃຫ້ພາກສ່ວນທີ່ກ່ຽວຂ້ອງຂອງອໍານາດການປົກຄອງແຂວງ ແລະ ເມືອງ ຈົ່ງພ້ອມກັນເອົາໃຈໃສ່ຈັດຕັ້ງປະຕິບັດລະບຽບກົດໝາຍຂອງ ສປປ ລາວ ຢ່າງເຂັ້ມງວດ ເພື່ອສະກັດກັ້ນໃຫ້ບັນຫາການຍົກຍ້າຍຕັ້ງພູມລໍາເນົາຕາມລໍາພັງໃຈ ແລະ ສ້າງຄອບຄົວບໍ່ຖືກລະບຽບຢູ່ຕາມບໍລິເວນຊາຍແດນ ລາວ-ຫວຽດນາມ ໃຫ້ນັບມື້ຫຼຸດໜ້ອຍຖອຍລົງ.