ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ກະຊວງການຕ່າງປະເທດ ສ້າງຂະບວນການ ປູກຕົ້ນໄມ້ ຕ້ອນຮັບ ວັນປູກຕົ້ນໄມ້ແຫ່ງຊາດ

ml plant1

ml plant2

ml plant3

ໃນທ່າມກາງບັນຍາກາດທີ່ພາກລັດ, ພາກທຸລະກິດ ແລະ ປະຊາຊົນ ກຳລັງຈັດຕັ້ງການປູກຕົ້ນໄມ້ເພື່ອສະເຫຼີມສະຫຼອງວັນປູກຕົ້ນໄມ້ແຫ່ງຊາດ ວັນທີ 1 ມິຖຸນາ ແລະ ວັນເດັກນ້ອຍສາກົນ.ໃນຕອນເຊົ້າຂອງວັນທີ 01 ມິຖຸນາ 2018, ຢູ່ບໍລິເວນຫໍພັກຂອງພະນັກງານກະຊວງການຕ່າງປະເທດ, ທີ່ ບ້ານວຽງແກ້ວ, ເມືອງໄຊທານີ, ນະຄອນຫຼວງວຽງຈັນ, ກະຊວງການຕ່າງປະເທດ ໄດ້ສ້າງຂະບວນການປູກຕົ້ນໄມ້ຂຶ້ນໂດຍການເຂົ້າຮ່ວມຂອງບັນດາທ່ານໃນຄະນະພັກ, ຄະນະນຳກະຊວງ ແລະພະນັກງານລັດຖະກອນພາຍໃນກະຊວງການຕ່າງປະເທດ ເຂົ້າຮ່ວມຢ່າງພ້ອມພຽງ.

ການຈັດຕັ້ງກິດຈະກຳປູກຕົ້ນໄມ້ຄັ້ງນີ້ແມ່ນເພື່ອເປັນການສ້າງບັນຍາກາດແຫ່ງຄວາມສາມັກຄີມິດຕະພາບ ລະຫວ່າງ ພະນັກງານຂອງກະຊວງການຕ່າງປະເທດ ທັງເປັນການປະກອບສ່ວນເຮັດໃຫ້ການຟື້ນຟູພື້ນທີ່ດັ່ງກ່າວ ໃຫ້ກາຍເປັນພື້ນທີ່ສີຂຽວ ເພີ່ມຄວາມອຸດົມສົບູນໃຫ້ແກ່ທຳມະຊາດ ແລະ ເປັນການປະກອບສ່ວນຈັດຕັ້ງປະຕິບັດຄາດ   ໝາຍດ້ານສິ່ງແວດລ້ອມ ທີ່ກອງປະຊຸມໃຫຍ່ ຄັ້ງທີ X ຂອງພັກວາງອອກ ແລະ ຍຸດທະສາດພັດທະນາປ່າໄມ້ ແຕ່ນີ້ຮອດປີ 2020 ແລະ ເພີ່ມທະວີຄວາມປົກຫຸ້ມປ່າໃຫ້ໄດ້ 70% ເພື່ອປົກປັກຮັກສາ ແລະ ພັດທະນາຊັບພະຍາກອນທຳມະຊາດ, ສິ່ງແວດລ້ອມໃຫ້ມີຄວາມອຸດົມສົມບູນ, ກາຍເປັນອົງປະກອບທີ່ສຳຄັນ ໃນໂຄງປະກອບເສດຖະກິດແຫ່ງຊາດ ແລະທັງເປັນການປະຕິບັດຄຳຂວັນ ສີຂຽວ ຂອງອຳນາດການປົກຄອງນະຄອນຫຼວງວຽງຈັນວາງອອກ.

ພ້ອມກັນນັ້ນ, ຄະນະທີ່ເຂົ້າຮ່ວມປູກຕົ້ນໄມ້ຄັ້ງນີ້ຍັງໄດ້ບົວລະບັດຕົ້ນໄມ້ທີ່ປູກແລ້ວໃນປີຜ່ານມາ ແລະ ໄດ້ປູກເບ້ຍໄມ້ໃໝ່ທົດແທນຄືນຕົ້ນທີ່ຕາຍໄປ ເພື່ອເຮັດໃຫ້ຕົ້ນໄມ້ໃຫຍ່ສູງ ແລະ ງົດງາມໃນເນື້ອທີ່ດິນທີ່ກຳນົດໄວ້ໃຫ້ເປັນພື້ນທີ່ສີຂຽວໃນບໍລິເວນຫໍພັກຂອງກະຊວງການຕ່າງປະເທດ.

ແຈ້ງການ

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
485934
ມື້ນີ້65
ມື້ວານ168
ອາທິດນີ້970
ເດືອນນີ້5239