ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ຄະນະຜູ້ແທນລາວ ເຂົ້າຮ່ວມກອງປະຊຸມປຶກສາຫາລື ອາຊຽນ-ສ. ເກົາຫຼີ ຄັ້ງທີ 22

 

ASEAN-ROK22-2

 

ທ່ານ ທອງຜ່ານ ສະຫວັນເພັດ, ອງລັດຖະມົນຕີກະຊວງກາຕ່າງປະເທດ ທັງເປັນຫົວໜ້າເຈົ້າໜ້າທີ່ອາວຸໂສອາຊຽນຂອງ ລາວ ໄດ້ນຳພາຄະນະຜູ້ແທນລາວ ເຂົ້າຮ່ວມກອງປະຊຸມປຶກສາຫາລື ອາຊຽນ-ສ. ​ເກົາຫຼີ ຄັ້ງທີ22, ຊຶ່ງໄດ້ຈັດຂຶ້ນໃນວັນທີ 20-21 ມິຖຸນາ 2018 ທີ່​ ເຊ​ອູ​ນ, ສ. ​ເກົາຫຼີ, ພາຍໃຕ້ການເປັນປະທານຮ່ວມຂອງ ສ. ​ເກົາຫຼີ ແລະ ກຳປູ​ເຈຍ.

ກອງປະຊຸມ ໄດ້ທົບທວນຄືນການຮ່ວມມືອາຊຽນ-ສ.ເກົາຫຼີ ໃນໄລຍະປີຜ່ານມາ ພ້ອມທັງປຶກສາຫາລື ກ່ຽວກັບ ທິດທາງຮັດແໜ້ນການຮ່ວມມືໃນຕໍ່ໜ້າ, ໃນນັ້ນ ໄດ້ເຫັນດີສືບຕໍ່ຮັດແໜ້ນການຮ່ວມມືໃນຂົງເຂດຕ່າງໆ ເຊັ່ນ: ການຕ້ານອາຊະຍາກຳຂ້າມຊາດ, ການຄຸ້ມຄອງໄພພິບັດ​, ບັນຫາສິ່ງແວດລ້ອມ, ການຄ້າ ແລະ ການລົງທຶນ, ການພັດທະນາວິສາຫະກິດຂະໜາດນ້ອຍ ແລະ ກາງ, ການເຊື່ອມຈອດ, ການຮ່ວມມືດ້ານວັດທະນະທໍາ, ການທ່ອງທ່ຽວ, ແລະ ການໄປມາຫາສູ່ລະຫວ່າງປະຊາຊົນອາຊຽນ ແລະ ສ.ເກົາຫຼີ. ນອກນັ້ນ, ກອງປະຊຸມ ໄດ້ສະແດງຄວາມຍິນດີຕໍ່ຜົນສໍາເລັດຂອງການຈັດຕັ້ງຜັນຂະຫຍາຍປີແລກປ່ຽນວັດທະນະທຳ ອາຊຽນ-ສ. ເກົາຫຼີ ໃນປີ 2017 ຜ່ານມາ ດ້ວຍການຈັດກິດຈະກຳຕ່າງໆ ດ້ານວັດທະນະທຳ, ການແລກປ່ຽນຊາວໜຸ່ມ, ນັກສຶກສາ ແລະ ອື່ນໆ, ລວມທັງການເປີດເຮືອນວັດທະນະທຳອາຊຽນ ໃນວັນທີ 1 ກັນຍາ 2017 ຢູ່ ແຂວງປູຊານ, ສ. ເກົາຫຼີ. ພ້ອມນັ້ນ, ກອງປະຊຸມ ຍັງໄດ້ປຶກສາຫາລື ແລະ ກະກຽມດ້ານຕ່າງໆໃຫ້ແກ່ການຈັດກອງປະຊຸມລັດຖະມົນຕີຕ່າງປະເທດ ອາຊຽນ-ສ.ເກົາຫຼີ ໃນຕົ້ນເດືອນສິງຫາ 2018 ທີ່ ສິງກະໂປ.

ໃນໂອກາດນີ້, ກອງປະຊຸມ ຍັງໄດ້ແລກປ່ຽນຄວາມຄິດເຫັນ ກ່ຽວກັບ ບັນຫາພາກພື້ນ ແລະ ສາກົນທີ່ມີຄວາມສົນໃຈຮ່ວມກັນ, ລວມທັງສະພາບການຢູ່ແຫຼມເກົາຫຼີ.

ແຈ້ງການ

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
486046
ມື້ນີ້177
ມື້ວານ168
ອາທິດນີ້1082
ເດືອນນີ້5351