ໃນວັນທີ 31 ກໍລະກົດ 2018, ຫ້ອງການຄະນະກໍາມະການຊາຍແດນແຫ່ງຊາດ ໂດຍສົມທົບກັບກົມຈັດຕັ້ງ ແລະ ພະນັກງານ, ກະຊວງການຕ່າງປະເທດ ໄດ້ຈັດກອງປະຊຸມເຜີຍແຜ່ເຊື່ອມຊຶມມະຕິຄໍາສັ່ງຂອງກົມການເມືອງສູນກາງພັກ ແລະ ເອກະສານຊາຍແດນລາວກັບປະເທດໃກ້ຄຽງ ທີ່ ຫ້ອງວ່າການປົກຄອງເມືອງໂພນທອງ, ແຂວງຈໍາປາສັກ ໂດຍພາຍໃຕ້ການເປັນປະທານຂອງ ສະຫາຍ ແສງເພັດ ຮຸ່ງບຸນຍວງ, ຮອງເລຂາຄະນະບໍລິຫານງານພັກກະຊວງ, ຮອງລັດຖະມົນຕີກະຊວງການຕ່າງປະເທດ.
ເຂົ້າຮ່ວມໃນກອງປະຊຸມຮັບຟັງເຊື່ອມຊຶມຄັ້ງນີ້ລວມມີຄະນະພັກກົມຈັດຕັ້ງ ແລະ ພະນັກງານ, ຄະນະພັກຫ້ອງການຄະນະກໍາມະການຊາຍແດນແຫ່ງຊາດ, ສະມາຊິກພັກ ຕະຫຼອດເຖິງອ້າຍນ້ອງພະນັກງານທີ່ມາຈາກກອງສໍາຫຼວດ ແລະ ປັກຫຼັກໝາຍຊາຍແດນລາວ-ໄທ ແລະ ຊາຍແດນລາວ-ກໍາປູເຈຍ ລວມທັງໝົດ ຈໍານວນ 80 ກ່ວາສະຫາຍ.
ກອງປະຊຸມດັ່ງກ່າວໄດ້ດໍາເນີນໄປເປັນເວລາ 1 ວັນເຕັມ ເຊິ່ງສະຫາຍ ແສງເພັດ ຮຸ່ງບຸນຍວງ ໄດ້ໃຫ້ກຽດເຜີຍແຜ່ເນື້ອໃນຈິດໃຈຂອງມະຕິຄໍາສັ່ງຂອງກົມການເມືອງສູນກາງພັກ 4 ສະບັບ ແລະ ມະຕິກອງປະຊຸມຄົບຄະນະຂອງຄະນະບໍລິຫານງານສູນກາງພັກຄັ້ງທີ 6 ສະໄໝທີ X ຂອງພັກ ໂດຍໄດ້ໃຫ້ທິດຊີ້ນໍາເອົາໃຈໃສ່ຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດເນື້ອໃນຄໍາສັ່ງຂອງກົມການເມືອງສູນກາງພັກວ່າດ້ວຍການເພີ່ມທະວີການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ໃຫ້ຖືກຕ້ອງ, ສອດຄ່ອງ ແລະ ເປັນເອກະພາບກັນພາຍໃນໜ່ວຍພັກ ແລະ ຈຸພັກ, ແລະ ມາດຕະຖານຂອງພະນັກງານນໍາພາ-ຄຸ້ມຄອງແຕ່ລະຂັ້ນ ໃຫ້ເຂົ້າໃຈເປັນເອກະພາບກັນຢ່າງທົ່ວເຖິງ ເພື່ອຮັບປະກັນໃຫ້ການນໍາພາຂອງພັກສາມາດຕອບສະໜອງໄດ້ໜ້າທີ່ການເມືອງໃນເງື່ອນໄຂ ແລະ ສະພາບແວດລ້ອມໃໝ່ ໂດຍໃຫ້ມີການຫັນປ່ຽນຢ່າງຕັ້ງໜ້າ ແລະ ບຸກທະລຸ.
ການໂອ້ລົມຂອງສະຫາຍໃນຄັ້ງນີ້ໄດ້ສະທ້ອນໃຫ້ເຫັນພາບລວມຢ່າງຈະແຈ້ງ ຕໍ່ການຫັນເອົາເນື້ອໃນຈິດໃຈຂອງມະຕິດັ່ງກ່າວໄປຈັດຕັ້ງຜັນຂະຫຍາຍໃນວຽກງານຕົວຈິງ ກໍ່ຄືການຈັດຕັ້ງປະຕິບັດວຽກງານຂອງໜ່ວຍພັກຫ້ອງການຄະນະກໍາມະການຊາຍແດນແຫ່ງຊາດ ແລະ ບັນດາຈຸພັກທີ່ຂຶ້ນກັບ ຢ່າງມີຍຸດທະສາດ, ແຜນງານ ແລະ ໂຄງການລະອຽດ ເພື່ອຮັບປະກັນໃຫ້ການເຄື່ອນໄຫວວຽກງານຂອງໜ່ວຍພັກຫ້ອງການຄະນະກໍາມະການຊາຍແດນແຫ່ງຊາດດໍາເນີນໄປຢ່າງມີປະສິດພາບ-ປະສິດທິຜົນ ແລະ ສຳເລັດຕາມຄາດໝາຍທີ່ໄດ້ວາງໄວ້. ການເຜີຍແຜ່ດັ່ງກ່າວໄດ້ເຮັດໃຫ້ສະມາຊິກພັກ, ພະນັກງານພາຍໃນກອງສໍາຫຼວດ ແລະ ປັກຫຼັກໝາຍຊາຍແດນລາວ-ໄທ ແລະ ລາວ-ກໍາປູເຈຍ ສາມາດເຊື່ອມຊຶ່ມ ແລະ ກໍາແໜ້ນເນື້ອໃນມະຕິຄໍາສັ່ງຂອງຂັ້ນເທິງໄດ້ເລິກເຊິ່ງຂຶ້ນຕື່ມອີກ.
ພ້ອມກັນນີ້, ກໍ່ໄດ້ເຜີຍແຜ່ເອກະສານວຽກງານຊາຍແດນລາວກັບປະເທດໃກ້ຄຽງ ເຮັດໃຫ້ສະມາຊິກພັກ, ພະນັກງານພາຍໃນກອງສໍາຫຼວດ ແລະ ປັກຫຼັກໝາຍຊາຍແດນລາວ-ໄທ ແລະ ລາວ-ກໍາປູເຈຍ ຍັງໄດ້ເຂົ້າໃຈຢ່າງຈະແຈ້ງເຖິງສະພາບຄວາມເປັນຈິງກ່ຽວກັບຊາຍແດນລາວ-ກໍາປູເຈຍ ລວມທັງທິດຊີ້ນໍາ ແລະ ທິດທາງໃນການແກ້ໄຂບັນຫາໃນຕໍ່ໜ້າ ກ່ຽວກັບການແກ້ໄຂວຽກງານຊາຍແດນກັບປະເທດໃກ້ຄຽງ ໂດຍຕ້ອງໃຊ້ຄວາມພະຍາຍາມແກ້ໄຂບັນຫາໂດຍສັນຕິວິທີຕາມແນວທາງນະໂຍບາຍການຕ່າງປະເທດຂອງພັກຢ່າງສະເໝີຕົ້ນສະເໝີປາຍ.
ການລົງເຜີຍແຜ່ເອກະສານສໍາຄັນຂອງພັກໃນຄັ້ງນີ້ ໄດ້ສະແດງໃຫ້ເຫັນເຖິງຄວາມເອົາໃຈໃສ່ຂອງການນຳພັກ-ລັດ ຍາມໃດກໍ່ໄດ້ໃຫ້ຄວາມເປັນຫ່ວງເປັນໄຍ, ໃກ້ຊິດຕິດແທດ ແລະ ໃຫ້ການຊີ້ນຳ ນຳພາວຽກງານຊາຍແດນຢ່າງໃກ້ຊິດ ແລະ ທັນການ ໂດຍໄດ້ເສຍສະລະເວລາລົງເຄື່ອນໄຫວ ແລະ ໃຫ້ກຽດໂອ້ລົມອ້າຍນ້ອງພະນັກງານທີ່ປະຈໍາຢູ່ພາກສະໜາມ ຈົນເຮັດໃຫ້ສະມາຊິກພັກ ແລະ ອ້າຍນ້ອງພະນັກງານສາມາດກໍາໄດ້ທິດຊີ້ນໍາຂອງຂັ້ນເທິງໃນການຈັດຕັ້ງປະຕິບັດວຽກງານສໍາຫຼວດ, ປັກຫຼັກໝາຍຊາຍແດນ ແລະ ແກ້ໄຂຂໍ້ຂັດແຍ້ງຊາຍແດນກັບປະເທດເພື່ອນບ້ານໃນຕໍ່ໜ້າ.