ໃນລະຫວ່າງວັນທີ 23-25 ສິງຫາ 2018, ທ່ານ Mark Field ຮອງລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສະຫະຣາຊະອານາຈັກອັງກິດ ແລະ ອຽກລັງເໜືອ ພ້ອມດ້ວຍຄະນະ ໄດ້ເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ.
ໃນໄລຍະການຢ້ຽມຢາມດັ່ງກ່າວ, ທັງສອງຝ່າຍ ໄດ້ຮ່ວມກັນຈັດກອງປະຊຸມປຶກສາຫາລືທາງດ້ານການເມືອງ ລາວ-ອັງກິດ ຄັ້ງທີ 2 ໂດຍຕາງໜ້າຝ່າຍລາວ ແມ່ນທ່ານ ແສງເພັດ ຮຸ່ງບຸນຍວງ ຮອງລັດຖະມົນຕີ ກະຊວງການຕ່າງປະເທດ ແລະ ຝ່າຍອັງກິດ ແມ່ນທ່ານ Mark Field ຮອງລັດຖະມົນຕີກະຊວງການຕ່າງປະເທດອັງກິດ. ໃນກອງປະຊຸມ ທັງສອງຝ່າຍ ໄດ້ຮ່ວມກັນປຶກສາຫາລືກ່ຽວກັບ ການເສີມຂະຫຍາຍການພົວພັນຮ່ວມມື ລະຫວ່າງສອງປະເທດໃນຕໍ່ໜ້າ, ແລກປ່ຽນທັດສະນະຕໍ່ສະພາບການພົ້ນເດັ່ນຂອງພາກພື້ນ ແລະ ສາກົນ ທີ່ສອງຝ່າຍມີຄວາມສົນໃຈຮ່ວມກັນ.
ພາຍຫລັງສອງປະເທດ ລາວ-ອັງກິດ ໄດ້ສ້າງຕັ້ງສາຍພົວພັນການທູດ ມາແຕ່ປີ 1955 ອັງກິດ ໄດ້ໃຫ້ການຊ່ວຍເຫລືອແກ່ ສປປ ລາວ ທັງໃນຂອບສອງຝ່າຍ ແລະ ຫລາຍຝ່າຍ ເປັນຕົ້ນ ຂະແໜງສາທາລະນະສຸກ ຜ່ານອົງການ Welcome Trust Oxford University ມູນຄ່າ 1,3 ລ້ານໂດລາສະຫະລັດ, ຊ່ວຍຕິດຕັ້ງອຸປະກອນ ແລະ ຄົ້ນຄວ້າພະຍາດໃຫ້ໂຮງໝໍມະໂຫສົດ 4 ລ້ານໂດລາສະຫະລັດ, ທຶນການສຶກສາຜ່ານໂຄງການ Chevening ໃນປີ 2017 ຈຳນວນ 5 ທຶນ, ໂຄງການເກັບກູ້ລະເບີດ ຜ່ານອົງການ MAG ແລະ ອົງການ HALO TRUST ມູນຄ່າ 5 ລ້ານໂດລາສະຫະລັດ. ນອກນັ້ນ, ຍັງໄດ້ໃຫ້ການຊ່ວຍເຫລືອ ດ້ານການຝຶກອົບຮົມ ໃນຂະແໜງການຕ່າງໆ ອັນເປັນການປະກອບສ່ວນອັນສຳຄັນເຂົ້າ ໃນການສ້າງສາພັດທະນາ ສປປ ລາວ ໃຫ້ຫລຸດພົ້ນຈາກຄວາມທຸກຍາກ ກັບສູ່ ການພັດທະນາແບບຍືນຍົງເທື່ອລະກ້າວ.
ການຢ້ຽມຢາມຢ່າງເປັນທາງການຂອງ ທ່ານ Mark Field ເປັນຂີດໝາຍອັນສຳຄັນໃນການເສີມຂະຫຍາຍການພົວພັນຮ່ວມມືຂອງສອງປະເທດ ໃຫ້ມີບາດກ້າວໃໝ່. ຫຼັງຈາກສຳເລັດກອງປະຊຸມປຶກສາຫາລືດ້ານການເມືອງ, ຄະນະຜູ້ແທນອັງກິດ ໄດ້ເຂົ້າຢ້ຽມຂໍ່ານັບ ທ່ານ ສະເຫຼີມໄຊ ກົມມະສິດ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ອີກດ້ວຍ.