ກອງປະຊຸມປຶກສາຫາລືດ້ານການເມືອງ ຂັ້ນຮອງລັດຖະມົນຕີ ຄັ້ງທີ 3
ລະຫວ່າງ ສອງກະຊວງການຕ່າງປະເທດ ສປປ ລາວ ແລະ ສສ ຫວຽດນາມ
ທ່ານ ນາງ ຄໍາເພົາ ເອີນທະວັນ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ
ເຂົ້າຢ້ຽມຂໍ່ານັບ ທ່ານ ຟ້າມບິງມິງ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສສ ຫວຽດນາມ
ໃນລະຫວ່າງວັນທີ 22-24 ສິງຫາ 2018, ທ່ານ ນາງ ຄໍາເພົາ ເອີນທະວັນ, ຮອງລັດຖະມົນຕີກະຊວງການຕ່າງປະເທດ, ໄດ້ນໍາພາຄະນະຜູ້ແທນກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ເດີນທາງຢ້ຽມຢາມ ແລະ ເຂົ້າຮ່ວມກອງປະຊຸມປຶກສາຫາລືດ້ານການເມືອງ ຂັ້ນຮອງລັດຖະມົນຕີ ຄັ້ງທີ 3 ລະຫວ່າງ ສອງກະຊວງການຕ່າງປະເທດ ສປປ ລາວ ແລະ ສສ. ຫວຽດນາມ ທີ່ຮ່າໂນ້ຍ, ສສ ຫວຽດນາມ.
ກອງປະຊຸມດັ່ງກ່າວ ໄດ້ຈັດຂຶ້ນໃນວັນທີ 24 ສິງຫາ 2018, ທີ່ກະຊວງການຕ່າງປະເທດ ສສ ຫວຽດນາມ, ໂດຍການເປັນປະທານຮ່ວມຂອງ ທ່ານ ນາງ ຄໍາເພົາ ເອີນທະວັນ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ແລະ ທ່ານ ເລ ຮວ່າຍ ຈຸງ, ຮອງລັດຖະມົນຕີກະຊວງການຕ່າງປະເທດ, ພ້ອມດ້ວຍພະນັກງານກ່ຽວຂ້ອງຂອງສອງຝ່າຍເຂົ້າຮ່ວມ. ກອງປະຊຸມປຶກສາຫາລືດ້ານການເມືອງ ຂັ້ນຮອງລັດຖະມົນຕີ ແມ່ນໜຶ່ງໃນກົນໄກຮ່ວມມື ລະຫວ່າງສອງກະຊວງການຕ່າງປະເທດ ໄດ້ເລີ່ມຈັດຕັ້ງປະຕິບັດມາແຕ່ປີ 2015.
ໃນກອງປະຊຸມຄັ້ງນີ້, ສອງຝ່າຍໄດ້ແລກປ່ຽນຄວາມຄິດຄວາມເຫັນ ແລະ ຖອດຖອນບົດຮຽນຮ່ວມກັນ ແບບກົງໄປກົງມາໃນຫຼາຍບັນຫາ ເປັນຕົ້ນ: ແລກປ່ຽນກ່ຽວກັບສະພາບການພາກພື້ນ ແລະ ສາກົນ ທີ່ສອງຝ່າຍມີຄວາມສົນໃຈ, ທົບທວນຄືນການຮ່ວມມືສອງຝ່າຍ ທັງດ້ານການຮ່ວມມືດ້ານການເມືອງ, ປ້ອງການຊາດ, ປ້ອງກັນຄວາມສະຫງົບ, ວຽກງານຊາຍແດນ, ການຄ້າ-ການລົງທຶນ; ກໍ່ຄືການຮ່ວມມືລະຫວ່າງສອງກະຊວງການຕ່າງປະເທດ ແນໃສ່ຍົກສູງກົນໄກການຮ່ວມມື ລະຫວ່າງ ສອງກະຊວງການຕ່າງປະເທດ ໃນການເປັນໃຈກາງຊຸກຍູ້ຕິດຕາມ ການຈັດຕັ້ງປະຕິບັດບັນດາຂໍ້ຕົກລົງທີ່ໄດ້ລົງນາມຮ່ວມກັນ, ຍົກສູງບົດບາດຂອງກະຊວງການຕ່າງປະເທດ ໃນການເປັນເສນາທິການໃນວຽກງານຕ່າງປະເທດ ແລະ ການເປັນໃຈກາງປະສານສົມທົບກັບບັນດາກະຊວງ ແລະ ຂະແໜງການກ່ຽວຂ້ອງຂອງທັງສອງປະເທດ ທັງສູນກາງ ແລະ ທ້ອງຖິ່ນ ເພື່ອຊຸກຍູ້ສົ່ງເສີມ ການພົວພັນສອງຝ່າຍ ລາວ-ຫວຽດນາມ, ຫວຽດນາມ-ລາວ ໃຫ້ມີປະສິດທິຜົນຍິ່ງໆຂຶ້ນ.
ພ້ອມນີ້, ກອງປະຊຸມຍັງໄດ້ຮັບຟັງການແຈ້ງຜົນຂອງກອງປະຊຸມວຽກວຽກງານການຕ່າງປະເທດຫວຽດນາມ ຄັ້ງທີ 30, ພ້ອມທັງໄດ້ປຶກສາຫາລື ແລະ ຖອດຖອນບົດຮຽນນໍາກັນ ເພື່ອກະກຽມໃຫ້ແກ່ກອງປະຊຸມວຽກງານການຕ່າງປະເທດລາວ ຄັ້ງທີ 14 ທີ່ຈະມີຂຶ້ນໃນຕົ້ນປີ 2019; ປຶກສາຫາລື ແລະ ວາງທິດທາງແຜນການການຮ່ວມມືໃນຕໍ່ໜ້າ ເພື່ອເພີ່ມທະວີຮັດແໜ້ນສາຍພົວພັນຮ່ວມມືມິດຕະພາບອັນຍິ່ງໃຫຍ່ ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງສອງປະເທດ, ໂດຍສະເພາະສອງກະຊວງການຕ່າງປະເທດ ໃຫ້ນັບມື້ແໜ້ນແຟ້ນຍິ່ງໆຂຶ້ນ; ທັງເພື່ອເປັນການກະກຽມໃຫ້ແກ່ ກອງປະຊຸມປຶກສາຫາລືດ້ານການເມືອງ ຂັ້ນລັດຖະມົນຕີກະຊວງການຕ່າງປະເທດ ລາວ ແລະ ຫວຽດນາມ ຄັ້ງທີ 5, ຊຶ່ງຄາດວ່າຈະມີຂຶ້ນໃນເດືອນທັນວາ 2018 ຢູ່ທີ່ ສປປ ລາວ.
ກ່ອນໜ້ານີ້, ວັນທີ 23 ສິງຫາ 2018 ຄະນະວິຊາການສອງຝ່າຍໄດ້ເຮັດວຽກນຳກັນ ແລະ ໃນຕອນບ່າຍຂອງວັນດຽວກັນ, ທ່ານ ຮອງລັດຖະມົນຕີ ຄໍາເພົາ ເອີນທະວັນ ພ້ອມດ້ວຍຄະນະ ໄດ້ເຂົ້າຢ້ຽມຂໍ່ານັບ ທ່ານ ຟ້າມບິງມິງ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ສສຫວຽດນາມ ໂດຍຕາງໜ້າພັກ, ລັດຖະບານ ແລະ ປະຊາຊົນລາວ ໄດ້ສະແດງຄວາມຂອບໃຈ ຕໍ່ພັກ, ລັດຖະບານ ແລະ ປະຊາຊົນ ຫວຽດນາມ ອ້າຍນ້ອງ ທີ່ໄດ້ສົ່ງຄວາມເຫັນອົກເຫັນໃຈ ແລະ ຄວາມຊ່ວຍເຫຼືອ ໄປຊ່ວຍປະຊາຊົນລາວ ໃນເຫດການໄພພິບັດເຂື່ອນໄຟຟ້າເຊປຽນ-ເຊນໍ້ານ້ອຍ ແຂວງອັດຕະປື ຊຶ່ງເປັນປະເທດທໍາອິດ ໃນຂະນະທີ່ ສສ ຫວຽດນາມ ເອງ ກໍ່ກຳລັງປະເຊີນກັບໄພທຳມະຊາດນໍ້າຖ້ວມຢູ່ຫຼາຍແຂວງເຊັ່ນກັນ, ນີ້ໄດ້ສະແດງເຖິງ ຄວາມສາມັກຄີຮັກແພງ ແບບພິເສດ ລະຫວ່າງສອງຊາດ ຢ່າງແທ້ຈິງ, ສປປ ລາວ ຕີລາຄາສູງ ຕໍ່ການຊ່ວຍເຫຼືອຂອງວົງຄະນາຍາດສາກົນ ກໍ່ຄື ສສ ຫວຽດນາມ ໄດ້ປະກອບສ່ວນຊ່ວຍໃຫ້ ສປປ ລາວ ສາມາດແກ້ໄຂສະພາບຄວາມຫຍຸ້ງຍາກໃນເຂດດັ່ງກ່າວໄດ້ເທື່ອລະກ້າວ.
ຄະນະໄດ້ກັບຄືນປະເທດດ້ວຍຄວາມສະຫວັດດີພາບ, ສຳເລັດການຢ້ຽມຢາມ ແລະ ເຂົ້າຮ່ວມກອງປະຊຸມປຶກສາລືຂັ້ນຮອງລັດຖະມົນຕີ ລະຫວ່າງ ສອງກະຊວງການຕ່າງປະເທດ ລາວ ແລະ ຫວຽດນາມ ຢ່າງມີຜົນສຳເລັດສູງ.