ໃນຕອນເຊົ້າວັນອັງຄານ, ວັນທີ 26 ກຸມພາ 2019, ທີ່ ສູນຮ່ວມມືສາກົນ ແລະ ການຝຶກອົບຮົມ (ICTC), ທ່ານ ສິນໃຈ ມະນີວັນ, ຫົວໜ້າຫ້ອງການບໍລິການສະຖານທູດ, ໃນນາມປະທານກອງປະຊຸມ ໄດ້ນຳພາຄະນະຈັດຕັ້ງພິທີເປີດກອງປະຊຸມຄັ້ງນີ້ຂຶ້ນ ເພື່ອສະຫຼຸບການຈັດຕັ້ງປະຕິບັດວຽກງານຄຸ້ມຄອງພະນັກງານທ້ອງຖິ່ນ ແຕ່ປີ 2017-2018 ແລະ ຜ່ານທິດທາງແຜນການ ປະຈຳ ປີ 2019-2020 ກ່ຽວກັບ ວຽກງານຄຸ້ມຄອງພະນັກງານທ້ອງຖິ່ນ ທີ່ເຮັດວຽກນຳບັນດາສະຖານທູດ, ສະຖານກົງສຸນ, ອົງການເຄື່ອຄ່າຍ ສປຊ, ອົງການຈັດຕັ້ງສາກົນທີ່ສັງກັດ ແລະ ບໍ່ສັງກັດລັດຖະບານ.
ໃນວາລະດັ່ງກ່າວ, ໃຫ້ກຽດໂດຍ ທ່ານ ແສງເພັດ ຮຸ່ງບຸນຍວງ, ຮອງລັດຖະມົນຕີກະຊວງການຕ່າງປະເທດ, ຂຶ້ນໂອ້ລົມຕໍ່ກອງປະຊຸມຊີ້ທິດເຍືອງທາງ ໃນການຈັດຕັ້ງປະຕິບັດວຽກງານຄຸ້ມຄອງພະນັກງານທ້ອງຖິ່ນ ໃນຂອບເຂດທົ່ວປະເທດ ໃຫ້ປະກົດຜົນເປັນຈິງ, ທ່ານໄດ້ຍົກໃຫ້ເຫັນ ດ້ານດີ, ດ້ານອ່ອນ, ບັນຫາທີ່ຕ້ອງໄດ້ເອົາໃຈໃສ່ ແລະ ຂໍ້ຄວນມີສະຕິໃນການປະຕິບັດວຽກງານໃນຕໍ່ໜ້າ ຍາມໃດພັກ ແລະ ລັດຖະບານ ກໍມີຄວາມເປັນຫ່ວງເປັນໄຍຕໍ່ກັບວຽກງານດັ່ງກ່າວ ເວົ້າລວມເວົ້າສະເພາະ ຕໍ່ກັບພະນັກງານທ້ອງຖິ່ນ.
ກອງປະຊຸມຄັ້ງນີ້, ມີຜູ້ເຂົ້າຮ່ວມທັງໝົດ 110 ທ່ານ, ຈາກ 62 ອົງການ ແລະ ການຈັດຕັ້ງພາກລັດທີ່ກ່ຽວຂ້ອງ, ກອງປະຊຸມ ໄດ້ຜ່ານບົດສະຫຼຸບ ແລະ ທິດທາງແຜນການໃນຕໍ່ໜ້າ ພ້ອມດຽວກັນນີ້, ກອງປະຊຸມ ຍັງໄດ້ຊີ້ແຈງຕໍ່ຂໍ້ສະເໜີຕ່າງໆຂອງພະນັກງານທ້ອງຖິ່ນ ເປັນຕົ້ນແມ່ນການປະຕິບັດພັນທະ, ການເສຍອາກອນເງິນເດືອນ, ການເຮັດບັດ, ການໃຊ້ແຮງງານ, ການປະກັນສັງຄົມ ແລະ ອື່ນໆ. ກອງປະຊຸມ ໄດ້ສິ້ນສຸດລົງດ້ວຍຜົນສຳເລັດຢ່າງຈົບງາມ ພາຍໃຕ້ບັນຍາກາດແຫ່ງຄວາມເຂົ້າອົກເຂົ້າໃຈຢ່າງເລິກເຊິ່ງ, ດ້ວຍຄວາມຈິງໃຈເຊິ່ງກັນ ແລະ ກັນ ລະຫວ່າງ ພະນັກງານທ້ອງຖິ່ນ ກັບຂະແໜງການຄຸ້ມຄອງ ແລະ ພາກສ່ວນກ່ຽວຂ້ອງ.