ທ່ານ ທອງຜ່ານ ສະຫວັນເພັດ, ຮອງລັດຖະມົນຕີກະຊວງການຕ່າງປະເທດ, ທັງເປັນເຈົ້າໜ້າທີ່ອາວຸໂສອາຊຽນ ຂອງ ສປປ ລາວ ພ້ອມດ້ວຍຄະນະ ໄດ້ເຂົ້າຮ່ວມກອງປະຊຸມເຈົ້າໜ້າທີ່ອາວຸໂສອາຊຽນ ແລະ ກອງປະຊຸມເຈົ້າໜ້າທີ່ອາວຸໂສອາຊຽນແບບວົງແຄບກ່ຽວກັບ ແນວຄວາມຄິດອິນໂດ-ປາຊີຟິກ ສະບັບຂອງອາຊຽນ, ໃນລະຫວ່າງວັນທີ 7-8 ມີນາ 2019 ທີ່ ຊຽງລາຍ, ປະເທດ ໄທ.
ກອງປະຊຸມເຈົ້າໜ້າທີ່ອາວຸໂສອາຊຽນ, ເຊີ່ງຈັດຂື້ນໃນວັນທີ 7 ມີນາ 2019 ໄດ້ປຶກສາຫາລື ກ່ຽວກັບການຮັດແໜ້ນປະຊາຄົມອາຊຽນໃຫ້ມີຄວາມເຂັ້ມແຂງ ແລະ ໄດ້ຮັບຊາບຄວາມຄືບໜ້າຂອງການຈັດຕັ້ງປະຕິບັດ ກິດຈະກຳບູລິມະສິດ ຂອງການເປັນປະທານອາຊຽນຂອງໄທ ໃນປີ 2019, ປຶກສາຫາລື ກ່ຽວກັບ ການຮ່ວມມືຂອງອາຊຽນກັບພາຍນອກ ທີ່ແນໃສ່ຮັດແໜ້ນການເປັນຄູ່ຮ່ວມມືທັງພາຍໃນອາຊຽນ ແລະ ກັບພາຍນອກ ເພື່ອສົ່ງເສີມຄວາມຍືນຍົງໃນທຸກດ້ານ, ລວມທັງປຶກສາຫາລື ກ່ຽວກັບ ວັນເວລາຂອງການຈັດກອງປະຊຸມ ແລະ ກິດຈະກໍາ ລະຫວ່າງ ອາຊຽນ ກັບບັນດາຄູ່ຮ່ວມມືພາຍນອກ ສຳລັບປີ 2019. ພ້ອມກັນນັ້ນ, ກອງປະຊຸມໄດ້ປຶກສາຫາລື ກ່ຽວກັບ ການກະກຽມໃຫ້ແກ່ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 34 ທີ່ຈະຈັດຂື້ນໃນເດືອນ ມິຖຸນາ 2019, ໂດຍສະເພາະບັນດາເອກະສານທີ່ຜູ້ນຳອາຊຽນຈະຮັບຮອງເອົາ. ນອກຈາກນີ້, ກອງປະຊຸມຍັງໄດ້ແລກປ່ຽນທັດສະນະກ່ຽວກັບບັນຫາພາກພື້ນ ແລະ ສາກົນ ທີ່ພົ້ນເດັ່ນໃນປັນຈຸບັນ, ລວມທັງ ການປະເມີນຄວາມຕ້ອງການຕົວຈິງກ່ຽວກັບ ການຊ່ວຍເຫຼືອດ້ານມະນຸດສະທຳຂອງອາຊຽນ ໃນລັດລະຄາຍ ຂອງມຽນມາ.
ກອງປະຊຸມເຈົ້າໜ້າທີ່ອາວຸໂສອາຊຽນແບບວົງແຄບ ໄດ້ຈັດຂື້ນໃນວັນທີ 8 ມີນາ 2019 ເພື່ອແລກປ່ຽນຄຳຄິດເຫັນ ກ່ຽວກັບ ເອກະສານແນວຄວາມຄິດ ອິນໂດ-ປາຊີຟິກ ສະບັບຂອງອາຊຽນ, ແນ່ໃສ່ສົ່ງເສີມການຮ່ວມມືໃນພາກພື້ນ ທີ່ມີອາຊຽນເປັນແກນກາງ ແລະ ເພື່ອຮັບປະກັນຜົນປະໂຫຍດໂດຍລວມຂອງອາຊຽນ.