ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ພິທິປາຖະກະຖາເຜີຍແຜ່ຜົນສຳເລັດຂອງ ກອງປະຊຸມສຸດຍອດອາເຊັມ ຄັ້ງທີ 12, ການສະເຫຼີມສະຫຼອງວັນສ້າງຕັ້ງອາເຊັມ ຄົບຮອບ 23 ປີ ແລະ ວຽກງານການເຊື່ອມໂຍງເສດຖະກິດ ຂອງ ສປປ ລາວ

2019313-tp-speech-in-IR1

2019313-tp-speech-in-IR2

   ເນື່ອງໃນໂອກາດ ການສະເຫຼີມສະຫຼອງວັນສ້າງຕັ້ງອາເຊັມ ຄົບຮອບ 23 ປີ, ໃນວັນທີ 13 ມີນາ 2019 ທີ່ ຄະນະນິຕິສາດ ແລະ ລັດຖະສາດ, ວິທະຍາເຂດດອນນົກຂຸ້ມ. ກົມເສດຖະກິດ, ກະຊວງການຕ່າງປະເທດ ຮ່ວມກັບ ມະຫາວິທະຍາໄລແຫ່ງຊາດ ໄດ້ຈັດປາຖະກະຖາ ເຜີຍແຜ່ຜົນສຳເລັດ ຂອງ ກອງປະຊຸມສຸດຍອດອາເຊັມ ຄັ້ງທີ 12 ກໍ່ຄືຜົນສໍາເລັດວຽກງານການທູດຫລາຍຝ່າຍຂອງ ສປປ ລາວແລະ ວຽກງານການເຊື່ອມໂຍງເສດຖະກິດ ຂອງ ສປປ ລາວ, ພາຍໃຕ້ການເປັນປະທານຮ່ວມຂອງ ທ່ານ ທອງຜ່ານ ສະຫວັນເພັດ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ແລະ ທ່ານ ສຈ. ປອ ສົມສີ ຍໍພັນໄຊ, ວ່າການອະທິການບໍດີມະຫາວິທະຍາໄລແຫ່ງຊາດແລະ ທ່ານເອກອັກຄະລັດຖະທູດສະຫະພາບເອີຣົບ ປະຈຳລາວ ໂດຍມີບັນດາພະນັກງານກະຊວງການຕ່າງປະເທດ, ຄູອາຈານ ແລະ ນັກສຶກສາ ມະຫາວິທະຍາໄລແຫ່ງຊາດ ເຂົ້າຮ່ວມຫຼາຍກວ່າ 200 ທ່ານ.

ໃນການຈັດປາຖະກະຖາໃນຄັ້ງນີ້ ຜູ້ເຂົ້າຮ່ວມໄດ້ຮັບຟັງປະຫວັດຄວາມເປັນມາ ຂອງ ວັນສ້າງຕັ້ງອາເຊັມ ຊຶ່ງນັບຕັ້ງແຕ່ບັນດາສະມາຊິກອາເຊັມ ໄດ້ຮັບຮອງເອົາວັນທີ 1 ມີນາ ຂອງທຸກປີ ເປັນວັນສ້າງຕັ້ງອາເຊັມ, ຢູ່ໃນກອງປະຊຸມສຸດຍອດອາເຊັມ ຄັ້ງທີ 11 ທີ່ ມົງໂກລີ ໃນປີ 2016 ເປັນຕົ້ນມາ, ສປປ ລາວ ກໍ່ໄດ້ຈັດກິດຈະກຳສະເຫຼີມສະຫຼອງວັນດັ່ງກ່າວທຸກປີ ເປັນຕົ້ນ ສົ່ງສານອວຍພອນຂອງ ທ່ານ ລັດຖະມົນຕີກະຊວງການຕ່າງປະເທດ ແລະ ກິດຈະກຳອື່ນໆ ເພື່ອໃຫ້ສັງຄົມໄດ້ຮັບຮູ້ເຖິງຄວາມສຳຄັນ ຂອງ ການຮ່ວມມືລະຫວ່າງສອງທະວີບ ໃນການປະກອບສ່ວນໃຫ້ແກ່ສັນຕິພາບ ແລະ ຄວາມຈະເລີນຮຸ່ງເຮືອງ ຂອງພາກພື້ນ ກໍ່ຄືສາກົນ. ພ້ອມດຽວກັນນີ້, ກໍ່ມີການທົບທວນຄືນຜົນສຳເລັດ ຂອງ ອາເຊັມ ໃນໄລຍະກວ່າສອງທົດສະວັດທີ່ຜ່ານມາ ໂດຍຜ່ານ 3 ເສົາຄໍ້າ ທາງດ້ານການເມືອງ, ເສດຖະກິດ-ການເງິນ ແລະ ດ້ານວັດທະນະທຳ-ສັງຄົມ, ໄດ້ຮັບຮູ້ບົດບາດ ແລະ ວິໄສທັດການຮ່ວມມືອາເຊັມ ໂດຍສະເພາະ ດ້ານການເຊື່ອມຈອດໂຄງບົນ ແລະ ໂຄງລ່າງ, ລະບົບກົນໄກເຮັດວຽກ ແລະ ທິດທາງໃນອະນາຄົດຂອງອາເຊັມ ເພື່ອສ້າງຄວາມເຂັ້ມແຂງທາງດ້ານການເມືອງ, ການພັດທະນາເສດຖະກິດ, ສິ່ງແວດລ້ອມ ແບບຍືນຍົງ ແລະ ການມີສ່ວນຮ່ວມຂອງຂະແໜງການກ່ຽວຂ້ອງໃຫ້ເປັນຮູບປະທຳຫລາຍຂຶ້ນ ອັນຈະນຳເອົາຜົນປະໂຫຍດຕົວຈິງມາໃຫ້ແກ່ປະຊາຊົນຂອງສອງທະວີບອາຊີ ແລະ ເອີຣົບ. ໃນການປາຖະກະຖາຄັ້ງນີ້, ທ່ານ ວິລະສັກ ສົມພົງ, ຮັກສາການຫົວໜ້າກົມເສດຖະກິດ ກໍ່ໄດ້ເຜີຍແຜ່ວຽກງານການເຊື່ອມໂຍງເສດຖະກິດ ຂອງ ສປປ ລາວ ເຊິ່ງເປັນວຽກງານໜຶ່ງທີ່ມີຄວາມສຳຄັນ ໃນການຮ່ວມມື ແລະ ເຊື່ອມໂຍງ ເຂົ້າກັບບັນດາປະເທດຕ່າງໆ ໃນພາກພື້ນ ແລະ ສາກົນ ເພື່ອສ້າງສາພັດທະນາເສດຖະກິດ-ສັງຄົມ ຂອງ ສປປ ລາວ.

ສປປ ລາວໄດ້ເຂົ້າເປັນສະມາຊິກອາເຊັມໃນປີ 2004 ຊຶ່ງປະຈຸບັນມີສະມາຊິກທັງໝົດ 53 ຄູ່ຮ່ວມມື. ນັບແຕ່ນັ້ນມາ, ສປປ ລາວ ໄດ້ເຄື່ອນໄຫວ ແລະ ປະກອບສ່ວນເຂົ້າໃນຂອບການຮ່ວມມືອາເຊັມຢ່າງຕັ້ງໜ້າ ໂດຍສະເພາະໄດ້ເປັນພາບຈັດກອງປະຊຸມສຸດຍອດອາເຊັມຄັ້ງທີ 9 ໃນປີ 2012 ຢ່າງມີຜົນສຳເລັດ, ຊຶ່ງເຮັດໃຫ້ບົດບາດ ຂອງ ສປປ ລາວ ໄດ້ສູງເດັ່ນຂຶ້ນໃນເວທີສາກົນ.

ແຈ້ງການ

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
485946
ມື້ນີ້77
ມື້ວານ168
ອາທິດນີ້982
ເດືອນນີ້5251