ໃນວັນທີ 04ກຸມພາ 2020, ທີ່ ສະພາແຫ່ງຊາດ ສສ ຫວຽດນາມ, ທ່ານ ແສງເພັດ ຮຸ່ງບຸນຍວງ, ເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ປະຈຳ ສສ ຫວຽດນາມ ພ້ອມດ້ວຍຄະນະ ໄດ້ເຂົ້າຢ້ຽມຂໍ່ານັບ ທ່ານ ນາງ ຫງວຽນ ທິກິມເງິນ, ປະທານສະພາແຫ່ງຊາດຫວຽດນາມ ເນື່ອງໃນໂອກາດດຳລົງຕໍ່າແໜ່ງເປັນເອກະອັກຄະລັດຖະທູດ ແຫ່ງ ສປປ ລາວ ຄົນໃໝ່ ປະຈຳ ສສ ຫວຽດນາມ.
ໃນການເຂົ້າຢ້ຽມຂໍ່ານັບພົບປະໃນຄັ້ງນີ້, ທ່ານ ນາງ ຫງວຽນ ທິກິມເງີນ ໄດ້ກ່າວສະແດງຄວາມຊົມເຊີຍ ແລະ ຕີລາຄາສູງ ຕໍ່ການມາດຳລົງຕຳແໜ່ງເປັນເອກອັກຄະລັດຖະທູດຂອງ ທ່ານ ແສງເພັດ ຮຸ່ງບຸນຍວງ ພ້ອມກັນນັ້ນກໍ່ໄດ້ຕີລາຄາສູງ ຕໍ່ຜົນສຳເລັດການພົວພັນຮ່ວມມື ລະຫວ່າງ ສອງພັກ ແລະ ສອງລັດຖະບານ ລາວ-ຫວຽດນາມ ໂດຍສະເພາະແມ່ນການພົບປະປະຈຳປີ 2020 ຂອງສອງກົມການເມືອງລາວ-ຫວຽດນາມ ແລະ ກອງປະຊຸມຄະນະກໍາມະການຮ່ວມມື ລາວ-ຫວຽດນາມ ຄັ້ງທີ 42 ທີ່ຫາກໍ່ສຳເລັດທີ່ຜ່ານມາ. ເວົ້າສະເພາະ ແມ່ນສອງສະພາແຫ່ງຊາດຂອງສອງປະເທດ ໃນການພົບປະແລກປ່ຽນບົດຮຽນປະສົບການໃນການເຄື່ອນໄຫວວຽກງານນິຕິບັນຍັດ ແລະ ການເຄື່ອນໄຫວວຽກງານຂອງສະພາປະຊາຊົນຢູ່ບັນດານະຄອນ ພ້ອມທັງໄດ້ຊຸກຍູ້ໃຫ້ມີການພົບປະແລກປ່ຽນບົດຮຽນຂັ້ນສະພາທ້ອງຖິນນຳກັນ.
ໂອກາດນີ້, ທ່ານ ນາງ ຫງວຽນ ທິກິມເງິນ ໄດ້ຢືນຢັນວ່າ: ສະພາແຫ່ງຊາດຫວຽດນາມ ຈະສ້າງທຸກເງື່ອນໄຂ ແລະ ຈະອຳນວຍຄວາມສະດວກໃຫ້ທ່ານ ເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ເປັນຢ່າງດີທີ່ສຸດໃນໄລຍະທີ່ທ່ານມາດຳລົງຕໍ່າແໜ່ງ ແລະ ປະຕິບັດໜ້າທີ່ຢູ່ ສສ ຫວຽດນາມ, ເພື່ອເປັນຂົວຕໍ່ໃຫ້ແກ່ການພົວພັນມິດຕະພາບອັນຍິ່ງໃຫຍ່ ຄວາມສາມັກຄີພິເສດແບບສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນຂອງສອງປະເທດຫວຽດນາມ - ລາວ, ລາວ - ຫວຽດນາມ ໃຫ້ນັບມື້ແຕກດອກອອກຜົນ.
ທ່ານ ເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ກໍ່ໄດ້ກ່າວສະແດງຄວາມຂອບໃຈ ມາຍັງ ທ່ານ ນາງ ຫວຽນ ທິກິມເງິນ, ປະທານສະພາແຫ່ງຊາດຫວຽດນາມ ທີ່ໄດ້ຕ້ອນຮັບຢ່າງອົບອຸ່ນ ແລະ ໄດ້ສະແດງຄວາມມຸ່ງຫວັງຈະພະຍາຍາມສຸດຄວາມສາມາດຂອງຕົນ ເຂົ້າໃນການເສີມຂະຫຍາຍສາຍພົວພັນອັນດີງາມ ແລະ ພ້ອມແລ້ວທີ່ຈະປະຕິບັດໜ້າທີ່ຂອງຕົນດ້ວຍຄວາມໝົດຈິດໝົດໃຈ ເພື່ອປະກອບສ່ວນເຂົ້າໃນການເສີມຂະຫຍາຍສາຍພົວພັນມິດຕະພາບທີ່ຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານໃຫ້ນັບມື້ນັບແຕກດອກອອກຜົນ ພ້ອມທັງຈະເປັນເຈົ້າການໃນກາຊຸກຍູ້ໃນການຈັດຕັ້ງຜັນຂະຫຍາຍຜົນຂອງ ການພົບປະປະຈຳປີ ຂອງສອງກົມການເມືອງລາວ-ຫວຽດນາມ ປະຈຳປີ 2020, ແລະ ຜົນຂອງ ກອງປະຊຸມປະຈຳປີຂອງຄະນະກຳມາທິການຮ່ວມມືສອງລັດຖະບານຂອງສອງປະເທດ ລາວ-ຫວຽດນາມ ແລະ ຫວຽດນາມ - ລາວ ຄັ້ງທີ 42, ນັບທັງຜົນການຢ້ຽມຢ້າມພາຍໃນ ຂອງປະທານສະພາແຫ່ງຊາດລາວໃນຕົ້ນປີທີ່ຜ່ານມາ ໃຫ້ເກີດດອກອອກຜົນເປັນຈິງ.