ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ກອງປະຊຸມຄະນະຊີ້ນໍາລະດັບຊາດ ເພື່ອການຈັດຕັ້ງປະຕິບັດແຜນດໍາເນີນງານ ສປຊ ສໍາລັບປະເທດດ້ອຍພັດທະນາເພື່ອກະກຽມໃຫ້ແກ່ການຫຼຸດພົ້ນອອກຈາກ ສະຖານະພາບປະເທດດ້ອຍພັດທະນາ

20200316UN20200316UN1  ກະຊວງການຕ່າງປະເທດ ໄດ້ຈັດກອງປະ​ຊຸມຄະນະຊີ້ນໍາລະດັບຊາດ ເພື່ອການຈັດຕັ້ງປະຕິບັດແຜນດໍາເນີນງານ ສປຊ ສໍາລັບ ປະເທດດ້ອຍພັດທະນາ ເພື່ອກະກຽມໃຫ້ແກ່ການຫຼຸດພົ້ນອອກຈາກສະຖານະພາບປະເທດດ້ອຍພັດທະນາ ໃນວັນທີ 16 ມີນາ 2020, ທີ່ ນະຄອນຫຼວງວຽງຈັນ ພາຍໃຕ້ການເປັນປະທານຂອງ ທ່ານ ທອງຜ່ານ ສະຫວັນເພັດ, ຮອງລັດຖະມົນຕີກະຊວງການຕ່າງປະເທດ, ຮອງປະທານຜູ້ປະຈໍາການຄະນະຊີ້ນໍາລະດັບຊາດ ເຊິ່ງມີຜູ້ເຂົ້າຮ່ວມຈາກບັນດາກະຊວງ ແລະ ຂະແໜງການອ້ອມຂ້າງສູນກາງທີ່ກ່ຽວຂ້ອງ ເຂົ້າຮ່ວມຈໍານວນ 60 ທ່ານ.

  ກອງປະຊຸມຄະນະຊີ້ນໍາລະດັບຊາດໃນຄັ້ງນີ້ ມີຈຸດປະສົງເພື່ອເປັນການເພີ່ມທະວີການກະກຽມຄວາມພ້ອມໃນດ້ານຕ່າງໆ ໃຫ້ແກ່ການປະເມີນ ສປປ ລາວ ເພື່ອອອກ ຈາກສະຖານະພາບປະເທດດ້ອຍພັດທະນາ (Least Developed Countries - LDCs) ໂດຍຄະນະກຳມະການນະໂຍບາຍເພື່ອການພັດທະນາ (Committee for Development Policy - CDP) ຂອງອົງການ ສປຊ  ໃນປີ 2021, ທັງເປັນການກໍານົດນະໂຍບາຍ ແລະ ປຶກສາຫາລືວິທີທາງໃນການແກ້ໄຂຂໍ້ຄົງຄ້າງ ແລະ ສິ່ງທ້າທາຍຕ່າງໆ ໃນການກ້າວສູ່ໄລຍະຂ້າມຜ່ານ ແລະ ໄລຍະພາຍຫຼັງການຫຼຸດພົ້ນອອກຈາກສະຖານະພາບປະເທດດ້ອຍພັດທະນາ (LDCs) ເພື່ອແນໃສ່ການເພີ່ມທະວີຄວາມຮັບຮູ້, ຄວາມເຂົ້າໃຈ ແລະ ການປະກອບສ່ວນຢ່າງຫ້າວຫັນ ຂອງບັນດາຂະແໜງການ. ນອກນັ້ນ, ກອງປະຊຸມຍັງໄດ້ປຶກສາຫາລື ແນວທາງໃນການກໍານົດຍຸດທະສາດການຮ່ວມມືກັບອົງການ ສປຊ, ຄູ່ຮ່ວມພັດທະນາ ແລະ ສາກົນ ເພື່ອເຮັດໃຫ້ການຫຼຸດພົ້ນອອກຈາກສະຖານະພາບດ້ອຍພັດທະນາຂອງ ສປປ ລາວ ມີຄວາມຍືນຍົງ ແລະ ຮັບປະກັນບໍ່ໃຫ້ກັບມາຕົກຢູ່ໃນສະຖານະດ້ອຍພັດທະນາອີກ.

  ກອງປະຊຸມໄດ້ຮັບຟັງການລາຍງານກ່ຽວກັບ ກົນໄກຂະບວນການທົບທວນການຫຼຸດພົ້ນອອກຈາກ ສະຖານະພາບປະເທດດ້ອຍພັດທະນາຂອງ ຄະນະ ກໍາມະການ ນະໂຍບາຍ ດ້ານການພັດທະນາ ສປຊ (CDP); ຮັບຟັງຄວາມພ້ອມ ແລະ ການກະກຽມຂອງ ສປປ ລາວ ສໍາລັບຂະບວນການທົບທວນ ຄັ້ງທີ II ກ່ຽວກັບການຫຼຸດພົ້ນອອກຈາກ ສະຖານະພາບປະເທດດ້ອຍພັດທະນາ ໃນປີ 2021 ແລະ ການລາຍງານສະພາບລວມດ້ານສະຖິຕິຂອງບັນດາ 3 ເງື່ອນໄຂໃນການປະເມີນເພື່ອຫຼຸດພົ້ນອອກຈາກ ສະຖານະພາບປະເທດດ້ອຍພັດທະນາຄື ດັດສະນີຍອດລວມລາຍຮັບແຫ່ງຊາດຕໍ່ຫົວຄົນ (Gross National Income - GNI), ດັດສະນີຊັບສິນມະນຸດ (Human Assets Index - HAI) ແລະ ດັດສະນີຄວາມບອບບາງດ້ານເສດຖະກິດ (Economic Vulnerability Index - EVI). ພ້ອມດຽວກັນນັ້ນ, ກອງປະຊຸມກໍ່ຍັງໄດ້ແລກປ່ຽນຄໍາຄິດຄໍາເຫັນ ​ແລະ ​ປຶກສາ​ຫາລືກ່ຽວກັບ ບັນດາສິ່ງທ້າທາຍດ້ານນະໂຍບາຍ ແລະ ການຈັດຕັ້ງປະຕິບັດ ທີ່ ສປປ ລາວ ໄດ້ປະເຊີນໃນການກຽມພ້ອມສຳລັບ ການຫຼຸດພົ້ນອອກຈາກສະຖານະພາບດ້ອຍພັດທະນາ ເປັນຕົ້ນແມ່ນການສ້າງຄວາມເຂັ້ມແຂງໃຫ້ແກ່ຂະແໜງກະສິກໍາ, ການສຶກສາ, ສາທາລະນະສຸກ ແລະ ການຄ້າ ເພື່ອການເຕີບໃຫຍ່ຂະຫຍາຍຕົວໃຫ້ມີຄວາມຍືນຍົງ ແລະ ທົ່ວເຖິງ ພາຍຫຼັງຈາກການຫຼຸດພົ້ນ. ກອງປະຊຸມໄດ້ມີການສົນທະນາກ່ຽວກັບ ຜົນປະໂຫຍດ ແລະ ຜົນເສຍ ຂອງການຫຼຸດພົ້ນອອກຈາກ ສະຖານະພາບດ້ອຍພັດທະນາ, ນະໂຍບາຍ ແລະ ຍຸດທະສາດທີ່ຈຳເປັນ ເພື່ອສ້າງຜົນປະໂຫຍດສູງສຸດ, ຄວາມເຂົ້າໃຈຕໍ່ສະພາບແວດລ້ອມພາຍຫຼັງການຫຼຸດພົ້ນອອກຈາກສະຖານະພາບດ້ອຍພັດທະນາ ແລະ ບັນດາມາດຕະການສະໜັບສະໜູນທີ່ຈຳເປັນ ຈາກທັງພາຍໃນ ແລະ ສາກົນ, ລວມທັງທິດທາງ ແລະ ແຜນການໃນຕໍ່ໜ້າທີ່ບັນດາຂະແໜງການຕ່າງໆທີ່ກ່ຽວຂ້ອງຈະຕ້ອງນໍາໄປຈັດຕັ້ງປະຕິບັດ.
     ລັດຖະບານ ສປປ ລາວ ແມ່ນມີຄວາມໝາຍໝັ້ນທີ່ຈະເລັ່ງໃສ່ການແກ້ໄຂຄວາມທຸກຍາກ ແລະ ສ້າງເງື່ອນໄຂໃຫ້ແກ່ການຫລຸດພົ້ນອອກຈາກ ສະຖານະພາບດ້ອຍພັດທະນາ ໃນອະນາ ຄົດ. ໃນປີ 2018 ສປປ ລາວ ແມ່ນສາມາດບັນລຸ 2 ໃນ 3 ເງື່ອນໄຂຂອງການປະເມີນ ສໍາລັບການຫຼຸດພົ້ນອອກຈາກສະຖານະພາບປະເທດດ້ອຍພັດທະນາຄື: ດັດສະນີຊັບສິນມະນຸດ (HAI) ແລະ ດັດສະນີຍອດລວມລາຍຮັບແຫ່ງຊາດຕໍ່ຫົວຄົນ (GNI), ແຕ່ຍັງບໍ່ສາມາດບັນລຸເງື່ອນໄຂ ດັດສະນີຄວາມບອບບາງດ້ານເສດຖະກິດ (EVI) ແລະ ຈະຖືກປະເມີນອີກເປັນຮອບທີ 2 ໃນປີ 2021. ຖ້າຫາກ ສປປ ລາວ ສາມາດຜ່ານການປະເມີນຢ່າງໜ້ອຍ 2 ໃນ 3 ເງື່ອນໄຂອີກຄັ້ງ ກໍ່ຈະກ້າວເຂົ້າສູ່ໄລຍະຂ້າມຜ່ານອີກ 3 ປີ ຈົນເຖິງປີ 2024 ຈຶ່ງຈະສາມາດຫຼຸດພົ້ນອອກຈາກສະຖານະພາບປະເທດດ້ອຍພັດທະນາ ຢ່າງເປັນທາງການ. ກອງປະຊຸມຂອງຄະນະຊີ້ນໍາລະດັບຊາດໃນຄັ້ງນີ້ ແມ່ນມີຄວາມໝາຍຄວາມສໍາຄັນ ແລະ ທັງເປັນໂອກາດອັນດີໃຫ້ແກ່ຂະແໜງການກ່ຽວຂ້ອງຂອງ ສປປ ລາວ ປຶກສາຫາລືລາຍລະອຽດຄວາມພ້ອມດ້ານຕ່າງໆ ເພື່ອກະກຽມໃຫ້ແກ່ການປະເມີນຮອບທີ 2 ໃນປີ 2021 ນີ້.

 

ແຈ້ງການ

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
485990
ມື້ນີ້121
ມື້ວານ168
ອາທິດນີ້1026
ເດືອນນີ້5295