ໃນວັນທີ 20 ກໍລະກົດ 2020 ທີ່ ກະຊວງການຕ່າງປະເທດ, ທ່ານ ທອງຜ່ານ ສະຫວັນເພັດ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ທັງເປັນຫົວໜ້າເຈົ້າໜ້າທີ່ອາວຸໂສອາຊຽນຂອງ ສປປ ລາວ ໄດ້ນຳພາຄະນະ ສືບຕໍ່ເຂົ້າຮ່ວມກອງປະຊຸມປຶກສາຫາລືທາງໄກ ກ່ຽວກັບວິໄສທັດປະຊາຄົມອາຊຽນ ຫຼັງປີ 2025 ພາຍໃຕ້ການເປັນປະທານຂອງ ສ.ສ. ຫວຽດນາມ ໃນຖານະປະທານໝູນວຽນອາຊຽນປີ 2020. ເຂົ້າຮ່ວມກອງປະຊຸມຄັ້ງນີ້, ຍັງມີຫົວໜ້າເຈົ້າໜ້າທີ່ອາວຸໂສເສົາຄໍ້າເສດຖະກິດ ແລະ ເສົາຄໍ້າວັດທະນະທໍາ-ສັງຄົມອາຊຽນຂອງ ສປປ ລາວ ຕື່ມ.
ກອງປະຊຸມ ໄດ້ປຶກສາຫາລື ແລະ ແລກປ່ຽນຄວາມຄິດເຫັນຕໍ່ວິໄສທັດປະຊາຄົມອາຊຽນ ຫຼັງປີ 2025 ໂດຍສະ ເພາະສືບຕໍ່ຄວາມໝາຍໝັ້ນຂອງອາຊຽນ ໃນການສ້າງປະຊາຄົມອາຊຽນໃຫ້ມີຄວາມເຂັ້ມແຂງຮອບດ້ານ, ສົ່ງເສີມການຮ່ວມມືໃນວຽກງານເຊື່ອມໂຍງເສດຖະກິດ ແລະ ເຊື່ອມຈອດອາຊຽນໃຫ້ເປັນຮູບປະທຳຫຼາຍຂຶ້ນ, ການຮັບມືໃນຍຸກປະຕິວັດອຸດ ສາຫະກຳ 4.0 ກໍຄືເສດຖະກິດດີຈີຕອລ, ການຮັດແຄບຄວາມແຕກໂຕນດ້ານການພັດທະນາ, ເສີມຂະຫຍາຍການຮ່ວມມືກັບພາຍນອກໃນພາກພື້ນ ແລະ ສາກົນ. ກອງປະຊຸມ ຍັງໄດ້ແລກປ່ຽນຄຳເຫັນເບື້ອງຕົ້ນ ກ່ຽວກັບຈຸດປະສົງ, ລະດັບຄາດໝາຍ, ວິທີການ, ຮູບແບບ, ແຜນການ ແລະ ກໍານົດເວລາໃນການຮ່າງວິໄສທັດອາຊຽນ ຫຼັງປີ 2025 ດັ່ງກ່າວ.
ໃນກອງປະຊຸມຄັ້ງນີ້, ທ່ານ ຮອງລັດຖະມົນຕີ ທອງຜ່ານ ສະຫວັນເພັດ ກໍໄດ້ປະກອບຄໍາເຫັນເບື້ອງຕົ້ນໄດ້ເນັ້ນວ່າ: ວິໄສທັດປະຊາຄົມອາຊຽນ ຫຼັງປີ 2025 ນີ້ຕ້ອງສຸມໃສ່ສືບຕໍ່ສ້າງປະຊາຄົມອາຊຽນທີ່ມີຄວາມຕໍ່ເນື່ອງ ແລະ ເຂັ້ມແຂງ, ສົ່ງເສີມບັນດາຫລັກການພື້ນຖານທີ່ສຳຄັນ ແລະ ວິຖີທາງຂອງອາຊຽນ, ເສີມຂະຫຍາຍຄວາມເປັນແກນກາງຂອງອາຊຽນ, ຮັດແໜ້ນການຮ່ວມມືກັບພາຍນອກ, ຮັດແໜ້ນການເຊື່ອມໂຍງ ແລະ ເຊື່ອມຈອດອາຊຽນ, ຫຼຸດຜ່ອນຄວາມທຸກຍາກ, ຮັດແຄບຄວາມແຕກໂຕນຂອງບັນດາປະເທດສະມາຊິກ, ຫັນໄປສູ່ການນໍາໃຊ້ລະບົບດີຈີຕອນ ເປັນຕົ້ນແມ່ນການຄ້າຜ່ານທາງເອເລັກໂຕຣນິກ, ການສຶກສາຜ່ານທາງອອນລາຍ ແລະ ອື່ນໆ.
ໃນຕອນບ່າຍຂອງວັນດຽວກັນ, ທ່ານ ທອງຜ່ານ ສະຫວັນເພັດ, ຮອງລັດຖະມົນຕີຕ່າງປະເທດ ທັງເປັນຫົວໜ້າເຈົ້າໜ້າທີ່ອາວຸໂສອາຊຽນ ຂອງ ສປປ ລາວ ໄດ້ນຳພາຄະນະສືບຕໍ່ເຂົ້າຮ່ວມ ກອງປະຊຸມເຈົ້າໜ້າທີ່ອາວຸໂສ ອາຊຽນບວກສາມ ແລະ ກອງປະຊຸມເຈົ້າໜ້າທີ່ອາວຸໂສຂອງກອງປະຊຸມສຸດຍອດອາຊີຕາເວັນອອກ, ເຊີ່ງຈຸດປະສົງລະດັບຄາດໝາຍຂອງທັງສອງກອງປະຊຸມນີ້ ແມ່ນເພື່ອທົບທວນຄືນ ການຈັດຕັ້ງປະຕິບັດ ການພົວພັນຮ່ວມມື ຂອບອາຊຽນບວກສາມ ແລະ ຂອບກອງປະຊຸມສຸດຍອດອາຊີຕາເວັນອອກ ໃນໄລຍະຜ່ານມາ ແລະ ກະກຽມທັງທາງດ້ານເນື້ອໃນ ແລະ ພະລາທິການໃຫ້ແກ່ກອງປະຊຸມລັດຖະມົນຕີຕ່າງປະເທດ ອາຊຽນບວກສາມ ແລະ ກອງປະຊຸມລັດຖະມົນຕີຕ່າງປະເທດຂອບກອງປະຊຸມສຸດຍອດອາຊີຕາເວັນອອກ, ແລະ ກອງປະຊຸມສຸດຍອດອາຊຽນບວກສາມ ແລະ ກອງປະຊຸມສຸດຍອດຂອບກອງປະຊຸມສຸດຍອດອາຊີຕາເວັນອອກ ທີ່ຈະມີຂຶ້ນໃນເດືອນສິງຫາ 2020 ແລະ ເດືອນພະຈິກ 2020 ຕາມລຳດັບ.
ກອງປະຊຸມຕີລາຄາສູງຕໍ່ ຜົນການຈັດຕັ້ງປະຕິບັດ ການພົວພັນຮ່ວມມື ອາຊຽນບວກສາມ ໃນໄລຍະຜ່ານມາ, ເຊິ່ງກວມເອົາສາມເສົາຄ້ຳຂອງການສ້າງປະຊາຄົມອາຊຽນ ຮອດປີ 2025 (ການເມືອງຄວາມໝັ້ນຄົງ, ເສດຖະກິດ ແລະ ວັດທະນະທຳສັງຄົມ); ພິເສດ, ຍັງໄດ້ຮັບຊາບຄວາມຄືບໜ້າໃນການຈັດຕັ້ງປະຕິບັດ ບັນດາແຜນງານ/ໂຄງການ ທີ່ຮັບຮອງເອົາ ພາຍໃຕ້ບົດລາຍງານ ສະບັບທີ 2 ຂອງໜ່ວຍງານວິໄສທັດອາຊີຕາເວັນອອກ ແລະ ການແລກປ່ຽນຂໍ້ມູນ-ຂ່າວສານ, ບົດຮຽນທີ່ດີ ກໍ່ຄືມາດຕະການ ໃນການແກ້ໄຂ ແລະ ຮັບມືກັບການແຜ່ລະບາດຂອງພະຍາດໂຄວິດ-19. ສຳລັບທິດທາງໃນຕໍ່ໜ້າ, ກອງປະຊຸມໄດ້ເປັນເອກະພາບ ຈະສືບຕໍ່ຮ່ວມມືກັນ ໂດຍສະເພາະ ການແກ້ໄຂ ແລະ ຮັບມືກັບ ໂຄວິດ-19 (ການຄົ້ນຄວ້າ ແລະ ພັດທະນາ (R&D) ຮ່ວມກັນ ດ້ານຢາປົວພະຍາດ ແລະ ຢາວັກແຊັງຕ້ານ ໂຄວິດ-19 ແລະ ການຟື້ນຟູເສດຖະກິດຮອບດ້ານຫຼັງໂຄວິດ-19); ການເຊື່ອມຈອດອາຊຽນ; ການຮັດແໜ້ນຄວາມແຕກໂຕນດ້ານດານພັດທະນາ; ເສດຖະກິດດິຈິຕອນ; ເຄືອຂ່າຍຕົວເມືອງອັດສະລິຍະອາຊຽນ; ການຄ້ຳປະກັນສະບຽງອາຫານ; ການຮ່ວມມືດ້ານການເງິນ; ແລະ ອື່ນໆ. ກອງປະຊຸມຄັ້ງນີ້, ຍັງໄດ້ປຶກສາຫາລືບາງບັນຫາພົ້ນເດັ່ນໃນພາກພື້ນ ແລະ ສາກົນ ທີ່ມີຄວາມສົນໃຈຮ່ວມກັນຕື່ມ.
ຕໍ່ການຮ່ວມມືຂອບ ກອງປະຊຸມສຸດຍອດອາຊີຕາເວັນອອກ, ກອງປະຊຸມໄດ້ຕີລາຄາສູງ ຕໍ່ຜົນການພົວພັນຮ່ວມມືໃນໄລຍະຜ່ານມາ ໂດຍສະເພາະການຈັດຕັ້ງແຜນປະຕິບັດງານມະນີລາ ໄລຍະ 2018-2022 ແລະ ເຫັນດີສືບຕໍ່. ພິເສດ, ກອງປະຊຸມຄັ້ງນີ້, ໄດ້ເຫັນດີເປັນເອກະພາບກັນ ຕໍ່ເອກະສານ ຜົນໄດ້ຮັບສຳລັບກອງປະຊຸມສຸດຍອດອາຊີຕາເວັນອອກທີ່ຈະມາເຖິງ ໃນເດືອນພະຈິກ 2020 ເພື່ອນຳສະເໜີຕໍ່ກອງປະຊຸມສຸດຍອດດັ່ງກ່າວ ພິຈາລະນາຮັບຮອງເອົາ ລວມທັງຖະແຫຼງການຮ່າໂນ່ຍສະເຫຼີມສະຫຼອງຄົບຮອບ 15 ປີ ຂອບການຮ່ວມມືກອງປະຊຸມອາຊີຕາເວັນອອກ. ນອກຈາກນີ້, ກອງປະຊຸມຍັງໄດ້ແລກປ່ຽນຄຳຄິດຄຳເຫັນ ຕໍ່ບາງບັນຫາພົ້ນເດັ່ນຢູ່ພາກພື້ນ ແລະ ສາກົນທີ່ມີຄວາມສົນໃຈຮ່ວມກັນ.