ໃນວັນທີ 07 ສິງຫາ 2020,ທີ່ ສະຖາບັນການຕ່າງປະເທດ, ກະຊວງການຕ່າງປະເທດ ໄດ້ມີພິທີປິດ ຊຸດຝຶກອົບຮົມພະນັກງານການທູດ ແລະ ພະນັກງານຊ່ວຍວຽກ ກ່ອນໄປປະຈຳການ ປະຈໍາປີ 2020,ໂດຍການໃຫ້ກຽດເປັນປະທານຂອງ ທ່ານ ບຸນເຫຼືອ ພັນດານຸວົງ, ຮອງລັດຖະມົນຕີ ກະຊວງການຕ່າງປະເທດ, ພ້ອມດ້ວຍບັນດາຫົວໜ້າກົມ, ຮອງກົມ ຂອງກະຊວງການຕ່າງປະເທດ, ຄະນະພົວພັນຕ່າງປະເທດສູນກາງພັກ ແລະ ຜູ້ເຂົ້າຮັບການຝຶກອົບຮົມ ລວມທັງໝົດຫຼາຍກວ່າ 60 ທ່ານ.ເຊິ່ງຊຸດຝຶກອົບຮົມໄດ້ດຳເນີນມາເປັນເວລາ 10ວັນ, ນັບແຕ່ວັນທີ 27 ກໍລະກົດ 2020 ເປັນຕົ້ນມາ.
ໃນພິທີດັ່ງກ່າວ, ທ່ານ ໄມ ໄຊຍະວົງສ໌, ຫົວໜ້າສະຖາບັນການຕ່າງປະເທດໄດ້ຂື້ນອ່ານບົດສະຫຼຸບລາຍງານຜົນສໍາເລັດຂອງການຝຶກອົບຮົມ ຊຶ່ງທ່ານໄດ້ກ່າວວ່າຜູ້ເຂົ້າຮ່ວມຝຶກອົບຮົມໄດ້ຜ່ານການຮຽນຮູ້ພື້ນຖານທາງດ້ານວຽກງານການທູດ ເຊິ່ງກວມເອົາຄວາມຮູ້ກ່ຽວກັບ ສະພາບການພົ້ນເດັ່ນໃນພາກພື້ນ ແລະ ສາກົນ, ນະໂຍບາຍການຕ່າງປະເທດ ຂອງພັກ ແລະ ລັດຖະບານ ໃນແຕ່ລະໄລຍະ, ການພົວພັນການທູດສອງຝ່າຍແລະຫຼາຍຝ່າຍ, ວຽກງານຊາຍແດນ, ວຽກງານກົງສຸນ, ວຽກງານພິທີການ ແລະອື່ນໆ. ຕະຫລອດໄລຍະເວລາດັ່ງກ່າວໄດ້ມີອາຈານຮັບເຊີນ ຈາກຫຼາຍພາກສ່ວນມາຂຶ້ນຫ້ອງບັນຍາຍເປັນຕົ້ນ: ກະຊວງອຸດສາຫະກຳ ແລະ ການຄ້າ,ກະຊວງແຜນການ ແລະ ການລົງທຶນ, ກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ, ທູດອາວຸໂສບຳນານ ແລະ ກົມຕ່າງໆພາຍໃນກະຊວງການຕ່າງປະເທດ. ນອກຈາກນັ້ນ, ກໍໄດ້ຮັບຟັງປາຖະກະຖາ ຈາກຄະນະນຳກະຊວງການຕ່າງປະເທດ ໃນຫົວຂໍ້: "ການເພີ່ມທະວີການຈັດຕັ້ງປະຕິບັດວຽກງານການຕ່າງປະເທດ ໃຫ້ເປັນຮູບປະທໍາ ຕາມແບບຢ່າງ ປະທານ ໄກສອນ ພົມວິຫານ" ໂດຍໄດ້ຮັບກຽດຂຶ້ນຫ້ອງບັນຍາຍຂອງ ທ່ານ ສະເຫຼີມໄຊ ກົມມະສິດ, ລັດຖະມົນຕີກະຊວງການຕ່າງປະເທດ.
ການຝຶກອົບຮົມໃນເທື່ອນີ້ໄດ້ຮັບຜົນສຳເລັດເປັນຢ່າງດີ ກໍຍ້ອນມີການຊີ້ນຳຢ່າງໃກ້ຊິດຈາກ ຄະນະພັກ, ຄະນະນໍາກະຊວງການຕ່າງປະເທດ, ສາມາດບັນລຸໄດ້ຕາມຈຸດປະສົງ ແລະ ລະດັບຄາດໝາຍທີ່ວາງໄວ້ ທັງເປັນການເສີມສ້າງຂີດຄວາມສາມາດທາງດ້ານການເຮັດວຽກການທູດ ໃນການພັດທະນາທັກສະການເຈລະຈາການທູດ ແລະ ການແລກປ່ຽນບົດຮຽນ ຈາກປະສົບການຕົວຈິງຂອງການເຄື່ອນໄຫວການທູດ. ພ້ອມທັງ, ຍົກລະດັບຄວາມຮັບຮູ້ຂອງພະນັກງານການທູດ ໃຫ້ເຂົ້າໃຈເຖິງໜ້າທີ່, ພາລະບົດບາດ ແລະ ຄວາມຮັບຜິດຊອບ ຂອງການເປັນພະນັກງານການທູດທີ່ປະສົບຜົນສໍາເລັດ ແລະ ສາມາດສ້າງຊື່ສຽງໃຫ້ແກ່ປະເທດຊາດ.
ໃນໂອກາດດັ່ງກ່າວ, ທ່ານ ບຸນເຫຼືອ ພັນດານຸວົງ, ຮອງລັດຖະມົນຕີກະຊວງການຕ່າງປະເທດກໍ່ໄດ້ໃຫ້ກຽດໂອ້ລົມ, ເຊິ່ງທ່ານໄດ້ສະແດງຄວາມຊົມເຊີຍ ຕໍ່ຜົນສຳເລັດການຈັດຕັ້ງຊຸດຝຶກອົບຮົມ ແລະ ໃຫ້ທິດຊີ້ນຳແກ່ຜູ້ເຂົ້າຮັບການຝຶກອົບຮົມຈົ່ງເອົາໃຈໃສ່ ແລະ ສືບຕໍ່ນຳເອົາຄວາມຮູ້ທີ່ໄດ້ຈາກການຝຶກອົບຮົມຄັ້ງນີ້ ໄປຈັດຕັ້ງປະຕິບັດ ແລະ ຜັນຂະຫຍາຍເຂົ້າໃນໜ້າທີ່ວຽກງານໃນການເຄື່ອນໄຫວການທູດ ເພື່ອຍາດແຍ່ງການພົວພັນຮ່ວມມືກັບສາກົນ, ດຶງດູດເອົາການລົງທຶນຈາກພາຍນອກໃຫ້ຫຼາຍເທົ່າທີ່ຈະຫຼາຍໄດ້. ພ້ອມທັງ, ສະກັດກັ້ນ ແລະ ຕ້ານທຸກປະກົດການຫຍໍ້ທໍ້ທີ່ອາດເກີດຂຶ້ນ ເພື່ອພ້ອມກັນປະຕິບັດແນວທາງ ຂອງພັກປະຊາຊົນປະຕິວັດລາວ ໃຫ້ມີຜົນສຳເລັດຢ່າງຈົບງາມ.