ໃນວັນທີ 21 ສິງຫາ 2020, ສະຖາບັນການຕ່າງປະເທດ, ກະຊວງການຕ່າງປະເທດ ໄດ້ຈັດພິທີປິດຊຸດບຳລຸງພາສາອັງກິດ ຊຸດທີ 43 ໃຫ້ແກ່ພະນັກງານກະຊວງການຕ່າງປະເທດ, ຄະນະພົວພັນຕ່າງປະເທດສູນກາງພັກ, ບັນດາກະຊວງອ້ອມຂ້າງສູນກາງ ແລະ ທ້ອງຖິ່ນ, ຈຳນວນ 77 ທ່ານ (ຍິງ 41 ທ່ານ), ເຊິ່ງໄດ້ດໍາເນີນມາເປັນເວລາ 08 ເດືອນ (ເລີ່ມແຕ່ວັນທີ 20 ມັງກອນ - 21ສິງຫາ 2020), ໂດຍການເປັນປະທານຂອງ ທ່ານ ບຸນເຫຼືອ ພັນດານຸວົງ, ຮອງລັດຖະມົນຕີ ກະຊວງການຕ່າງປະເທດ, ມີຜູ້ເຂົ້າຮ່ວມຈາກບັນດາກົມຕ່າງໆ ພາຍໃນກະຊວງການຕ່າງປະເທດ, ຄະນະພົວພັນຕ່າງປະເທດສູນກາງພັກ ແລະ ນັກຝຶກອົບຮົມທັງໝົດ 100 ກ່ວາທ່ານ.
ໃນພິທີດັ່ງກ່າວ, ທ່ານ ໄມ ໄຊຍະວົງສ໌, ຫົວໜ້າສະຖາບັນການຕ່າງປະເທດ, ໄດ້ສະຫຼຸບລາຍງານຜົນສຳເລັດຂອງຊຸດບໍາລຸງພາສາອັງກິດ ຊຸດທີ 43, ເຊິ່ງໄດ້ຕີລາຄາວ່າ ຊຸດຮຽນດັ່ງກ່າວ ແມ່ນໄດ້ບັນລຸຜົນສໍາເລັດຕາມຄາດໝາຍທີ່ວາງໄວ້ ເຖິງແມ່ນວ່າຈະໄດ້ຢຸດຮຽນຊົ່ວຄາວ ເປັນເວລາປະມານ 02 ເດືອນ ຍ້ອນຜົນກະທົບຈາກການແຜ່ລະບາດຂອງພະຍາດປອດອັກເສບສາຍພັນໃໝ່ (Covid-19) ກໍຕາມ, ແຕ່ຜູ້ເຂົ້າຮ່ວມບໍາລຸງພາສາອັງກິດໃນຊຸດນີ້ ກໍສາມາດຍົກລະດັບພາສາອັງກິດໄດ້ໃນລະດັບທີ່ດີພໍສົມຄວນ ເປັນຕົ້ນການສົນທະນາ, ການນຳສະເໜີບົດ, ການຂີດຂຽນ ແລະ ການຟັງ ເພື່ອນໍາໄປໝູນໃຊ້ເຂົ້າໃນການປະຕິບັດວຽກງານວິຊາສະເພາະຢູ່ກົມກອງຂອງຕົນ. ພ້ອມດຽວກັນນັ້ນ, ກໍ່ໄດ້ມອບໃບຍ້ອງຍໍໃຫ້ຜູ້ເຂົ້າຮ່ວມຝຶກອົບຮົມທີ່ດີເດັ່ນປະຈໍາຊຸດຮຽນຈໍານວນ 7 ທ່ານ (ຍິງ 4 ທ່ານ).
ທ່ານ ບຸນເຫຼືອ ພັນດານຸວົງ, ປະທານພິທີ, ໄດ້ມອບໃບຢັ້ງຢືນໃຫ້ຜູ້ເຂົ້າຮ່ວມຝຶກອົບຮົມຈໍານວນ 77 ທ່ານ ແລະ ໃຫ້ກຽດໂອ້ລົມຕໍ່ພະນັກງານທີ່ສໍາເລັດການບໍາລຸງພາສາອັງກິດຄັ້ງນີ້, ໂດຍທ່ານໄດ້ເນັ້ນເຖິງຄວາມສຳຄັນ ແລະ ຄວາມຈຳເປັນ ຕໍ່ກັບການຍົກລະດັບພາສາຕ່າງປະເທດ ແລະ ວິຊາສະເພາະ ເພື່ອເປັນເຄື່ອງມືໃນການພົວພັນຮ່ວມມືກັບສາກົນໃນໄລຍະໃໝ່, ໂດຍເລັ່ງໃສ່ປະຕິບັດແຜນບຸກທະລຸ 4 ດ້ານ ທີ່ກອງປະຊຸມໃຫ່ຍຂອງພັກ ຄັ້ງທີ X ວາງອອກ. ສະນັ້ນ, ການຍົກລະດັບພາສາອັງກິດ ຈຶ່ງເປັນວຽກງານໜຶ່ງທີ່ຈຳເປັນຕ້ອງໄດ້ເອົາໃຈໃສ່ຢ່າງຈິງຈັງ ແລະ ເພື່ອສ້າງພື້ນຖານຄວາມຮູ້ດ້ານພາສາຕ່າງປະເທດ ໃຫ້ແກ່ພະນັກງານລັດ ໃຫ້ມີຄວາມຮູ້-ຄວາມສາມາດສູງຂຶ້ນກວ່າເກົ່າ, ເຊິ່ງນອກຈາກການນຳໃຊ້ເຂົ້າໃນວຽກງານປະຈໍາວັນແລ້ວ, ຍັງສາມາດນຳໄປໝູນໃຊ້ໄດ້ໃນເວທີສາກົນເຊັ່ນ: ການເຂົ້າຮ່ວມກອງປະຊຸມສາກົນທັງພາຍໃນ ແລະ ຕ່າງປະເທດ, ກອງປະຊຸມສຳມະນາຖອດຖອນບົດຮຽນໃນຫົວຂໍ້ຕ່າງໆ ລວມທັງການຂຽນບົດ ຫຼື ເອກະສານທາງການຕ່າງໆ.
ຊຸດບຳລຸງພາສາອັງກິດ ຊຸດທີ 43 ໄດ້ດຳເນີນໄປຕາມແຜນ ທີ່ສະຖາບັນການຕ່າງປະເທດ ວາງອອກ. ນອກຈາກນັ້ນ, ຍັງໄດ້ສ້າງກິດຈະກຳການເຄື່ອນໄຫວນອກຫຼັກສູດ ເປັນຕົ້ນ ໄດ້ນໍາພາຜູ້ເຂົ້າຮວ່ມຝຶກອົບຮົມໄປທັດສະນະສຶກສາຢ້ຽມຢາມ ສູນຂໍ້ມູນ-ຂ່າວສານ ຄົນພິການ (COPE), ຢ້ຽມຢາມເຂື່ອນໄຟຟ້ານ້ຳງື່ມ 1 ແລະ ຈັດການແຂ່ງຂັນກິລາຕ່າງໆ ເພື່ອຮັບຕ້ອນວັນສໍາຄັນຕ່າງໆຂອງຊາດ ແລະ ເພື່ອເປັນການຮັດແໜ້ນຄວາມສາມັກຄີ ລະຫວ່າງ ພະນັກງານສະຖາບັນການຕ່າງປະເທດ ແລະ ຜູ້ເຂົ້າຮ່ວມຝຶກອົບຮົມທີ່ມາຈາກພາກສ່ວນອື່ນໆ ໃຫ້ມີບັນຍາກາດຟົດຟື້ນ ແລະ ແໜ້ນແຟ້ນກວ່າເກົ່າ.