ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ຮອງລັດຖະມົນຕີກະຊວງການຕ່າງປະເທດ ເຂົ້າຮ່ວມກອງປະຊຸມເຈົ້າຫນ້າທີ່ ອາວຸໂສອາຊຽນ, ກອງປະຊຸມປຶກສາຫາລືຮ່ວມ ແລະ ກອງປະຊຸມໜ່ວຍງານວິຊາການສະພາປະສານງານອາຊຽນ ວ່າດ້ວຍ ການສະໝັກເຂົ້າເປັນສະມາຊິກອາຊຽນ ຂອງຕີມໍແລັດສະເຕ ຄັ້ງທີ 10 ແບບທາງໄກ

2020108-som1

2020108-som2

2020108-som3

ກອງປະຊຸມເຈົ້າໜ້າທີ່ອາວຸໂສອາຊຽນ

2020108-som3-1

2020108-som3-2

2020108-som3-3

ໃນຕອນເຊົ້າຂອງວັນທີ 07 ຕຸລາ 2020, ທີ່ ກະຊວງການຕ່າງປະເທດ, ນະຄອນຫຼວງວຽງຈັນ, ທ່ານ ທອງຜ່ານ ສະຫວັນເພັດ, ຮອງລັດຖະມົນຕີຕ່າງປະເທດ ທັງເປັນຫົວໜ້າເຈົ້າໜ້າທີ່ອາວຸໂສອາຊຽນຂອງ ສປປ ລາວ ໄດ້ນຳພາຄະນະ ເຂົ້າຮ່ວມກອງປະຊຸມເຈົ້າໜ້າທີ່ອາວຸໂສອາຊຽນ.

ກອງປະຊຸມ ໄດ້ຕີລາຄາສູງຕໍ່ຄວາມຄືບໜ້າໃນການຈັດຕັ້ງປະຕິບັດກິດຈະກຳບູລິມະສິດການເປັນປະທານອາຊຽນຂອງຫວຽດນາມ ໃນປີ 2020ເປັນຕົ້ນແມ່ນ: 1). ການທົບທວນໄລຍະກາງ ແຜນແມ່ບົດປະຊາຄົມອາຊຽນ 2025 ທັງ 3 ເສົາຄໍ້າ ເພື່ອນຳສະເໜີໃຫ້ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 37 ທີ່ຈະມາເຖິງພິຈາລະນາຮັບຮອງເອົາ; 2). ການຮ່າງວິໄສທັດອາຊຽນ ຫຼັງປີ 2025; 3). ຮ່າງຂອບໜ້າວຽກ (Scoping paper) ການທົບທວນຄືນການຈັດຕັ້ງປະຕິບັດກົດບັດອາຊຽນ; 4). ການນຳໃຊ້ທຸງ ແລະ ເພັງສັນລະເສີນອາຊຽນ (ASEAN Flag and Use of ASEAN Anthem); ແລະ 5). ຜົນການຈັດກອງປະຊຸມສະພາປະສານງານອາຊຽນ     ສະໄໝພິເສດ ວ່າດ້ວຍ ຂອບການພັດທະນາອະນຸພາກພື້ນ ໃນວັນທີ 09 ກັນຍາ 2020 ຜ່ານມາ ແນໃສ່ສົ່ງເສີມບົດບາດ ແລະ ຄວາມເປັນເຈົ້າການຂອງອາຊຽນ ເພື່ອປະກອບສ່ວນເຂົ້າໃນການສ້າງປະຊາຄົມອາຊຽນ ຮອດປີ 2025 ແລະ ຫຼັງ 2025.

ນອກນັ້ນ, ກອງປະຊຸມ ຍັງໄດ້ສະແດງຄວາມຍິນດີຕໍ່ຄວາມຄືບໜ້າໃນການຈັດຕັ້ງປະຕິບັດບັນດາຂໍ້ລິເລີ່ມຂອງອາຊຽນ ໃນການຕອບໂຕ້ກັບພະຍາດໂຄວິດ-19 ເປັນຕົ້ນ 1). ໄດ້ເຫັນດີຕໍ່ຮ່າງພາລະບົດບາດຂອງກອງທຶນອາຊຽນ ເພື່ອຮັບມືກັບການແຜ່ລະບາດຂອງພະຍາດໂຄວິດ-19 ແລະ ຄັງແຮຢາປົວພະຍາດ ແລະ ອຸປະກອນການແພດສຳລັບພາວະສຸກເສີນດ້ານສາທາລະນະສຸກພາກພື້ນອາຊຽນ; 2). ໄດ້ມອບໝາຍໃຫ້ເຈົ້າໜ້າທີ່ອາວຸໂສສາທາລະ ນະສຸກອາຊຽນ ໄປຮ່າງເອກະສານມາດຕະຖານການດໍາເນີນງານອາຊຽນສໍາລັບພາວະສຸກເສີນດ້ານສາທາລະນະສຸກ; ແລະ3). ເຫັນດີທາງດ້ານຫຼັກການຕໍ່ຮ່າງແຜນຟື້ນຟູຮອບດ້ານຂອງອາຊຽນ ສະບັບທຳອິດ ຈາກຜົນກະທົບຂອງພະຍາດໂຄວິດ-19 ແລະສະເໜີໃຫ້ 3 ເສົາຄໍ້າອາຊຽນ ສືບຕໍ່ມີຄຳເຫັນເພີ່ມເຕີມ ເພື່ອນຳສະເໜີຕໍ່ກອງປະຊຸມສະພາປະສານງານອາຊຽນ (ACC)ຄັ້ງທີ 28 ແລະ ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 37 ໃນເດືອນ ພະຈິກ 2020 ເພື່ອພິຈາລະນາຮັບຮອງເອົາ.

ພ້ອມກັນນີ້,ກອງປະຊຸມ ຍັງໄດ້ຮັບຊາບຄວາມຄືບໜ້າການກະກຽມລົງນາມການເຂົ້າເປັນພາຄີຂອງສົນ​​ທິ​ສັນ​ຍາໄມ​ຕີ​ຈິດ ແລະ ການ​ຮ່ວມ​ມື​ຢູ່ອາ​ຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້ ຫຼື TAC ຂອງກູບາ, ໂກລົມບີ ແລະ ອາຟລິກາໃຕ້. ສຸດທ້າຍ, ກອງປະຊຸມ ໄດ້ກະກຽມທັງທາງດ້ານເນື້ອໃນ ແລະ ພະລາທິການໃຫ້ແກ່ກອງປະຊຸມສະພາປະຊາຄົມການເມືອງ-ຄວາມໝັ້ນຄົງອາຊຽນ ຄັ້ງທີ 22, ກອງປະຊຸມສະພາປະສານງານອາຊຽນ ຄັ້ງທີ 28 ແລະ ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 37 ແລະ ກອງປະຊຸມສຸດຍອດທີ່ກ່ຽວຂ້ອງອື່ນໆ ທີ່ຈະຈັດຂຶ້ນໃນເດືອນ ພະຈິກ 2020.

ໃນຕອນເຊົ້າຂອງວັນທີ 08 ຕຸລາ 2020, ທ່ານ ທອງຜ່ານ ສະຫວັນເພັດ ພ້ອມດ້ວຍຄະນະ ກໍໄດ້ສືບຕໍ່ເຂົ້າຮ່ວມກອງປະຊຸມປຶກສາຫາລືຮ່ວມ (Joint Consultative Meeting-JCM), ກອງປະຊຸມໜ່ວຍງານວິຊາການສະພາປະສານງານອາຊຽນ ວ່າດ້ວຍ ການສະໝັກເຂົ້າເປັນສະມາຊິກອາຊຽນຂອງຕີມໍແລັດສະເຕ ຄັ້ງທີ 10 ແບບທາງໄກ (10th Meeting of the ASEAN Coordinating Council Working Group-ACCWG), ເຊິ່ງໃນກອງປະຊຸມປຶກສາຫາລືຮ່ວມ (JCM), ບັນດາເຈົ້າໜ້າທີ່ອາວຸໂສຂອງ 3 ເສົາຄໍ້າປະຊາຄົມອາຊຽນ ໄດ້ສຸມໃສ່ປຶກສາຫາລື ເພື່ອກະກຽມທັງດ້ານເນື້ອໃນ, ພະລາທິການ ແລະ ພິທີການໃຫ້ແກ່ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 37 ແລະ ກອງປະຊຸມສຸດຍອດອື່ນໆທີ່ກ່ຽວຂ້ອງ, ເຊິ່ງຈະມີຂຶ້ນໃນໄລຍະວັນທີ 13-15 ພະຈິກ 2020 ນີ້. ພ້ອມນີ້, ກອງປະຊຸມ ຍັງ​ໄດ້​ຮັບຊາບ​ຄວາມ​ຄືບ​ໜ້າ​ວຽກງານປັບປຸງຂອດການປະສານງານ ແລະ ບັນຫາວຽກງານທັບຊ້ອນລະຫວ່າງບັນດາຂະແໜງການກ່ຽວຂ້ອງຂອງ 3 ເສົາຄໍ້າປະຊາຄົມອາຊຽນ; ຄວາມຄືບໜ້າໃນການຮ່າງແຜນ   ຍຸດທະສາດອາຊຽນ ໃນຍຸກການປະຕິວັດອຸດສາຫະກຳ 4.0 ຫຼື 4.0 IR; ຮັບຊາບຄວາມຄືບໜ້າການຈັດຕັ້ງປະຕິ ບັດໜ້າວຽກເຄືອຂ່າຍຕົວເມືອງອັດສະລິຍະອາຊຽນ ສົກປີ 2020; ແລະ ເຫັນດີເປັນເອກະພາບຕໍ່ບັນດາເອກະສານຜົນກອງປະຊຸມສຸດຍອດອາຊຽນ ຄັ້ງທີ 37 ແລະ ກອງປະຊຸມສຸດຍອດອື່ນໆທີ່ກ່ຽວຂ້ອງ.  

ຫຼັງຈາກນັ້ນ, ທ່ານ ທອງຜ່ານ ສະຫວັນເພັດ ພ້ອມດ້ວຍຄະນະ ກໍໄດ້ສືບຕໍ່ເຂົ້າຮ່ວມກອງປະຊຸມໜ່ວຍງານວິຊາການສະພາປະສານງານອາຊຽນ ວ່າດ້ວຍ ການສະໝັກເຂົ້າເປັນສະມາຊິກອາຊຽນຂອງ ຕີມໍແລັດສະເຕ ຄັ້ງທີ 10 ແບບທາງໄກ, ເຊິ່ງໄດ້ຮັບຊາບຜົນສຳເລັດຂອງກອງປະຊຸມ ແບບທາງໄກ ລະຫວ່າງເສົາຄໍ້າປະຊາຄົມວັດທະ   ນະທຳ-ສັງຄົມອາຊຽນ (ASCC) ແລະ ຕີມໍແລັດສະເຕ ທີ່ໄດ້ຈັດຂຶ້ນໃນວັນທີ 8-10 ກັນຍາ 2020 ຜ່ານມາ ໂດຍສະເພາະໄດ້ປຶກສາຫາລືຄວາມພ້ອມຂອງຕີມໍເເລັດສະເຕ ໃນການຈະເຂົ້າຮ່ວມຈັດຕັ້ງປະຕິບັດບັນດາໜ້າວຽກໃນເສົາຄໍ້າປະຊາຄົມວັດທະນະທຳ-ສັງຄົມອາຊຽນ.ກອງປະຊຸມຄັ້ງນີ້, ໄດ້ຢໍ້າຄືນການຈະສືບຕໍ່ເຮັດວຽກຮ່ວມກັນຢ່າງໃກ້ຊິດ ລະຫວ່າງບັນດາຂະແໜງການກ່ຽວຂ້ອງຂອງອາຊຽນ ແລະ ຕີມໍແລັດສະເຕ ເພື່ອເຮັດໃຫ້ສາມາດສໍາເລັດການໄປຢູ່ຢ້ຽມຢາມ ແລະ ພົບປະ-ເຮັດວຽກ ຢູ່ ຕີມໍເເລັດສະເຕ ຂອງທັງ 3 ເສົາຄໍ້າອາຊຽນ ແລະ ຫຼັງຈາກນັ້ນ,    ເຈົ້າໜ້າທີ່ອາວຸໂສອາຊຽນ ຈະສືບຕໍ່ປຶກສາຫາລືກັນ ແລະ ຈະພ້ອມກັນຮ່າງແຜນທິດນໍາ (Roadmap) ໃນການຈະຮັບເອົາ ຕີມໍແລັດສະເຕ ເຂົ້າເປັນສະມາຊິກອາຊຽນຕໍ່ໄປ.

ແຈ້ງການ

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
485882
ມື້ນີ້13
ມື້ວານ168
ອາທິດນີ້918
ເດືອນນີ້5187