ໃນຕອນເຊົ້າຂອງວັນທີ 09 ພະຈິກ 2020, ທີ່ ກະຊວງການຕ່າງປະເທດ, ນະຄອນຫຼວງວຽງຈັນ, ທ່ານ ທອງຜ່ານ ສະຫວັນເພັດ, ຮອງລັດຖະມົນຕີກະຊວງການຕ່າງປະເທດ, ທັງເປັນຫົວໜ້າເຈົ້າໜ້າທີ່ອາວຸໂສອາຊຽນຂອງ ສປປ ລາວ ໄດ້ນຳພາຄະນະຜູ້ແທນລາວ ເຂົ້າຮ່ວມກອງປະຊຸມເຈົ້າໜ້າທີ່ອາວຸໂສອາຊຽນ (ASEAN Senior Officials’ Meeting) ແບບທາງໄກ ເພື່ອກະກຽມທັງທາງດ້ານເນື້ອໃນ ແລະ ພະລາທິການ ໃຫ້ແກ່ກອງປະຊຸມລະດັບລັດຖະມົນຕີອາຊຽນ, ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 37 ແລະ ກອງປະຊຸມສຸດຍອດອື່ນທີ່ກ່ຽວຂ້ອງ, ພາຍໃຕ້ການເປັນປະທານຂອງ ສສ. ຫວຽດນາມ.
ກອງປະຊຸມ ໄດ້ຮັບຊາບຄວາມຄືບໜ້າໃນການຈັດຕັ້ງປະຕິບັດ ບັນດາບູລິມະສິດການເປັນປະທານອາຊຽນຂອງຫວຽດນາມ ສົກປີ 2020 ໂດຍສະເພາະຄວາມຄືບໜ້າໃນການຮັບມື ແລະ ແກ້ໄຂການແຜ່ລະບາດຂອງພະຍາດໂຄວິດ-19. ນອກຈາກນີ້, ກໍໄດ້ປຶກສາຫາລືການສືບຕໍ່ຮ່ວມມືກັບບັນດາຄູ່ເຈລະຈາອາຊຽນ ແລະ ຄູ່ຮ່ວມມືພາຍນອກ ເປັນຕົ້ນ: ໄດ້ພິຈາລະນາຂໍ້ສະເໜີຂອງປະເທດຈຳນວນໜຶ່ງ ເພື່ອເຂົ້າເປັນພາຄີສົນທິສັນຍາໄມຕີຈິດ ແລະ ການຮ່ວມມືຢູ່ອາຊີຕາເວັນອອກສ່ຽງໃຕ້ ຫຼື TAC ແລະ ການສະເໜີເຂົ້າເປັນຄູ່ຮ່ວມມືທາງການຂອງອາຊຽນ.
ພ້ອມດຽວກັນນີ້, ກອງປະຊຸມ ຍັງໄດ້ສືບຕໍ່ປຶກສາຫາລືບັນດາຮ່າງເອກະສານຜົນກອງປະຊຸມ ເພື່ອນໍາສະເໜີໃຫ້ກອງປະຊຸມລັດຖະມົນຕີຕ່າງປະເທດຮັບຮອງ ກ່ອນຈະນໍາສະເໜີໃຫ້ກອງປະຊຸມສຸດຍອດຜູ້ນຳອາຊຽນ ຄັ້ງທີ 37 ແລະ ກອງປະຊຸມສຸດຍອດອື່ນທີ່ກ່ຽວຂ້ອງ ທີ່ຈະມີຂຶ້ນ ໃນລະຫວ່າງວັນທີ 12-15 ພະຈິກ 2020 ແບບທາງໄກ ພິຈາລະນາຮັບຮອງເອົາ.
ພິເສດ, ໃນກອງປະຊຸມຄັ້ງນີ້, ທ່ານຮອງລັດຖະມົນຕີ ທອງຜ່ານ ສະຫວັນເພັດ, ໃນນາມ ສປປ ລາວ ເປັນປະເທດປະສານງານການຮ່ວມມື ອາຊຽນ-ສະຫະລັດ ໄດ້ແຈ້ງຄວາມຄືບໜ້າຫຼ້າສຸດການກະກຽມທັງທາງດ້ານເນື້ອໃນ ແລະ ພະລາທິການ ໃຫ້ແກ່ກອງປະຊຸມສຸດຍອດ ອາຊຽນ-ສະຫະລັດ ຄັ້ງທີ 8 ທີ່ຈະມີຂຶ້ນ ໃນວັນທີ 14 ພະຈິກ 2020 ແບບທາງໄກ.
ໃນຕອນບ່າຍຂອງມື້ດຽວກັນ, ທ່ານ ທອງຜ່ານ ສະຫວັນເພັດ ພ້ອມດ້ວຍຄະນະຜູ້ແທນ ໄດ້ສືບຕໍ່ເຂົ້າຮ່ວມກອງປະຊຸມໜ່ວຍງານວິຊາການສະພາປະສານງານອາຊຽນ ວ່າດ້ວຍການຊ່ວຍເຫຼືອສຸກເສີນດ້ານສາທາລະນະສຸກ ຄັ້ງທີ 5 ແບບທາງໄກ (5th Meeting of ASEAN Coordinating Council Working Group on Public Health Emergencies) ພາຍໃຕ້ການເປັນປະທານຂອງ ຫວຽດນາມ ໂດຍມີບັນດາເຈົ້າໜ້າທີ່ອາວຸໂສອາຊຽນ, ເຈົ້າໜ້າທີ່ອາວຸໂສວັດທະນະທໍາ-ສັງຄົມ, ເສດຖະກິດ ແລະ ສາທາລະນະສຸກອາຊຽນ ແລະ ຄະນະກໍາມະການຜູ້ຕາງໜ້າຖາວອນປະຈໍາອາຊຽນ ເຂົ້າຮ່ວມ.
ກອງປະຊຸມຄັ້ງນີ້ ໄດ້ຕີລາຄາສູງຕໍ່ຜົນສຳເລັດໃນການຈັດຕັ້ງປະຕິບັດບັນດາຂໍ້ຕົກລົງຂອງ ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 36 ແລະ ກອງປະຊຸມສຸດຍອດອື່ນທີ່ກ່ຽວຂ້ອງ ວ່າດ້ວຍ ການຮັບມື ແລະ ແກ້ໄຂການແຜ່ລະບາດຂອງພະຍາດໂຄວິດ-19 ໂດຍສະເພາະໄດ້ຮັບຮອງເອົາ: 1). ຮ່າງພາລະບົດບາດຂອງກອງທຶນອາຊຽນ ເພື່ອຮັບມືກັບການແຜ່ລະບາດຂອງພະຍາດໂຄວິດ-19 ແລະ ຄັງແຮຢາປົວພະຍາດ ແລະ ອຸປະກອນການແພດ ສໍາລັບພາວະສຸກເສີນດ້ານສາທາລະນະສຸກພາກພື້ນອາຊຽນ; 2). ຮ່າງແຜນຟື້ນຟູຮອບດ້ານອາຊຽນ ແລະ ແຜນຈັດຕັ້ງປະຕິບັດຫຼັງໂຄວິດ-19; 3). ຮ່າງແຜນວຽກຍຸດທະສາດອາຊຽນ ສໍາລັບພາວະສຸກເສີນດ້ານສາທາລະນະສຸກ; ແລະ 4). ຮ່າງຖະແຫລງການອາຊຽນ ວ່າດ້ວຍ ການສ້າງຕັ້ງແລວການເດີນທາງໃນອາຊຽນ. ພ້ອມນີ້, ກອງປະຊຸມ ກໍໄດ້ເຫັນດີຕໍ່ຮູບແບບ ແລະ ຂັ້ນຕອນໃນການສ້າງຕັ້ງສູນສາທາລະນະສຸກສຸກເສີນ ແລະ ພະຍາດລະບາດພາກພື້ນອາຊຽນ ໂດຍການສະໜັບສະໜູນຂອງຍີ່ປຸ່ນ ລວມທັງການປຶກສາຫາລື ແລະ ແລກປ່ຽນຄໍາຄິດຄໍາເຫັນ ກ່ຽວກັບ ການຄັດເລືອກປະເທດເຈົ້າພາບ (host country) ຂອງສູນດັ່ງກ່າວ.
ຜົນຂອງການປຶກສາຫາລືຄັ້ງນີ້ ຈະນໍາສະເໜີຕໍ່ກອງປະຊຸມສະພາປະສານງານອາຊຽນ ຄັ້ງທີ 28 (28th ASEAN Coordinating Council Meeting) ພິຈາລະນາມີທິດຊີ້ນໍາ ກ່ອນນໍາສະເໜີຕໍ່ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 37 ໃນວັນທີ 12 ພະຈິກ 2020 ນີ້ ເພື່ອຮັບຊາບ, ຮັບຮອງ ແລະ ປະກາດສ້າງຕັ້ງຢ່າງເປັນທາງການ.