ໃນວັນທີ 02 ເມສາ 2021 ທີ່ ເມືອງ ວັງວຽງ, ແຂວງ ວຽງຈັນ, ທ່ານ ທອງສະຫັວນ ພົມວິຫານ, ກໍາມະການສູນກາງພັກ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ໄດ້ເຂົ້າຮ່ວມພິທີປິດຝຶກອົບຮົມ ພາຍໃຕ້ຫົວຂໍ້ “ການສ້າງຂີດຄວາມສາມາດໃນການເຜີຍແຜ່ເປົ້າໝາຍການພັດທະນາແບບຍືນຍົງ (ປພຍ) ແລະ ວຽກງານທີ່ກ່ຽວຂ້ອງໃຫ້ແກ່ພະນັກງານຂັ້ນຖ້ອງຖິ່ນ” ຊຸດທີ I,
ຊຸດຝຶກອົບຮົມດັ່ງກ່າວ ຈັດໂດຍ ກົມອົງການຈັດຕັ້ງສາກົນ, ກະຊວງການຕ່າງປະເທດ ໃນນາມກອງເລຂາແຫ່ງຊາດເພື່ອຈັດຕັ້ງປະຕິບັດເປົ້າໝາຍການພັດທະນາແບບຍືນຍົງ (ປພຍ/SDGs) ນັບຕັ້ງແຕ່ວັນທີ 29 ມີນາ ຈົນເຖິງວັນທີ 02 ເມສາ 2021, ໂດຍມີພະນັກງານຫຼັກແຫຼ່ງຂັ້ນຕ່າງໆຕາງໜ້າໃຫ້ພະແນກການຕ່າງປະເທດ ແລະ ຂະແໜງແຜນການ ຈາກ 05 ແຂວງຄື: ບໍ່ແກ້ວ, ອຸດົມໄຊ, ວຽງຈັນ, ບໍລິຄໍາໄຊ ແລະ ຄໍາມ່ວນ ເຂົ້າຮ່ວມທັງໝົດ ປະມານ 20 ທ່ານ, ຍິງ 5 ທ່ານ. ຈຸດປະສົງຂອງການຝຶກອົບຮົມໃນຄັ້ງນີ້ ແມ່ນເພື່ອຍົກລະດັບ ແລະ ສົ່ງເສີມຄວາມສາມາດຂອງພະນັກງານທີ່ຮັບຜິດຊອບຂົງເຂດວຽກງານການຕ່າງປະເທດ ແລະ ແຜນການ ຂັ້ນແຂວງໃຫ້ມີຄວາມເຂົ້າໃຈເລິກເຊິ່ງກ່ຽວກັບ ການຈັດຕັ້ງປະຕິບັດ, ຂະບວນການເຊື່ອມສານ ປພຍ ຂອງສາກົນ ເຂົ້າກັບແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ກໍຄື ວຽກງານຂອງຂະແໜງການໃນແຕ່ລະໄລຍະ. ພ້ອມທັງໄດ້ມີການຝຶກອົບຮົມທັກສະການເປັນຄູຝຶກ ເພື່ອໃຫ້ຜູ້ເຂົ້າຮ່ວມສາມາດຖ່າຍທອດຄວາມຮັບຮູ້ກ່ຽວກັບ ປພຍ ແລະ ນໍາໄປເຜີຍແຜ່ໃຫ້ພະນັກງານລັດຖະກອນ ແລະ ພໍ່ແມ່ປະຊາຊົນຢູ່ໃນຂັ້ນທ້ອງຖິ່ນ, ເພື່ອສ້າງເຄືອຂ່າຍການປະສານງານລະຫວ່າງກອງເລຂາ ປພຍ ແຫ່ງຊາດ ແລະ ຜູ້ເຂົ້າຮ່ວມ ກໍ່ຄືຈຸດປະສານງານຂັ້ນທ້ອງຖິ່ນໃຫ້ມີຄວາມຮັດແໜ້ນກົມກຽວກັນ. ເນື້ອໃນສຳຄັນ ຂອງ ການຝຶກອົບຮົມຄັ້ງນີ້ ແມ່ນປະກອບມີ ການນຳສະເໜີວິທີການເຜີຍແຜ່, ຖ່າຍທອດ ສົ່ງຄວາມຮູ້ ກ່ຽວກັບແຕ່ລະເປົ້າໝາຍ ປພຍ ຢ່າງເໝາະສົມແທດເໝາະກັບຕົວຈິງ, ທັກສະການເວົ້າການນຳສະເໜີດ້ານຕ່າງໆ, ສະຫຼຸບລາຍງານຖອດທອນບົດຮຽນ, ທັງມີການສົນທະນາແລກປ່ຽນປະສົບການ ແລະ ຂໍ້ມູນຂ່າວສານ ຮັບປະກັນການຈັດຕັ້ງປະຕິບັດ ປພຍ ແມ່ນ ໜ້າທີ່ຂອງໝົດທຸກຄົນພາຍໃນຊາດ ເພື່ອຜົນປະໂຫຍດລວມຂອງຊາດ, ຂອງທ້ອງຖິ່ນ ແລະ ສອດຄ່ອງກັບແນວທາງຂອງພັກຂອງລັດ ແລະ ລະບຽບກົດໝາຍຂອງປະເທດເຮົາ.
ໃນພິທີປິດ, ຜູ້ທີ່ໄດ້ຜ່ານການເຂົ້າຮ່ວມຈົນຈົບການຝືກ ແມ່ນໄດ້ຮັບໃບຢັ້ງຢືນການເຂົ້າຮ່ວມຝຶກອົບຮົມ ເຊິ່ງໃຫ້ກຽດມອບໃບຢັ້ງຢືນ ແລະ ກ່າວປິດພິທີຊຸດຝຶກຮົບໂດຍ ທ່ານ ທອງສະຫວັນ ພົມວິຫານ, ຮອງລັດຖະມົນຕີກະຊວງການຕ່າງປະເທດ. ໃນໂອກາດດັ່ງກ່າວ, ທ່ານຮອງລັດຖະມົນຕີ ໄດ້ໃຫ້ກຽດໂອ້ລົມ ແລະ ໃຫ້ທິດຊີ້ນໍາ ແກ່ຜູ້ເຂົ້າຮ່ວມຝຶກອົບຮົມ ໂດຍໄດ້ຍົກໃຫ້ເຫັນບາງບັນຫາທີ່ປິ່ນອ້ອມກັບການຈັດຕັ້ງການຝຶກອົບຮົມໃນຄັ້ງນີ້ ໂດຍສະເພາະແມ່ນ ຜູ້ເຂົ້າຮ່ວມຕ້ອງກຳແໜ້ນແນວທາງນະໂຍຍາຍຂອງພັກ-ລັດ ຕໍ່ກັບທິດທາງແຜນການພັດທະນາປະເທດຊາດໃນແຕ່ລະໄລຍະ, ເປັນຕົ້ນແມ່ນບັນດາໜ້າວຽກບູລິມະສິດຂອງລັດຖະບານທີ່ຖືກຮັບຮອງເອົາຢູ່ໃນແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ IX ເຊິ່ງມີຫຼາຍອັນຕິດພັນກັບເປົ້າໝາຍຂອງສາກົນ, ຜູ້ຈະໄປໂຄສະນາເຜີຍແຜ່ ກ່ຽວກັບ ການຈັດຕັ້ງປະຕິບັດ ປພຍ ກໍຕ້ອງກຳໃຫ້ໄດ້ປະຫັວດການເປັນມາ ຄວາມໝາຍຄວາມສຳຄັນຂອງແຕ່ລະເປົ້າໝາຍການພັດທະນາແບບຍືນຍົງ ທີ່ປິ່ນອ້ອມສາມເສົ້າຄ້ຳຄື: ເສດຖະກິດ, ສັງຄົມ ແລະ ສິ່ງແວດລ້ອມ; ໃນນັ້ນ, ການພັດທະນາເສດຖະກິດແຫ່ງຊາດຕ້ອງເປັນໃຈກາງ. ພ້ອມທັງ ຢໍ້າໃຫ້ຜູ້ເຂົ້າຮ່ວມຊຸດຝຶກອົບຮົມໃນຄັ້ງນີ້ ເອົາໃຈໃສ່ ແລະ ສືບຕໍ່ນຳເອົາທັກສະຄວາມຮູ້ ໄປເຜີຍແຜ່ຈັດຕັ້ງປະຕິບັດ ແລະ ຜັນຂະຫຍາຍເຂົ້າໃນໜ້າທີ່ວຽກງານຂອງຕົນ ໂດຍສະເພາະແມ່ນການຈັດຕັ້ງປະຕິບັດວາລະ 2030 ໃຫ້ມີປະສິດທິຜົນໃນຂອບເຂດທົ່ວປະເທດ.