ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ກອງປະຊຸຸມປຶກສາຫາລື ເຈົ້າໜ້າທີ່ອາວຸໂສ ອາຊຽນ-ຈີນ ຄັ້ງທີ 27 (ແບບທາງໄກ)

 

 

20210518-ASEAN-China Som - 1

20210518-ASEAN-China Som - 2

 

ໃນຕອນບ່າຍຂອງວັນທີ 18 ພຶດສະພາ 2021, ທີ່ກະຊວງການຕ່າງປະເທດ, ທ່ານ ທອງຜ່ານ ສະຫວັນເພັດ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ທັງເປັນ ຫົວໜ້າເຈົ້າໜ້າທີ່ອາວຸໂສອາຊຽນ ຂອງ ສປປ ລາວ ໄດ້ນຳພາຄະນະ ເຂົ້າຮ່ວມກອງປະຊຸຸມປຶກສາຫາລື ອາຊຽນ-ຈີນ ຄັ້ງທີ 27 ແບບທາງໄກ ພາຍໃຕ້ການເປັນປະທານຮ່ວມ ຂອງ ເຈົ້າໜ້າທີ່ອາວຸໂສອາຊຽນ ຟິລິບປິນ (ປະເທດປະສານງານ) ແລະ ສປ. ຈີນ.ນອກຈາກນີ້, ຍັງມີບັນດາເຈົ້າໜ້າທີ່ອາວຸໂສອາຊຽນອື່ນ, ທ່ານຮອງເລຂາທິການໃຫຍ່ອາຊຽນ ແລະ ວິຊາການທີ່ກ່ຽວຂ້ອງຈໍານວນນຶ່ງ ເຂົ້າຮ່ວມ.

ກອງປະຊຸມຄັ້ງນີ້,ໄດ້ຕີລາສູງຕໍ່ຜົນການຈັດຕັ້ງປະຕິບັດການຮ່ວມມືອາຊຽນ-ຈີນ ໃນໄລຍະຜ່ານມາໂດຍສະເພາະ ການຜັນ ຂະຫຍາຍຜົນຂອງກອງປະຊຸມສຸດຍອດອາຊຽນ-ຈີນຄັ້ງທີ 23 ໃນທ້າຍເດືອນພະຈິກ 2020 ຜ່ານມາ ແລະ ການຈັດຕັ້ງປະຕິບັດແຜນປະຕິບັດງານການຮ່ວມມືອາຊຽນ-ຈີນໄລຍະ 2021-2025, ເຊິ່ງກວມເອົາ ສາມເສົາຄ້ຳ ການສ້າງປະຊາຄົມອາຊຽນ (ການເມືອງ-ຄວາມໝັ້ນຄົງ, ເສດຖະກິດແລະວັດທະນະທຳ-ສັງຄົມ). ສໍາລັບ ທິດທາງໃນຕໍ່ໜ້າ, ກອງປະຊຸມ ເຫັນດີຈະສືບຕໍ່ຮ່ວມມືກັນໃນບາງຂະແໜງການບູລິມະສິດ ຄື: ການສືບຕໍ່ຜັນຂະຫຍາຍແຜນປະຕິບັດງານການຮ່ວມມືໄລຍະ 2021-2025; ການແລກປ່ຽນຂໍ້ມູນຂ່າວສານແລະບົດຮຽນທີ່ດີລວມທັງການຄົ້ນຄວ້າ-ພັດທະນາ (R&D) ຢາວັກແຊັງຕ້ານພະຍາດໂຄວິດ-19 ແລະ ການສະໜອງຢາວັກແຊັງດັ່ງກ່າວ ຜ່ານບ້ວງສອງຝ່າຍ ແລະ ຫຼາຍຝ່າຍ ຫຼື ໂຄແວັກ(COVAX);ການຈັດຕັ້ງປະຕິບັດບັນດາກິດຈະກໍາສະເຫຼີມສະຫຼອງການພົວພັນຮ່ວມມືຄົບຮອບ 30 ປີ ໃນປີ 2021; ການຟື້ນຟູເສດຖະກິດຮອບດ້ານຫຼັງໂຄວິດ-19; ການສືບຕໍ່ຈັດຕັ້ງປະຕິບັດແຜນແມ່ບົດການເຊື່ອມຈອດອາຊຽນ ຮອດປີ 2025(MPAC 2025); ການຈັດຕັ້ງປະຕິບັດແຜນປະຕິບັດງານການເຊື່ອມໂຍງອາຊຽນ ສະບັບທີ 4 (2021-2025);ການຫັນເປັນເສດຖະກິດດີຈີຕອນ ໂດຍຈະສຸມໃສ່ສະໜັບ ສະໜູນຈຸລະວິສາຫະກິດ, ທຸລະກິດຂະໜາດນ້ອຍ ແລະ ຂະໜາດກາງ (MSMEs) ເພື່ອໃຫ້ສາມາດດຳເນີນທຸລະກິດ-ການຄ້າທາງເອເລັກໂຕຼນິກຮ່ວມກັນໄດ້;ການຈັດຕັ້ງປະຕິບັດເຂດການຄ້າເສລີອາຊຽນ-ຈີນແລະ ສັນຍາການຮ່ວມມືເສດຖະກິດຮອບດ້ານລະດັບພາກພື້ນ ຫຼື RCEP;ການສຶກສາ (ການສະໜອງທຶນສຶກສາທັງໄລຍະສັ້ນ ແລະ ໄລຍະຍາວ); ການໄປມາຫາສູ່ລະຫວ່າງປະຊາຊົນກັບປະຊາຊົນ ລວມທັງ ການທ່ອງທ່ຽວ; ແລະການສົ່ງເສີມການຮ່ວມມືອະນຸ ພາກພື້ນໂດຍສະເພາະ ຂອບການຮ່ວມມືແມ່ນ້ຳຂອງ-ແມ່ນ້ຳລ້ານຊ້າງ.ນອກນີ້, ກອງປະຊຸມ ຍັງໄດ້ແລກປ່ຽນຄຳຄິດ ຄຳເຫັນຕໍ່ບາງບັນຫາພົ້ນເດັ່ນຢູ່ພາກພື້ນແລະສາກົນທີ່ມີຄວາມສົນໃຈຮ່ວມກັນເຊັ່ນ: ບັນຫາແຫຼມເກົາຫຼີ, ທະເລຈີນໃຕ້, ເອກະສານແນວຄວາມຄິດ ອາຊຽນ ວ່າດ້ວຍ ອິນໂດ-ປາຊີຟິກແລະອື່ນໆ.

ໃນກອງປະຊຸມຄັ້ງນີ້, ທ່ານຮອງລັດຖະມົນຕີໄດ້ສະແດງຄວາມຂອບໃຈຕໍ່ການຊ່ວຍເຫຼືອອັນລໍ້າຄ່າ ຂອງ ສປ. ຈີນ ໃຫ້ແກ່ ສປປ ລາວ ໃນໄລຍະຜ່ານມາ ໂດຍສະເພາະການຊ່ວຍເຫຼືອທາງດ້ານເຕັກນິກ-ວິຊາການ ແລະ ການສະໜອງທຶນຊ່ວຍເຫຼືອ ເພື່ອຮັບມື ແລະ ແກ້ໄຂ ການແຜ່ລະບາດຂອງພະຍາດໂຄວິດ-19 ຢູ່ ສປປ ລາວ; ພິເສດ, ແມ່ນການຊ່ວຍເຫຼືອໃນການສະໜອງວັກແຊັງຕ້ານໂຄວິດ-19 ທັງຜ່ານບ້ວງສອງຝ່າຍ ແລະ ຫຼາຍຝ່າຍ. ພ້ອມນີ້, ທ່ານ ຮອງລັດຖະມົນຕີ      ຍັງໄດ້ສະເໜີໃຫ້ກອງປະຊຸມ ພິຈາລະນາ ບາງຂົງເຂດບູລິມະສິດການຮ່ວມມື ອາຊຽນ-ຈີນ ໃນໄລຍະຕໍ່ໜ້າ ເປັນຕົ້ນ: ການເຊື່ອມຈອດອາຊຽນ ດ້ວຍການເຊື່ອມສານແຜນແມ່ບົດການເຊື່ອມຈອດອາຊຽນ 2025 ແລະ ຂໍ້ລິເລີ່ມໜຶ່ງແລວໜຶ່ງ ເສັ້ນທາງ ໂດຍສະເພາະໂຄງການທາງລົດໄຟຄວາມໄວສູງ ລາວ-ຈີນ; ການຮັດແຄບຄວາມແຕກໂຕນດ້ານການພັດທະນາ; ການຫັນເປັນດິຈີຕອນ; ການພັດທະນາຍືນຍົງ; ແລະ ການພັດທະນາຊັບພະຍາກອນມະນຸດ ດ້ວຍການສະໜອງທຶນສຶກສາ ໄລຍະສັ້ນ ແລະ ໄລຍະຍາວ.

ສຸດທ້າຍ, ກອງປະຊຸມຍັງໄດ້ປຶກສາຫາລືການກະກຽມດ້ານເນື້ອໃນແລະພິທີການໃຫ້ແກ່ກອງປະຊຸມ ລັດຖະມົນຕີຕ່າງປະເທດອາຊຽນ-ຈີນ ສະໄໝພິເສດ ແບບເຊິ່ງໜ້າ,ຊິ່ງຈະຈັດຂຶ້ນໃນວັນທີ 7-8 ມິຖຸນາ 2021 ທີ່ເມືອງຊົງຊິງ, ສປ.ຈີນ; ກອງປະຊຸມລັດຖະມົນຕີຕ່າງປະເທດ ອາຊຽນ-ຈີນ (PMC) ໃນເດືອນສິງຫາ 2021; ແລະ ກອງປະຊຸມສຸດຍອດຜູ້ນໍາອາຊຽນ-ຈີນ ທີ່ ໃນເດືອນ ຕຸລາ 2021.

--------------------------------

ແຈ້ງການ

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
486440
ມື້ນີ້136
ມື້ວານ220
ອາທິດນີ້102
ເດືອນນີ້5745