ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ຮອງລັດຖະມົນຕີກະຊວງການຕ່າງປະເທດ ເຂົ້າຮ່ວມກອງປະຊຸມປຶກສາຫາລື ອາຊຽນ-ຍີ່ປຸ່ນ ຄັ້ງທີ 36 ແບບທາງໄກ

 

 2021527-som-asean-japan1

2021527-som-asean-japan2

2021527-som-asean-japan3

2021527-som-asean-japan4

ໃນຕອນເຊົ້າ ຂອງ ວັນທີ 27 ພຶດສະພາ 2021, ທີ່ ກະຊວງການຕ່າງປະເທດ, ທ່ານ ທອງຜ່ານ ສະຫວັນເພັດ, ຮອງລັດຖະມົນຕີຕ່າງປະເທດ, ທັງເປັນຫົວໜ້າເຈົ້າໜ້າທີ່ອາວຸໂສອາຊຽນ ຂອງ ສປປ ລາວ ໄດ້ນຳພາຄະນະເຂົ້າຮ່ວມ ກອງປະຊຸມປຶກສາຫາລື ອາຊຽນ-ຍີ່ປຸ່ນ ຄັ້ງທີ 36 (36th ASEAN-Japan Forum) ແບບທາງໄກ ພາຍໃຕ້ ການເປັນປະທານຮ່ວມ ຂອງ ທ່ານ Nguyen Quoc Dzung, ຮອງລັດຖະມົນຕີຕ່າງປະເທດ, ຫົວໜ້າເຈົ້າໜ້າທີີ່ອາວຸໂສອາຊຽນ ຂອງ ຫວຽດນາມ ແລະ ທ່ານ Takeo Mori, ຮອງລັດຖະມົນຕີຕ່າງປະເທດ, ຫົວໜ້າເຈົ້າໜ້າທີີ່ອາວຸໂສ ຂອງ ຍີ່ປຸ່ນ. ເຂົ້າຮ່ວມໃນກອງປະຊຸມ ຄັ້ງນີ້ ຍັງມີບັນດາເຈົ້າໜ້າທີ່ອາວຸໂສອາຊຽນ, ຮອງເລຂາທິການໃຫ່ຍອາຊຽນ ແລະ ວິຊາການທີ່ກ່ຽວຂ້ອງຈໍານວນໜຶ່ງ.

ກອງປະຊຸມ ໄດ້ຕີລາຄາສູງ ແລະ ຮັບຊາບ ສະພາບການຮ່ວມມື ລະຫວ່າງ ອາຊຽນ ແລະ ຍີ່ປຸ່ນ ໄລຍະຜ່ານມາ ໂດຍສະເພາະຄວາມຄືບໜ້າ ໃນການຈັດຕັ້ງປະຕິບັດ ບັນດາແຜນ ແລະ ໂຄງການ ພາຍໃຕ້ແຜນປະຕິບັດງານ ອາຊຽນ-ຍີ່ປຸ່ນ ເຊີ່ງກວມເອົາ ການຮ່ວມມື ໃນຂົງເຂດທີ່ເປັນບູລິມະສິດເຊັ່ນ: ຄູ່ຮ່ວມມືເພື່ອສັນຕິພາບ ແລະ ຄວາມໝັ້ນຄົງ; ຄູ່ຮ່ວມມືເພື່ອຄວາມສົມບູນພູນສຸກ; ຄູ່ຮ່ວມມືເພື່ອຄຸນນະພາບຊີວິດ; ແລະ ຄູ່ຮ່ວມມືໃຈເຖິງໃຈ.

ໃນໂອກາດນີ້, ທ່ານ ຮອງລັດຖະມົນຕີ ທອງຜ່ານ ສະຫວັນເພັດ ໄດ້ປະກອບຄຳຄິດເຫັນ ກ່ຽວກັບ ບາງບັນຫາສຳຄັນ ທີ່ນອນໃນຂົງເຂດແຜນປະຕິບັດງານ ອາຊຽນ-ຍີ່ປຸ່ນ ເຊັ່ນ: ຄູ່ຮ່ວມມືດ້ານຄຸນນະພາບຊີວິດ ແລະ ຄູ່ຮ່ວມມື ໃຈ-ເຖິງ-ໃຈ (Partners for Quality of Life and Heart-to-Heart Partners) ເຊິ່ງໄດ້ກວມເອົາການຮ່ວມມືໃນຫຼາຍຂົງເຂດທີ່ສຳຄັນເຊັ່ນ: ດ້ານສາທາລະນະສຸກ, ການຮັບມືກັບໄພທຳມະຊາດ, ການຮັດແຄບຄວາມແຕກໂຕນດ້ານການພັດທະນາ, ການພັດທະນາໃນຂົງເຂດອະນຸພາກພື້ນ, ແລະ ການໄປມາຫາສູ່ລະຫວ່າງປະຊາຊົນ ກັບ ປະຊາຊົນ ແລະ ອື່ນໆ.

ພ້ອມນີ້, ກອງປະຊຸມຍັງໄດ້ປຶກສາຫາລືກ່ຽວກັບ ທິດທາງແຜນການຮ່ວມມືໃນຕໍ່ໜ້າ ເປັນຕົ້ນແມ່ນ ການຈັດຕັ້ງປະຕິບັດ ແຜນປະຕິບັດງານການຮ່ວມມື ອາຊຽນ-ຍີ່ປຸ່ນ ກໍ່ຄືການຜັນຂະຫຍາຍຜົນຂອງກອງປະຊຸມສຸດຍອດ ອາຊຽນ-ຍີ່ປຸ່ນ ຄັ້ງທີ 23 ແລະ ຢ້ຳຄືນຄວາມໝາຍໝັ້ນທີ່ຈະສືບຕໍ່ຮ່ວມມືກັນ ໃນການສະກັດກັ້ນ, ເຝົ້າລະວັງ, ຄວບຄຸມ ແລະ ແກ້ໄຂບັນຫາການແຜ່ລະບາດຂອງພະຍາດໂຄວິດ-19 ກໍ່ຄືການຟື້ນຟູ ລະບົບເສດຖະກິດພາຍຫຼັງທີ່ສາມາດຄວບຄຸມການແຜ່ລະບາດຂອງເຊື້ອພະຍາດດັ່ງກ່າວສໍາເລັດ.

ກອງປະຊຸມປຶກສາຫາລື ອາຊຽນ-ຍີ່ປຸ່ນ ຄັ້ງທີ 36 ຍັງຖືເປັນເວທີປືກສາຫາລື ແລະ ແລກປ່ຽນຄຳຄິດເຫັນ ຕໍ່ບັນຫາສະພາບການໃນພາກພື້ນ ແລະ ສາກົນ ທີ່ຕ່າງຝ່າຍມີຄວາມສົນໃຈຮ່ວມກັນ ເພື່ອປະກອບສ່ວນເຂົ້າໃນການຮັກສາສັນຕິພາບ ແລະ ຄວາມໝັ້ນຄົງໃນພາກພື້ນ ກໍ່ຄືໃນໂລກ ໂດຍສະເພາະ: ການຈັດຕັ້ງປະຕິບັດຖະແຫຼງການຜູ້ນຳ ອາຊຽນ-ຍີ່ປຸ່ນ ວ່າດ້ວຍ ອິນໂດ-ປາຊີຟິກ ທີ່ໄດ້ຮັບຮອງເອົາໃນໂອກາດກອງປະຊຸມສຸດຍອດ ອາຊຽນ-ຍີ່ປຸ່ນ ໃນທ້າຍປີຜ່ານມາ ໃຫ້ປະກົດຜົນເປັນຈິງ.

ແຈ້ງການ

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
486438
ມື້ນີ້134
ມື້ວານ220
ອາທິດນີ້100
ເດືອນນີ້5743