ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ລາວ-ອັງກິດ ເສີມຂະຫຍາຍການພົວພັນຮ່ວມມືສອງຝ່າຍ

20210707aa

20200707afffaa

      ໃນວັນທີ 7 ກໍລະກົດ 2021, ທີ່ ກະຊວງການຕ່າງປະເທດ ທ່ານ ບຸນເຫຼືອ ພັນດານຸວົງ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ໄດ້ຮ່ວມປຶກສາຫາລືສອງຝ່າຍທາງໂທລະສັບກັບ ທ່ານ Nigel Adams, ຮອງລັດຖະມົນຕີ, ຜູ້ຊີ້ນໍາວຽກງານຢູ່ໃນຂົງເຂດອາຊີ, ກະຊວງການຕ່າງປະເທດ ອັງກິດ.

ສອງຝ່າຍ ໄດ້ດຳເນີນການປຶກສາຫາລືຮ່ວມກັນ ຢ່າງສ້າງສັນ, ມິດຕະພາບ ແລະ ກົງໄປກົງມາ, ຝ່າຍລາວ ໄດ້ຕີລາຄາສູງຕໍ່ການຮ່ວມມືຊ່ວຍເຫຼືອອັນມີຄ່າຂອງລັດຖະບານ ແລະ ປະຊາຊົນອັງກິດ ໃຫ້ແກ່ ລັດຖະບານ ແລະ ປະຊາຊົນລາວ ໃນໄລຍະຜ່ານມາຈົນເຖິງປັດຈຸບັນ, ທັງໃນຂອບສອງຝ່າຍ ແລະ ຫຼາຍຝ່າຍ ເປັນຕົ້ນແມ່ນວຽກງານການສຶກສາ, ສາທາລະນະສຸກ, ການອະນຸລັກສັດປ່າ ແລະ ສິ່ງແວດລ້ອມ, ດ້ານເສດຖະກິດ ແລະ ການເກັບກູ້ລະເບີດທີ່ຍັງບໍ່ທັນແຕກ ລວມມູນຄ່າຫຼາຍກວ່າ 10 ລ້ານໂດລາສະຫະລັດ ແລະ ການສະໜັບສະໜູນວັກແຊັງປ້ອງກັນໂຄວິດ-19 ຜ່ານໂຄງການ COVAX facility. ຝ່າຍອັງກິດ ໄດ້ສະແດງຄວາມຂອບໃຈຝ່າຍລາວຕໍ່ການຮ່ວມສົນທະນາທາງໂທລະສັບໃນຄັ້ງນີ້, ຊຶ່ງ ທ່ານ Nigel Adamsໄດ້ຕີລາຄາຄືນປະສິດທິພາບ ແລະ ໝາກຜົນຂອງການຊ່ວຍເຫຼືອຂອງອັງກິດ ໃນໄລຍະຜ່ານມາ ໂດຍສະເພາະແມ່ນການຊ່ວຍເຫຼືອເພື່ອຕໍ່ສູ້ກັບການລະບາດຂອງພະຍາດ ໂຄວິດ-19 ຢູ່ໃນ ສປປ ລາວ ຜ່ານໂຄງການຊ່ວຍເຫຼືອ ຂອງ ໂຄງການດັ່ງກ່າວ ລວມທັງການຊ່ວຍເຫຼືອດ້ານວິຊາການການແພດຜ່ານກອງທຶນ Flemming Fund ແລະWelcome Trust. ນອກຈາກນັ້ນ, ຍັງໄດ້ຊີ້ແຈງທັດສະນະ ແລະ ຄວາມຈໍາເປັນ ຂອງ ອັງກິດ ໃນການການທົບທວນຄືນ ນະໂຍບາຍຄວາມໝັ້ນຄົງ, ການປ້ອງກັນຊາດ, ການພັດທະນາ ແລະ ການຕ່າງປະເທດ ໃນໄລຍະໃໝ່ ກໍ່ຄືການອອກຈາກ ອີຢູ ຂອງ ອັງກິດ. ໃນໂອກາດດັ່ງກ່າວ, ທ່ານ ຮອງລັດຖະມົນຕີອັງກິດ ຍັງໄດ້ສະແດງຄວາມຂອບໃຈຕໍ່ລັດຖະບານລາວ ທີ່ໄດ້ໃຫ້ການສະໜັບສະໜູນຂໍ້ສະເໜີຂອງອັງກິດ ເປັນຕົ້ນແມ່ນການສະໝັກເຂົ້າເປັນຄູ່ເຈລະຈາກັບອາຊຽນ, ການສະໜັບສະໜູນໃຫ້ອັງກິດ ເປັນເຈົ້າພາບຈັດກອງປະຊຸມລະຫວ່າງປະເທດສະມາ ຊິກອາຊຽນ ແລະ ກຸ່ມG7, ທີ່ຈະຈັດຂຶ້ນຢູ່ ອັງກິດ ໃນເດືອນ ທັນວາ 2021, ຊຶ່ງເປັນການສະໜັບສະໜູນທີ່ມີຄຸນຄ່າຕໍ່ການຫັນໜ້າສູ່ອາຊີ-ປາຊີຟິກ ຂອງ ອັງກິດ ແລະ ຍຸດທະສາດອິນໂດ-ປາຊີຟິກ ໂດຍສະເພາະໃນພາກພື້ນອາຊຽນ. ທ່ານ ຮອງລັດຖະມົນຕີ Adams ຍັງໄດ້ເຊື້ອເຊີນ ທ່ານ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ເດີນທາງໄປຢ້ຽມຢາມທາງການ ແລະ ເຊີນຄະນະຜູ້ແທນລາວເຂົ້າຮ່ວມກອງປະຊຸມສຸດຍອດວ່າດ້ວຍການປ່ຽນແປງດິນຟ້າອາກາດ (COP-26)ທີ່ ຈະຈັດຂຶ້ນຢູ່ ອັງກິດ ໃນເດືອນ ພະຈິກ 2021.

ໃນຕອນທ້າຍທັງສອງຝ່າຍໄດ້ແລກປ່ຽນຄໍາຄິດຄໍາເຫັນເຊິ່ງກັນ ແລະ ກັນ ຢ່າງກົງໄປກົງມາກ່ຽວກັບ ທິດທາງການເສີມຂະຫຍາຍການພົວພັນຮ່ວມມືທີ່ມີມູນເຊື້ອອັນດີ ລະຫວ່າງ ສອງປະເທດໃຫ້ເຂັ້ມແຂງ ແລະ ແຕກດອກອອກຜົນຍິ່ງໆຂຶ້ນໃນຕໍ່ໜ້າ.

ແຈ້ງການ

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

*ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
487172
ມື້ນີ້7
ມື້ວານ191
ອາທິດນີ້834
ເດືອນນີ້565