ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ກອງປະຊຸມໂຕະມົນລະດັບສູງ ອາຊຽນ-ຍີ່ປຸ່ນ

 

1-DSC 7662

2-DSC 7654

 

ໃນຕອນເຊົ້າ ຂອງ ວັນທີ 21 ກໍລະກົດ 2021, ທີ່ ກະຊວງການຕ່າງປະເທດ, ທ່ານ ທອງຜ່ານ ສະຫວັນເພັດ, ຮອງລັດຖະມົນຕີຕ່າງປະເທດ, ຫົວໜ້າເຈົ້າໜ້າທີ່ອາວຸໂສອາຊຽນ ຂອງ ສປປ ລາວ ໄດ້ນຳພາຄະນະ ເຂົ້າຮ່ວມ ກອງປະຊຸມໂຕະມົນລະດັບສູງ ອາຊຽນ-ຍີ່ປຸ່ນ (ASEAN-Japan High Level Roundtable) ເພື່ອປຶກສາຫາລື ກ່ຽວກັບການກະກຽມໃຫ້ແກ່ການສະເຫຼີມສະຫຼອງ ການພົວພັນ ອາຊຽນ-ຍີ່ປຸ່ນ ຄົບຮອບ 50 ປີ ໃນປີ 2023. ກອງປະຊຸມຄັ້ງນີ້, ໄດ້ຮັບກຽດ ກ່າວເປີດໂດຍ ພະນະທ່ານ Bui Thanh Son, ລັດຖະມົນຕີຕ່າງປະເທດ ຂອງຫວຽດນາມ ແລະ ພະນະທ່ານ Washio Eiichiro, ຮອງລັດຖະມົນຕີຕ່າງປະເທດ ຂອງຍີ່ປຸ່ນ, ເຊິ່ງຈັດຂຶ້ນໃນຮູບແບບປະສົມປະສານ (ແບບເຊິ່ງໜ້າ ແລະ ແບບທາງໄກ). ເຂົ້າຮ່ວມໃນກອງປະຊຸມຄັ້ງນີ້ ຍັງມີບັນດາເຈົ້າໜ້າທີ່ອາວຸໂສອາຊຽນ, ຮອງເລຂາທິການໃຫ່ຍອາຊຽນ, ເອກອັກຄະລັດຖະທູດ, ຫົວໜ້າກົມ, ຊ່ຽວຊານ ແລະ ວິຊາການທີ່ກ່ຽວຂ້ອງຈໍານວນໜຶ່ງ.

ກອງປະຊຸມ ໄດ້ຕີລາຄາສູງ ການພົວພັນຮ່ວມມື ອາຊຽນ-ຍີ່ປຸ່ນ ຕະຫຼອດໄລຍະເກືອບ 5 ທົດສະຫວັດຜ່ານມາເຊິ່ງກວມເອົາ ການຮ່ວມມື ໃນຂົງເຂດທີ່ເປັນບູລິມະສິດຄື: ຄູ່ຮ່ວມມືເພື່ອສັນຕິພາບ ແລະ ຄວາມໝັ້ນຄົງ; ຄູ່ຮ່ວມມືເພື່ອຄວາມສົມບູນພູນສຸກ; ຄູ່ຮ່ວມມືເພື່ອຄຸນນະພາບຊີວິດ; ແລະ ຄູ່ຮ່ວມມືໃຈເຖິງໃຈ. ຄຽງຄູ່ກັນນີ້, ກອງປະຊຸມຍັງໄດ້ປຶກສາຫາລື ກ່ຽວກັບທິດທາງແຜນການຮ່ວມມືໃນຕໍ່ໜ້າ ໂດຍສະເພາະ ການກະກຽມສະເຫຼີມສະຫຼອງ ການພົວພັນຮ່ວມມື ຄູ່ຮ່ວມມື ອາຊຽນ-ຍີ່ປຸ່ນ ຄົບຮອບ 50 ປີ ໃນປີ 2023, ລວມທັງການຈັດຕັ້ງປະຕິບັດ ແຜນປະຕິບັດງານການຮ່ວມມື ອາຊຽນ-ຍີ່ປຸ່ນ ສະບັບປັບປຸງ ໃນປີ 2017 ໃນທ່າມກາງສະພາບການແຜ່ລະບາດຂອງພະຍາດ ໂຄວິດ-19.

ໃນໂອກາດນີ້, ທ່ານ ຮອງລັດຖະມົນຕີ ທອງຜ່ານ ສະຫວັນເພັດ ໄດ້ປະກອບຄຳເຫັນຕໍ່ວາລະກ່ຽວກັບ ການຮ່ວມມືເພື່ອສະໜັບສະໜູນ ຄວາມພະຍາຍາມໃນການຮັດແຄບຄວາມແຕກໂຕນ ດ້ານການພັດທະນາ ແລະ ການພັດທະນາແບບຍືນຍົງ, ໂດຍໄດ້ເນັ້ນຢ້ຳຄວາມສຳຄັນຂອງການຮ່ວມມື ພາຍໃຕ້ ຂໍ້ລິເລິ່ມເພື່ອການເຊື່ອມໂຍງອາຊຽນ, ການເຊື່ອມຈອດ ແລະ ການຈັດຕັ້ງປະຕິບັດເປົ້າໝາຍເພື່ອການພັດທະນາແບບຍືນຍົງ ຂອງ ສປຊ.

ກອງປະຊຸມຍັງໄດ້ຊົມເຊີຍ ຍີ່ປຸ່ນ ທີ່ໄດ້ ສະໜັບສະໜູນ ແລະ ຮ່ວມມືຢ່າງໃກ້ສິດ ຕະຫຼອດໄລຍະຜ່ານມາ, ແລະ ໃນຕໍ່ໜ້າ ອາຊຽນ ແລະ ຍີ່ປຸ່ນ ໄດ້ເຫັນດີເພີ່ມທະວີ ການຮ່ວມມື ລະຫວ່າງ ອາຊຽນ-ຍີ່ປຸ່ນ ໃນຂົງເຂດຕ່າງໆ ທີ່ມີຄວາມສົນໃຈ ແລະ ມີທ່າແຮງຮ່ວມກັນເຊັ່ນ: ດ້ານສາທາລະນະສຸກ; ການຮ່ວມມືດ້ານການຄ້າ ແລະ ການລົງທຶນ; ການສົ່ງເສີມ ແລະ ພັດທະນາຜູ້ປະກອບການ ຂະໜາດນ້ອຍ ແລະ ຂະໜາດກາງ; ການເຊື່ອມຈອດພາກພື້ນ; ການພັດທະນາແບບຍືນຍົງ, ການຮັດແຄບຄວາມແຕກໂຕນ ແລະ ການຮ່ວມມືໃນອະນຸພາກພື້ນ; ການຮັບມືກັບໄພພິບັດ ການຮັບມືກັບການປ່ຽນແປງຂອງ ສະພາບອາກາດ ແລະ ສິ່ງແວດລ້ອມ; ການແລກປ່ຽນລະ​ຫວ່າງປະ​ຊາ​ຊົນ ແລະ ປະຊາຊົນ; ແລະ ການພັດທະນາຊັບພະຍາກອນມະນຸດ ເປັນຕົ້ນ.

 

 

********************************

 

ແຈ້ງການ

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
485991
ມື້ນີ້122
ມື້ວານ168
ອາທິດນີ້1027
ເດືອນນີ້5296