ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ກອງປະຊຸມປຶກສາຫາລືເຈົ້າຫນ້າທີ່ອາວຸໂສ ລາວ-ອົດສະຕຣາລີ ຄັ້ງທີ 14 (ແບບທາງໄກ)

 

14LaoAUs

14LaoAUs1

14LaoAUs2

 

ໃນວັນທີ 26 ກໍລະກົດ 2021, ທ່ານ ທອງຜ່ານ ສະຫວັນເພັດ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ເປັນປະທານຮ່ວມ ກອງປະຊຸມປຶກສາຫາລືເຈົ້າໜ້າທີ່ອາວຸໂສ ລາວ-ອົດສະຕຣາລີ ຄັ້ງທີ 14 (ຮູບແບບທາງໄກ) ຮ່ວມກັບ ທ່ານ ຣິດວານ ເຈດເວີດ, ຜູ້ຊ່ວຍລັດຖະມົນຕີກະຊວງການຕ່າງປະເທດ ແລະ ການຄ້າ ຂອງ ອົດສະຕຣາລີ. ໃນກອງປະຊຸມຄັ້ງນີ້, ສອງຝ່າຍ ໄດ້ປຶກສາຫາລື ແລະ ແລກປ່ຽນຄໍາຄິດຄໍາເຫັນກ່ຽວກັບການພົວພັນຮ່ວມມືໃນຂອບສອງຝ່າຍ ແລະ ຫຼາຍຝ່າຍໃນໄລຍະຜ່ານມາ ລະຫວ່າງ ສປປ ລາວ ແລະ ອົດສະຕຣາລີ. ພ້ອມກັນນີ້, ຍັງໄດ້ມີການປຶກສາຫາລືທິດທາງ ແລະ ແຜນການຮ່ວມມືໃນດ້ານຕ່າງໆຂອງສອງປະເທດໃນອະນາຄົດ ລວມທັງແຜນການຮ່ວມກັນຈັດກິດຈະກໍາສະເຫຼີມສະຫຼອງວັນສ້າງຕັ້ງສາຍພົວພັນການທູດລະຫວ່າງ ລາວ ແລະ ອົດສະຕຣາລີ ຄົບຮອບ 70 ປີ ໃນປີ 2022 (15 ມັງກອນ 1952) ທີ່ຈະມາເຖິງນີ້ ໃຫ້ມີບັນຍາກາດຟົດຟື້ນ ແລະ ມີຄວາມໝາຍ ແນໃສ່ຊຸກຍູ້ການພົວພັນຮ່ວມມືລະຫວ່າງສອງປະເທດໃຫ້ນັບມື້ຂະຫຍາຍຕົວຍິ່ງໆຂຶ້ນ.

ໃນໂອກາດດັ່ງກ່າວ, ທ່ານ ທອງຜ່ານ ສະຫວັນເພັດ ໄດ້ຕີລາຄາສູງ ຕໍ່ສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມຕະຫຼອດໄລຍະທີ່ຜ່ານມາ ນັບຕັ້ງແຕ່ສອງປະເທດ ໄດ້ສ້າງຕັ້ງສາຍພົວພັນການທູດນໍາກັນ ໃນວັນທີ 15 ມັງກອນ 1952 ແລະ ຍັງໄດ້ສະແດງຄວາມຮູ້ບຸນຄຸນຕໍ່ ລັດຖະບານ ແລະ ປະຊາຊົນ ອົດສະຕຣາລີ ທີ່ໄດ້ໃຫ້ການຊ່ວຍເຫຼືອເພື່ອການພັດທະນາ (ODA) ແກ່ ສປປ ລາວ, ຊື່ງໄດ້ກວມເອົາຂະແໜງການຕ່າງໆ ເຊັ່ນ: ການພັດທະນາຊັບພະຍາກອນມະນຸດ, ກະສິກໍາ, ການເກັບປູ້ລະເບີດບໍ່ທັນແຕກ (UXO), ການຄ້າ-ການລົງທຶນ ແລະ ອື່ນໆ, ຊື່ງໄດ້ປະກອບສ່ວນສຳຄັນເຂົ້າໃນການພັດທະນາເສດຖະກິດ-ສັງຄົມຂອງປະເທດ. ພ້ອມກັນນີ້, ຍັງໄດ້ສະແດງຄວາມຂອບໃຈຢ່າງເລິກເຊິ່ງຕໍ່ ລັດຖະບານ ແລະ ປະຊາຊົນອົດສະຕຣາລີ ທີ່ໄດ້ໃຫ້ການຊ່ວຍເຫຼືອຢາວັກແຊັງປ້ອງກັນພະຍາດໂຄວິດ-19 ຊຶ່ງໄດ້ປະກອບສ່ວນອັນສໍາຄັນໃຫ້ແກ່ ລັດຖະບານລາວ ໃນການຈັດຕັ້ງປະຕິບັດການສັກຢາວັກແຊັງໃຫ້ແກ່ປະຊາຊົນລາວ ໃນຂອບເຂດທົ່ວປະເທດ, ການຊ່ວຍເຫຼືອດ້ານວິຊາການຕ່າງໆ ແລະ ການຊ່ວຍເຫຼືອໃນການແກ້ໄຂຜົນກະທົບທາງດ້ານເສດຖະກິດ-ສັງຄົມ ຈາກການແຜ່ລະບາດພະຍາດໂຄວິດ-19 ຢູ່ ສປປ ລາວ

ນອກນັ້ນ, ກອງປະຊຸມ ຍັງໄດ້ແລກປ່ຽນຄໍາຄິດຄໍາເຫັນ ກ່ຽວກັບ ບັນຫາພາກພື້ນ ແລະ ສາກົນ ຈໍານວນໜຶ່ງທີ່ສອງຝ່າຍມີຄວາມສົນໃຈ ລວມທັງການຮັດແໜ້ນການຮ່ວມມືໃນຂອບຮ່ວມມືອະນຸພາກພື້ນແມ່ນໍ້າຂອງ, ອົງການສະຫະປະຊາຊາດ, ອາຊຽນ ໂດຍສະເພາະ ສປປ ລາວ ຈະຮັບໜ້າທີ່ເປັນປະເທດຜູ້ປະສານງານອາຊຽນ-ອົດສະຕຣາລີ (2021-2024) ແລະ ການຊ່ວຍເຫຼືອໃນການກຽມຄວາມພ້ອມໃນການເປັນປະທານອາຊຽນ ຂອງ ສປປ ລາວ ໃນປີ 2024.

----------------------------------------

 

ບົດຖະແຫຼງຂ່າວຮ່ວມ

 

ກອງປະຊຸມປຶກສາຫາລືເຈົ້າໜ້າທີ່ອາວຸໂສ ລາວ-ອົດສະຕຣາລີ ຄັ້ງທີ 14 ແບບທາງໄກ ໂດຍການເປັນເຈົ້າພາບຂອງ ກະຊວງການຕ່າງປະເທດ ແລະ ການຄ້າ ອົດສະຕຣາລີ ໄດ້ຈັດຂື້ນໃນວັນທີ 26 ກໍລະກົດ 2021 ໂດຍການເປັນປະທານຮ່ວມຂອງ ທ່ານ ທອງຜ່ານ ສະຫວັນເພັດ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ແລະ ທ່ານ ຣິດວານ ຈັດວັດ, ຜູ້ຊ່ວຍລັດຖະມົນຕີ, ຮັບຜິດຊອບຂົງເຂດອາຊີຕາເວັນອອກສ່ຽງໃຕ້, ກະຊວງການຕ່າງປະເທດ ແລະ ການຄ້າ ອົດສະຕຣາລີ, ແລະ ເຂົ້າຮ່ວມໂດຍ ເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ປະຈຳ ອົດສະຕຣາລີ ທ່ານ ສີສະຫວາດ ອິນພະຈັນ ແລະ ເອກອັກຄະລັດຖະທູດ ແຫ່ງ ອົດສະຕຣາລີ ປະຈຳ ສປປ ລາວ ທ່ານ ໂພລ ແຄລີ ແລະ ຜູ້ຕາງໜ້າຈາກຂະແໜງການກ່ຽວຂ້ອງທັງສອງຝ່າຍ.

ການປຶກສາຫາລືລະດັບສູງໃນຄັ້ງນີ້ ໄດ້ດຳເນີນໄປໃນໂອກາດທີ່ ສປປລາວ ຈະເປັນປະເທດປະສານງານ ສຳລັບການພົວພັນຮ່ວມມືອາຊຽນ-ອົດສະຕຣາລີ ເປັນໄລຍະເວລາ 3 ປີ (2021-2024) ນັບແຕ່ເດືອນສິງຫາ ປີ 2021 ເປັນຕົ້ນໄປ, ແລະ ສອງປະເທດ ກຳລັງກະກຽມການສະເຫຼີມສະຫຼອງສາຍພົວພັນການທູດນຳກັນ ຄົບຮອບ 70 ປີ ໃນປີ 2022. ວາລະກອງປະຊຸມໄດ້ສະທ້ອນໃຫ້ເຫັນເຖິງສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີທີ່ມີການເຕີບໃຫ່ຍຂະຫຍາຍຕົວຢ່າງຕໍ່ເນື່ອງລະຫວ່າງສອງປະເທດໃນຫຼາຍຂົງເຂດລວມທັງການຮ່ວມມືໃນຂອບສອງຝ່າຍ ແລະ ຫຼາຍຝ່າຍ.

ສອງປະເທດໄດ້ທົບທວນການຮ່ວມມືທີ່ມີມາແຕ່ຍາວນານ ແລະ ປຶກສາຫາລືກ່ຽວກັບສິ່ງທ້າທາຍດ້ານຄວາມໝັ້ນຄົງໃນລະດັບສາກົນ ແລະ ພາກພື້ນ. ສປປ ລາວ ຕີລາຄາສູງການສະໜັບສະໜູນຂອງ ອົດສະຕຣາລີ ຕໍ່ ສປປ ລາວ ໃນການພັດທະນາຂີດຄວາມສາມາດດ້ານການພັດທະນາຊັບພະຍາກອນມະນຸດ, ການຄ້າ ແລະ ການລົງທຶນ, ກະສິກຳ ແລະ ຂົງເຂດອື່ນໆ, ເຊິ່ງໄດ້ປະກອບສ່ວນສຳຄັນເຂົ້າໃນການຈັດຕັ້ງປະຕິບັດວຽກງານບຸລິມະສິດຂອງ ສປປ ລາວ ຕາມທີ່ໄດ້ລະບຸໄວ້ຢູ່ໃນແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ຄັ້ງທີ 9.

ໃນກອງປະຊຸມ ທັງສອງປະເທດຍັງໄດ້ປຶກສາຫາລືການຮ່ວມມືໃນຫຼາຍຂົງເຂດ ເພື່ອສົ່ງເສີມວຽກງານທີ່ທັງສອງປະເທດ ໃຫ້ຄວາມສົນໃຈຮ່ວມກັນ, ສະໜັບສະໜູນພັດທະນາເສດຖະກິດໃຫ້ມີການຂະຫຍາຍໂຕ ແລະ ການຮ່ວມມືກັນເພື່ອຮັບມືກັບການແຜ່ລະບາດຂອງພະຍາດໂຄວິດ-19 ແລະ ແກ້ໄຂຜົນກະທົບຂອງການແຜ່ລະບາດພະຍາດດັ່ງກ່າວ.

ອົດສະຕຣາລີ ໄດ້ສະແດງຄວາມຊົມເຊີຍຕໍ່ ລັດຖະບານ ແຫ່ງ ສປປ ລາວ ທີ່ໄດ້ເອົາໃຈໃສ່ປະຕິບັດມາດຕະການຕ່າງໆເພື່ອຮັບມື ແລະ ແກ້ໄຂການແຜ່ລະບາດຂອງພະຍາດໂຄວິດ-19 ແລະ ໄດ້ຢໍ້າຄືນການຊ່ວຍເຫຼືອຂອງ ອົດສະຕຣາລີ ລວມທັງຢາວັກແຊງ ໃຫ້ແກ່ ສປປ ລາວ ເພື່ອຮັບມືກັບພະຍາດໂຄວິດ-19 ແລະ ການຟື້ນຟູເສດຖະກິດໃນໄລຍະ ແລະ ພາຍຫຼັງການລະບາດຂອງພະຍາດໂຄວິດ-19 ໂດຍຜ່ານຂອບສອງຝ່າຍ ແລະ ຫຼາຍຝ່າຍ. ສປປ ລາວ ສະແດງຄວາມຍິນດີຕໍ່ການປະກາດໃຫ້ການຊ່ວຍເຫຼືອຂອງ ອົດສະຕຣາລີ ຕໍ່ປະເທດແມ່ນໍ້າຂອງ ໃນຂອບການຮ່ວມມື ແມ່ນໍ້າຂອງ-ອົດສະຕຣາລີ, ຊຶ່ງລວມມີການສະໜັບສະໜູນໂຄງການການເປັນຄູ່ຮ່ວມດ້ານວຽກງານພື້ນຖານໂຄງລ່າງ, ຊ່ວຍເສີມສ້າງຄວາມເຂັ້ມແຂງທາງດ້ານເສດຖະກິດ ແລະ ສິ່ງແວດລ້ອມ, ແລະ ສ້າງຂີດຄວາມສາມາດທາງດ້ານບຸກຄະລາກອນໃນ ສປປ ລາວ, ລວມທັງໃຫ້ທຶນການສຶກສາເພີ່ມ.

ສປປ ລາວ ຈະເປັນເຈົ້າພາບຈັດກອງປະຊຸມປຶກສາຫາລືເຈົ້າໜ້າທີ່ອາວຸໂສ ລາວ-ອົດສະຕຣາລີ ຄັ້ງທີ 15 ໃນປີ 2023.

 

 

 

 

ແຈ້ງການ

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
485883
ມື້ນີ້14
ມື້ວານ168
ອາທິດນີ້919
ເດືອນນີ້5188