ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ຄະນະຜູ້ແທນ ສປປ ລາວ ເຂົ້າຮ່ວມກອງປະຊຸມລັດຖະມົນຕີ ຂອງກຸ່ມປະເທດດ້ອຍພັດທະນາ (LDCs) ປະຈຳປີ 2021

 

20210917DFMLDCs2021Web

 

ໃນຕອນແລງຂອງວັນທີ 17 ກັນຍາ 2021, ທີ່ ກະຊວງການຕ່າງປະເທດ, ຄະນະຜູ້ແທນ ສປປ ລາວ ໂດຍພາຍໃຕ້ການນຳພາຂອງ ທ່ານ ໂພໄຊ ໄຂຄຳພິທູນ, ຮອງລັດຖະມົນຕີ ກະຊວງການຕ່າງປະເທດ ໄດ້ເຂົ້າຮ່ວມກອງປະຊຸມລັດຖະມົນຕີ ຂອງ ກຸ່ມປະເທດດ້ອຍພັດທະນາ ປະຈຳປີ 2021 (The Annual 2021 High-Level Ministerial Meeting of the Least Developed Countries) ຜ່ານລະບົບທາງໄກ. ກອງປະຊຸມດັ່ງກ່າວ ແມ່ນໄດ້ຈັດຂຶ້ນເປັນປະຈຳທຸກປີ ໃນໄລຍະກອງປະຊຸມສະມັດຊາໃຫຍ່ ອົງການ ສປຊ ຊຶ່ງຈຸດປະສົງແມ່ນ ເພື່ອເປັນເວທີໃຫ້ແກ່ບັນດາລັດຖະມົນຕີຂອງ ກຸ່ມປະເທດດ້ອຍພັດທະນາ (LDCs) ລວມທັງຜູ້ຕາງໜ້າຈາກ ບັນດາປະເທດຄູ່ຮ່ວມພັດທະນາ, ອົງການເຄືອຂ່າຍ ສປຊ ແລະ ອົງການຈັດຕັ້ງສາກົນອື່ນໆທີ່ກ່ຽວຂ້ອງ ຮ່ວມກັນປຶກສາຫາລື ແລະ ແລກປ່ຽນຄຳຄິດຄຳເຫັນກ່ຽວກັບ ບັນຫາທີ່ພົ້ນເດັ່ນຕ່າງໆ ແລະ ຮ່ວມກັນກຳນົດແນວທາງ ໃນການຈັດຕັ້ງປະຕິບັດບັນດາວຽກງານບຸລິມະສິດຕ່າງໆ ສຳລັບປະເທດດ້ອຍພັດທະນາ.

ໃນກອງປະຊຸມຄັ້ງນີ້, ທ່ານຮອງລັດຖະມົນຕີ ໄດ້ສະແດງຄວາມເປັນຫ່ວງຕໍ່ກັບ ບັນຫາການລະບາດຂອງ ພະຍາດໂຄວິດ-19 ທີ່ແກ່ຍາວມາຕັ້ງແຕ່ປີ 2020 ແລະ ໄດ້ສ້າງຜົນເສຍຫາຍຢ່າງໜັກໜ່ວງ ໂດຍສະເພາະສຳລັບບັນດາປະເທດດ້ອຍພັດທະນາ ຊຶ່ງມີຄວາມບອບບາງ ແລະ ຂາດຄວາມອາດສາມາດ ໃນການຕອບໂຕ້ ແລະ ຟື້ນຟູຈາກຜົນກະທົບ ບໍ່ວ່າຈະເປັນທາງດ້ານການເຂົ້າເຖິງວັກຊີນ, ອຸປະກອນການແພດ ແລະ ງົບປະມານ, ຊຶ່ງສິ່ງເຫຼົ່ານີ້ໄດ້ຮຽກຮ້ອງ ໃຫ້ມີການເພີ່ມທະວີການຊ່ວຍເຫຼືອ ແລະ ສະໜັບສະໜູນ ຈາກບັນດາປະເທດຄູ່ຮ່ວມພັດທະນາ, ອົງການເຄືອຂ່າຍ ສປຊ ແລະ ສະຖາບັນການເງິນສາກົນຕ່າງໆ. ພ້ອມກັນນັ້ນ, ທ່ານຮອງລັດຖະມົນຕີ ຍັງໄດ້ຍົກໃຫ້ເຫັນວ່າ ສປປ ລາວ ກໍ່ເປັນໜຶ່ງໃນບັນດາປະເທດ ທີ່ໄດ້ຮັບຜົນກະທົບໃນຫຼາຍມິຕິຈາກການລະບາດຂອງ ພະຍາດໂຄວິດ-19 ບໍ່ວ່າຈະເປັນທາງດ້ານເສດຖະກິດ ແລະ ຊີວິດການເປັນຢູ່ຂອງປະຊາຊົນ. ສະນັ້ນ, ສປປ ລາວ ຈຶ່ງຮຽກຮ້ອງໃຫ້ວົງຄະນາຍາດສາກົນ ເພີ່ມທະວີການສະໜັບສະໜູນ ໂດຍສະເພາະແມ່ນດ້ານການເຂົ້າເຖິງທຶນຮອນ ແລະ ມາດຕະການຜ່ອນຜັນໜີ້ສິນ ເພື່ອສ້າງຄວາມອາດສາມາດໃຫ້ແກ່ ລັດຖະບານ ສປປ ລາວ ໃນການບັນເທົາຜົນກະທົບທາງດ້ານເສດຖະກິດ-ສັງຄົມ ແນໃສ່ການຫຼຸດພົ້ນອອກຈາກສະຖານະພາບປະເທດດ້ອຍພັດທະນາແບບໂລ່ງລຽນ.

ໃນໂອກາດດຽວກັນ, ທ່ານຮອງລັດຖະມົນຕີ ກໍ່ໄດ້ຕີລາຄາການຈັດຕັ້ງປະຕິບັດ ແຜນດຳເນີນງານ ອິສ໌ຕັນບູລ໌ (Istanbul Programme of Action)ໃນໄລຍະຜ່ານມາ ຊຶ່ງເຫັນວ່າມີຄວາມຄືບໜ້າໃນລະດັບໜຶ່ງ ແລະ ໃນໂອກາດທີ່ກຳລັງມີການສະຫຼຸບຕີລາຄາ ແລະ ປຶກສາຫາລືການສ້າງແຜນດຳເນີນງານສະບັບໃໝ່, ທ່ານຮອງລັດຖະມົນຕີ ໄດ້ຮຽກຮ້ອງໃຫ້ສືບຕໍ່ນຳເອົາບັນດາຫຼັກການພື້ນຖານຂອງ ແຜນດຳເນີນງານ IPoA ລວມທັງຄວາມສຳຄັນຂອງການສ້າງຄວາມເຂັ້ມແຂງທາງດ້ານສາທາລະນະສຸກ ເຂົ້າໃສ່ໃນແຜນດຳເນີນງານສະບັບໃໝ່ ທີ່ຈະມີການຮັບຮອງເອົາໃນກອງປະຊຸມ ອົງການ ສປຊ ວ່າດ້ວຍປະເທດດ້ອຍພັດທະນາ, ຊຶ່ງປະເທດ ກາຕ້າ ຈະເປັນເຈົ້າພາບໃນຕົ້ນປີ 2022.

ໃນຕອນທ້າຍຂອງກອງປະຊຸມ ບັນດາຄະນະຜູ້ແທນ ກໍ່ໄດ້ມີການຮັບຮອງເອົາຖະແຫຼງການລັດຖະມົນຕີປະຈຳປີ ຊຶ່ງເປັນການຢ້ຳຄືນຄວາມໝາຍໝັ້ນຂອງບັນດາປະເທດ ໃນການຈັດຕັ້ງປະຕິບັດແຜນດຳເນີນງານ ສປຊ ສຳລັບປະເທດດ້ອຍພັດທະນາ ແລະ ການສືບຕໍ່ຊ່ວຍເຫຼືອຂອງບັນດາປະເທດຜູ້ໃຫ້ທຶນໃນຕໍ່ໜ້າ.

ແຈ້ງການ

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
485881
ມື້ນີ້12
ມື້ວານ168
ອາທິດນີ້917
ເດືອນນີ້5186