ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ພິທີລົງນາມເອກະສານແລກປ່ຽນ ເພື່ອຮັບເອົາການຊ່ວຍເຫຼືອຈາກລັດຖະບານ ຍີ່ປຸ່ນ

 

 

        ໃນວັນທີ 15 ມີນາ 2022, ທີ່ ກະຊວງການຕ່າງປະເທດ ໄດ້ມີພິທີລົງນາມເອກະສານແລກປ່ຽນ ເພື່ອຮັບເອົາການຊ່ວຍເຫຼືອຂອງລັດຖະບານຍີ່ປຸ່ນ ໃຫ້ແກ່ ສປປ ລາວ, ໃນໂຄງການປັບປຸງສິ່ງອຳນວຍຄວາມສະດວກ ແລະ ອຸປະກອນຫ້ອງປະຕິບັດຕົວຈິງ ສຳລັບ ຄະນະວິສະວະກຳສາດ ມະຫາວິທະຍາໄລແຫ່ງຊາດ, ລວມມູນຄ່າທັງຫມົດ 2,105 ຕື້ເຢນ (ປະມານ 19,4 ລ້ານໂດລາ ສະຫະລັດ), ຕາງໜ້າລັດຖະບານ ແຫ່ງ ສປປ ລາວ ລົງນາມໂດຍ ທ່ານ ໂພໄຊ ໄຂຄໍາພິທູນ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ແລະ ຕາງໜ້າລັດຖະບານ ແຫ່ງ ປະເທດຍີ່ປຸ່ນ ໂດຍ ທ່ານ ໂຄບະຢະຊິ ເຄນອິຈິ (Mr. KOBAYASHI Kenichi), ເອກ​ອັກຄະ​ຣາຊະທູດຍີ່ປຸ່ນ ປະຈໍາ ສປປ ລາວ, ໂດຍມີບັນດາພະນັກງານຈາກຂະແໜງການກ່ຽວຂ້ອງຂອງທັງສອງຝ່າຍ ເຂົ້າຮ່ວມເປັນສັກຂີພິຍານ.

        ການຊ່ວຍເຫຼືອໃນຄັ້ງນີ້ ເປັນໂຄງການໜຶ່ງທີ່ ພະນະທ່ານ ກິຊິດະ ຟຸມິໂອະ, ນາຍົກລັດຖະມົນຕີ ແຫ່ງ ປະເທດຍີ່ປຸ່ນ ໄດ້ປະກາດໃຫ້ການຊ່ວຍເຫຼືອ ສປປ ລາວ ໃນໂອກາດສົນທະນາທາງໂທລະສັບກັບ ພະນະທ່ານ ພັນຄໍາ ວິພາວັນ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໃນວັນທີ 01 ມີນາ 2022 ຜ່ານມາ, ເຊິ່ງເປັນການສະແດງໃຫ້ເຫັນເຖິງຄໍາໝາຍໝັ້ນຂອງລັດຖະບານ ກໍ່ຄື ປະຊາຊົນຍີ່ປຸ່ນ ທີ່ມີຕໍ່ລັດຖະບານ ແລະ ປະຊາຊົນລາວ ເພື່ອພັດທະນາຂະແໜງການທີ່ເປັນບູລິມະສິດ ຂອງ ສປປ ລາວ ເວົ້າສະເພາະ, ເວົ້າລວມ ກໍ່ແມ່ນການສືບຕໍ່ສະໜັບສະໜູນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ 9 (2021-2025) ຂອງ ສປປ ລາວ ໃຫ້ເປັນຮູບປະທໍາເທື່ອລະກ້າວ. ພ້ອມດຽວກັນນີ້ ໂຄງການດັ່ງກ່າວ ແມ່ນໄດ້ແນ່ໃສ່ຍົກລະດັບຄຸນນະພາບ ແລະ ຄວາມອາດສາມາດໃນການສ້າງບຸກຄະລາກອນທີ່ມີຄຸນນະພາບໃຫ້ທຽບເທົ່າສາກົນ ເພື່ອອອກຮັບໃຊ້ສັງຄົມ ແລະ ທັນກັບຄວາມຮຽກຮ້ອງຕ້ອງການຂອງຍຸກສະໄໝປະຈຸບັນ ໃນການຫັນສູ່ອຸດສາຫະກໍາ 4.0.

       ໃນພິທີດັ່ງກ່າວ, ທ່ານຮອງລັດຖະມົນຕີຕ່າງປະເທດ ໂພໄຊ ໄຂຄໍາພິທູນ ໄດ້ສະແດງຄວາມຂອບໃຈ ແລະ ຕີລາຄາສູງຕໍ່ການພົວພັນຮ່ວມມື ແລະ ການຊ່ວຍເຫຼືອຂອງ ລັດຖະບານ ແລະ ປະຊາຊົນ ຍີ່ປຸ່ນ ໃນຄັ້ງນີ້, ເຊິ່ງໄດ້ປະກອບສ່ວນສຳຄັນເຂົ້າໃນການພັດທະນາ ແລະ ສ້າງສາ ສປປ ລາວ ກໍ່ຄືການຍົກລະດັບຊີວິດການເປັນຢູ່ຂອງປະຊາຊົນລາວບັນດາເຜົ່າ ໃຫ້ນັບມື້ດີຂຶ້ນເທື່ອລະກ້າວ.

      ໃນຂະນະດຽວກັນນີ້, ທ່ານເອກອັກຄະຣາຊະທູດ ໂຄບາຢາຊິ ເຄນອິຈິ ໄດ້ຢໍ້າຄືນຄວາມສໍາຄັນຂອງໂຄງການຊ່ວຍເຫຼືອຄັ້ງນີ້ ແລະ ຢືນຢັນຈະສືບຕໍ່ເຮັດວຽກຮ່ວມກັບຝ່າຍລາວ ຢ່າງຕັ້ງໜ້າ ເພື່ອສົ່ງເສີມສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມທີີ່ມີມາແຕ່ດົນນານຂອງສອງປະເທດ ລາວ-ຍີ່ປຸ່ນ ກໍຄືການເປັນຄູ່ຮ່ວມຍຸດທະສາດ, ລວມທັງການສືບຕໍ່ຜັນຂະຫຍາຍແຜນການຮ່ວມມື (Action Plan) ທີ່ຜູ້ນໍາສອງປະເທດໄດ້ຮັບຮອງຮ່ວມກັນ ໃຫ້ປະສົບຜົນສໍາເລັດຕາມລະດັບຄາດໝາຍ.

ແຈ້ງການ

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

*ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
487674
ມື້ນີ້114
ມື້ວານ228
ອາທິດນີ້36
ເດືອນນີ້1067