ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ກອງປະຊຸມກະກຽມຈັດຕັ້ງປະຕິບັດໂຄງການເວທີແລກປ່ຽນການທູດເສດຖະກິດແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ

 

        

         ໃນວັນທີ 3 ມີນາ 2022, ກະຊວງການຕ່າງປະເທດ ໄດ້ຈັດກອງປະຊຸມປຶກສາຫາລືເພື່ອກະກຽມຈັດຕັ້ງປະຕິບັດໂຄງການເວທີແລກປ່ຽນການທູດເສດຖະກິດແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ (Mekong-Lancang Cooperation Economic Diplomacy Conference) ທີ່່ ເມືອງວັງວຽງ, ແຂວງວຽງຈັນ ພາຍໃຕ້ການເປັນປະທານຮ່ວມຂອງ ທ່ານ ທອງຜ່ານ ສະຫວັນເພັດ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ແລະ ທ່ານ ພູວົງ ບຸນຊູ, ຮອງເຈົ້າແຂວງ ແຂວງວຽງຈັນ ແລະ ໄດ້ມີຜູ້ເຂົ້າຮ່ວມຈາກພາກສ່ວນກ່ຽວຂ້ອງຂອງສູນກາງ ແລະ ທ້ອງຖິ່ນ ຈຳນວນທັງໝົດ 40 ທ່ານ.

ຈຸດປະສົງຂອງກອງປະຊຸມຄັ້ງນີ້ແມ່ນເພື່ອແລກປ່ຽນຂໍ້ມູນຂ່າວສານ, ບົດຮຽນ ແລະ ປະສົບການຕົວຈິງ ກ່ຽວກັບການເຄື່ອນໄຫວການທູດເສດຖະກິດ ຂອງ ສປປ ລາວ ໃນເວທີພາກພື້ນ ແລະ ສາກົນ ເຊິ່ງໂຄງການເວທີແລກປ່ຽນການທູດເສດຖະກິດແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ກໍແມ່ນໜຶ່ງໂຄງການທີ່ກະຊວງການຕ່າງປະເທດໄດ້ຮັບການສະໜັບສະໜູນຈາກກອງທຶນພິເສດແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ແນໃສ່ແລກປ່ຽນບົດຮຽນ ແລະ ວິທີການຈັດຕັ້ງຜັນຂະຫຍາຍການເຄື່ອນໄຫວການທູດເສດຖະກິດ ຮ່ວມກັບບັນດາປະເທດສະມາຊິກແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ (ສປ ຈີນ, ກໍາປູເຈຍ, ສປປ ລາວ, ມຽນມາ, ໄທ ແລະ ຫວຽດນາມ) ໂດຍສະເພາະ ກັບບັນດາປະເທດທີ່ມີປະສົບການສູງໃນການເຄື່ອນໄຫວວຽກການທູດເສດຖະກິດ ເພື່ອປະກອບສ່ວນສົ່ງເສີມການພັດທະນາເສດຖະກິດ-ສັງຄົມ ຂອງແຕ່ລະປະເທດກໍຄືການເຊື່ອມໂຍງ-ເຊື່ອມຈອດພາກພື້ນ ເພື່ອສົ່ງເສີມການຄ້າ, ດຶງດູດການລົງທຶນ, ການທ່ອງທ່ຽວການພັດທະນາສີມືແຮງງານ, ການຜະລິດສິນຄ້າ, ນຳເຂົ້າ-ສົ່ງອອກ ແລະ ອື່ນໆ.  ນອກນັ້ນ, ຍັງເປັນການແລກປ່ຽນຄວາມຮູ້, ເຕັກນິກວິຊາການ ເພື່ອປະກອບສ່ວນເຂົ້າໃນການຍົກລະດັບການຮ່ວມມືການທູດເສດຖະກິດຂຶ້ນເປັນກ້າວໆ.

           ກອງປະຊຸມໄດ້ດຳເນີນໄປດ້ວຍບັນຍາກາດທີ່ດີ, ມີການແລກປ່ຽນຄໍາຄິດເຫັນ ແລະ ຂໍ້ມູນຂ່າວສານ ກ່ຽວກັັບຫຼາຍຫົວຂໍ້ສຳຄັນ ເປັນຕົ້ນ:  ການເຄື່ອນໄຫວການທູດເສດຖະກິດໃນເວທີພາກພື້ນ ແລະ ສາກົນ, ທ່າແຮງ ແລະ ສິ່ງທ້າທາຍຂອງການດຳເນີນທຸລະກິດ ຂອງ ສປປ ລາວ, ການດຳເນີນວຽກງານພິທີການທູດ ອັນເປັນພື້ນຖານເພື່ອສ້າງຄວາມປະທັບໃຈ ແລະ ດຶງດູດການຊ່ວຍເຫຼືອ ແລະ ການລົງທຶນ ຈາກຕ່າງປະເທດ ແລະ ອື່ນໆ.

         ພ້ອມດຽວກັນນັ້ນ, ກໍໄດ້ການປຶກສາຫາລື ແບບກົງໄປກົງມາ ແລະ ມີຄວາມອຸດົມສົມບູນທາງດ້ານເນື້ອໃນ ເຊິ່ງໄດ້ຮັດແໜ້ນຄວາມເຂົ້າໃຈລະຫວ່າງບັນດາຂະແໜງການກ່ຽວຂ້ອງຂອງສູນກາງ ແລະ ທ້ອງຖິ່ນ ກ່ຽວກັບທິດທາງຈຸດສຸມໃນການໝູນໃຊ້ທ່າແຮງການຮ່ວມມືດ້ານເສດຖະກິດ ກັບຕ່າງປະເທດເຂົ້າໃນການພັດທະນາເສດຖະກິດ-ສັງຄົມຂອງ ສປປ ລາວ ຢ່າງມີປະສິດທິຜົນໃນອານາຄົດ.

ແຈ້ງການ

   

* ປະທານປະເທດ ແຫ່ງ ສປປ ລາວ ຈະຢ້ຽມຢາມເຮັດວຽກຢູ່ ສະຫະພັນ ຣັດເຊຍ (06 ພຶດສະພາ 2024)

 

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

*ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
487763
ມື້ນີ້9
ມື້ວານ194
ອາທິດນີ້125
ເດືອນນີ້1156