ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ກະຊວງການຕ່າງປະເທດ ເຜີຍແຜ່ ກ່ຽວກັບ ການເຄື່ອນໄຫວວຽກງານອາຊຽນ ຂອງ ສປປ ລາວ ໃຫ້ບັນດາຈຸດປະສານງານອາຊຽນຂອງບັນດາແຂວງພາກເໜືອ

 

         ໃນວັນທີ 10 ມີນາ 2022, ທີ່ ຫ້ອງວ່າການແຂວງຫຼວງພະບາງ, ກົມອາຊຽນ, ກະຊວງການຕ່າງປະເທດ ໄດ້ຈັດກອງປະຊຸມສໍາມະນາເຜີຍແຜ່  ກ່ຽວກັບ ການເຄື່ອນໄຫວວຽກງານອາຊຽນ ຂອງ ສປປ ລາວ ໃຫ້ບັນດາຈຸດປະສານງານອາຊຽນ​ຂອງ​ບັນ​ດາແຂວງພາກເໜືອ, ໂດຍມີ ທ່ານ ບຸນເລື່ອມ ມະນີວົງ, ຮອງເຈົ້າແຂວງຫລວງພະບາງ, ແລະ ທ່ານ   ທອງຜ່ານ ສະຫວັນເພັດ, ຮອງລັດຖະມົນຕີກະຊວງການຕ່າງປະເທດ, ທັງເປັນຫົວໜ້າເຈົ້າໜ້າທີ່ອາວຸໂສອາຊຽນຂອງ ສປປ ລາວ ໃຫ້​ກຽດກ່າວເປີດ ​ແລະ ມີ ​ຜູ້ຕາງ​ຫນ້າ ຈາກພະແນກການຕ່າງປະເທດ ແລະ ພະ​ແນກ​ທີ່​ກ່ຽວ​ຂ້ອງ ຂອງ 8 ແຂວງພາກເໜືອ ທັງ​ຫມົດ 50 ທ່ານ ເຂົ້າ​ຮ່ວມ. ກອງປະຊຸມ​ສໍາມະນາຄັ້ງ​ນີ້ ເປັນໜື່ງໃນກິດຈະກຳທີ່ໄດ້ຮັບການຮ່ວມມື ແລະ ສະໜັບສະໜູນໂດຍສູນອາຊຽນ-ຍີ່​ປຸ່ນ.

         ໃນ​ກອງ​ປະ​ຊຸມ​ສຳ​ມະ​ນາຄັ້ງນີ້ ​ຜູ້​ຕາງ​ຫນ້າ​ຈາກ​​ບັນ​ດາກະ​ຊວງ​ທີ່​ຮັບ​ຜິດ​ຊອບ 3 ເສົາຄໍ້າປະ​ຊາ​ຄົມ​ອາ​ຊຽນ ໄດ້​ຂື້ນ​ບັນ​ລະ​ບາຍ​ສະ​ຫລຸບ​ການ​ເຄື່ອນ​ໄຫວ​​ວຽກ​ງານອາ​ຊຽນ ໃນ​ແ​ຕ່ລະ​ເສົາ​ຄ້ຳ​ຄື: ກະ​ຊວງ​ການ​ຕ່າງ​ປະ​ເທດ ໄດ້​ສະ​ຫລຸບ​ວຽກ​ງານ ເສົາຄໍ້າປະຊາຄົມການເມືອງ-ຄວາມໝັ້ນຄົງອາຊຽນ ລວມ​ທັງຜົນກອງປະຊຸມສຸດຍອດອາຊຽນ ຄັ້ງທີ 38 ແລະ 39 ແລະ ກອງປະຊຸມທີ່ກ່ຽວຂ້ອງ ແລະ ການປະກອບສ່ວນຂອງການຮ່ວມມື ອາຊຽນ-ຍີ່ປຸ່ນ ເຂົ້າໃນການສ້າງປະຊາຄົມອາຊຽນ; ກະ​ຊວງ​ອຸດ​ສະ​ຫະ​ກຳ ແລະ ການ​ຄ້າ  ໄດ້​ສະ​ຫລຸບ​ວຽກ​ງານ ເສົາຄໍ້າປະຊາຄົມເສດຖະກິດອາຊຽນ; ແລະ ກະ​ຊວງ​ຖະ​ແຫລງ​ຂ່າວ, ວັດ​ທະ​ນະ​ທຳ ແລະ ທ່ອງ​ທ່ຽວ ໄດ້​ສະ​ຫລຸບ​ວຽກ​ງານເສົາຄໍ້າປະຊາຄົມວັດທະນະທຳ-ສັງຄົມອາຊຽນ. ພ້ອມນີ້, ຍັງໄດ້ຮັບຟັງການບັນຍາຍ ແລະ ແລກປ່ຽນຄຳ​ຄິດ​ຄຳ​ເຫັນກ່ຽວກັບການຮ່ວມມືດ້ານເສດຖະກິດພາກພື້ນ ແລະ ອານຸພາກພື້ນ; ແລະ ໄດ້​ປຶກ​ສາ​ຫາ​ລື​ກ່ຽວ​ກັບວຽກງານການປະສານງານດ້ານການພົວພັນຕ່າງປະເທດລະຫວ່າງ​ກະ​ຊວງ​ການ​ຕ່າງ​ປະ​ເທດ ແລະ ພະແນກການຕ່າງປະເທດຂອງແຂວງ. ​ໃນ​ໂອ​ກາດນິີ້, ກົມອາຊຽນ, ກະຊວງການຕ່າງປະເທດ ຍັງໄດ້ແຈ້ງໃຫ້ຊາບກ່ຽວກັບ ການກະກຽມການເປັນປະທານອາຊຽນ ຂອງ ສປປ ລາວ ໃນປີ 2024, ເຊິ່ງໄດ້​ເລີ່ມດໍາເນີນການກະກຽມດ້ານຕ່າງໆ ເປັນ​ຕົ້ນ ໄດ້ສໍາເລັດ​ການ​ອອກຂໍ້ຕົກລົງ ວ່າດ້ວຍ ການແຕ່ງຕັ້ງຄະນະກໍາມະການຊີ້ນໍາລະດັບຊາດ ເພື່ອກະກຽມ ແລະ ດໍາເນີນການເປັນປະທານອາຊຽນ ໃນປີ 2024 ລົງນາມໂດຍ ພະນະທ່ານ ພັນຄໍາ ວິພາວັນ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ. ນັບ​ແຕ່ ສ​ປ​ປ ລາວ ເຂົ້າ​ເປັນ​ສະ​ມາ​ຊິກ​ອາ​ຊຽນ ໃນ​ວັນ​ທີ 23 ກໍ​ລະ​ກົດ 1997, ສປປ ລາວ ໄດ້ຮັບກຽດເປັນປະທານອາຊຽນ ມາ​ແລ້ວ 2 ຄັ້ງຄື: ໃນປີ 2004-2005 ແລະ ໃນປີ 2016. ​ໃນ​ກອງ​ປະ​ຊຸມ​ສຳ​ມະ​ນາ​ຄັ້ງນີ້, ບັນດາຜູ້ຕາງໜ້າຈາກ 8 ແຂວງພາກເໜືອ ​ໄດ້ແຈ້ງກ່ຽວກັບການ​ຈັດ​ຕັ້ງ​ປະ​ຕິ​ບັດແຜນການພັດທະນາເສດຖະກິດ-ສັງຄົມຂອງແຂວງຕົນ ກໍ່ຄືຂໍ້ສະເໜີ ແລະ ທິດທາງແຜນການໃນການເຄື່ອນໄຫວວຽກງານການຕ່າງປະເທດໃນຂອບອາຊຽນ ໂດຍສະເພາະຂໍ້ສະດວກ ແລະ ຂໍ້ຫຍຸ້ງຍາກຕ່າງໆ, ລວມ​ທັງການຊຸກຍູ້-ຍາດແຍ່ງການລົງທຶນຈາກຕ່າງປະເທດເຂົ້າໃນການພັດທະນາເສດຖະກິດ-ສັງຄົມຂອງບັນດາແຂວງ.

        ​​ໃນໂອກາດເຂົ້າຮ່ວມກອງປະຊຸມສຳ​ມະ​ນາ ທີ່​ແຂວງ​ຫລວງ​ພະ​ບາງ ຄັ້ງນີ້, ທ່ານ ທອງ​ຜ່ານ ສະຫວັນ​ເພັດ, ຮອງ​ລັດຖະມົນຕີ​ກະຊວງ​ການ​ຕ່າງປະ​ເທດ ​ໄດ້​ຕາງໜ້າໃຫ້ 3 ອົງການຈັດຕັ້ງມະຫາຊົນຂອງກົມອາຊຽນ, ກະຊວງການຕ່າງປະເທດ ​ມອບ​​​ເຄື່ອງອຸປະກອນ​ຕ້ານ​ພະຍາດໂຄ​ວິດ-19 ​ໃຫ້ແກ່ແຂວງຫຼວງພະບາງ ແລະ ໄດ້ມອບອຸປະກອນ​ການ​ຮຽນ ແລະ ເຄື່ອງອຸປະກອນຕ້ານພະຍາດໂຄວິດ-19 ​ໃຫ້ແກ່​ໂຮງຮຽນຊົນ​ເຜົ່າ​ສວນຫຼວງ, ​ເມືອງຊຽງເງິນ, ແລະ ໂຮງຮຽນ ຊົນເຜົ່ານໍ້າບາກ, ເມືອງນໍ້າບາກ ແຂວງຫຼວງພະບາງ ອີກດ້ວຍ.

ແຈ້ງການ

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

*ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
487676
ມື້ນີ້116
ມື້ວານ228
ອາທິດນີ້38
ເດືອນນີ້1069