ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ກອງປະຊຸມເວທີປຶກສາຫາລື ພາຍໃຕ້ຫົວ​ຂໍ້: ແລກປ່ຽນບົດຮຽນ ດ້ານການສົ່ງເສີມ ແລະ ອໍານວຍຄວາມສະດວກດ້ານການຄ້າ ລະຫວ່າງປະເທດແມ່ນ້ຳຂອງ-ແມ່ນ້ຳລ້ານຊ້າງ

 

Web MekongLancangSemina 1

Web MekongLancangSemina 2

 

ໃນວັນທີ 25 ເມສາ 2023, ທີ່ ໂຮງແຮມຄຣາວພາຊາ ນະຄອນຫຼວງວຽງຈັນ, ກົມເສດຖະກິດ, ກະຊວງການຕ່າງປະເທດ ໄດ້ເປັນເຈົ້າພາບຈັດກອງປະຊຸມເວທີປຶກສາຫາລື ພາຍໃຕ້ຫົວ​ຂໍ້:   ແລກປ່ຽນບົດຮຽນ ດ້ານການສົ່ງເສີມ ແລະ ອໍານວຍຄວາມສະດວກດ້ານການຄ້າ ລະຫວ່າງປະເທດແມ່ນ້ຳຂອງ-ແມ່ນ້ຳລ້ານຊ້າງ ຈັດໃນຮູບແບບເຊິ່ງໜ້າ ແລະ ທາງໄກ, ໂດຍການເປັນປະທານຂອງ  ທ່ານ ທອງຜ່ານ ສະຫວັນເພັດ, ຮອງລັດຖະມົນຕີ ກະຊວງການຕ່າງປະເທດ, ຊຶ່ງມີຜູ້ເຂົ້າຮ່ວມຈາກພາກລັດ ແລະ ພາກທຸລະກິດ ຂອງບັນດາປະເທດສະມາຊິກແມ່ນໍ້າຂອງ-ແມ່ນ້ຳລ້ານຊ້າງ ຄື: ສປປ ລາວ, ສປ.ຈີນ, ກຳປຸເຈຍ, ມຽນມາ, ໄທ ແລະ ສສ. ຫວຽດນາມ, ເຊິ່ງເວທີປຶກສາຫາລືດັ່ງກ່າວ ແມ່ນ​ໄດ້​ຮັບ​ການ​ສະໜັບສະໜູນ​ ຈາກ​ກອງ​ທຶນ​ພິ​ເສດ​ແມ່​ນໍ້າຂອງ-​ແມ່​ນໍ້າລ້ານຊ້າງ.

 

ຈຸດປະສົງ ແມ່ນເພື່ອແລກປ່ຽນບົດຮຽນ ແລະ ປະສົບການ ກ່ຽວກັບ ການຈັດຕັ້ງປະຕິບັດວຽກງານການສົ່ງເສີມ ແລະ ອຳນວຍຄວາມສະດວກດ້ານການຄ້າ ຂອງປະເທດສະມາຊິກແມ່ນໍ້າຂອງ-ແມ່ນ້ຳລ້ານຊ້າງ ເປັນຕົ້ນແມ່ນການຈັດຕັ້ງປະຕິບັດບັນດານິຕິກຳ, ຂໍ້ກຳນົດ ແລະ ລະບຽບຕ່າງໆ ທີ່ກ່ຽວຂ້ອງກັບການອຳນວຍຄວາມສະດວກດ້ານການຄ້າ ໃນໄລຍະຜ່ານມາ ພ້ອມທັງທົບທວນ ແລະ ຕີລາຄາຄືນເຖິງກາລະໂອກາດ, ສິ່ງທ້າທາຍ ແລະ ຂໍ້ຫຍຸ້ງຍາກໃນການສົ່ງເສີມການຄ້າຂ້າມແດນກັບບັນດາປະເທດແມ່ນ້ຳຂອງ ເພື່ອສ້າງສະພາບແວດລ້ອມທີ່ດີ ເພື່ອອຳນວຍຄວາມສະດວກດ້ານການຄ້າ ແລະ ການລົງທຶນ ແລະ ວາງແຜນທິດທາງແຜນການໃນຕໍ່ໜ້າ. ໃນເວທີປຶກສາຫາລືໃນຄັ້ງນີ້ ຜູ້ເຂົ້າຮ່ວມ ໄດ້ມີການແລກປ່ຽນຄໍາຄິດຄໍາເຫັນ, ຂໍ້ມູນຂ່າວສານ ກ່ຽວກັບ ທ່າແຮງບົ່ມຊ້ອນ ແລະ ວຽກງານຈຸດສຸມໃນການພັດທະນາເສດຖະກິດ-ສັງຄົມ ຂອງປະເທດຕົນ ໂດຍສະເພາະ ວຽກງານການເຊື່ອມໂຍງ-ເຊື່ອມຈອດ ດ້ານພື້ນຖານໂຄງລ່າງ, ດ້ານເສດຖະກິດ, ການຄ້າ ແລະ ການລົງທຶນ ໃນບັນດາປະເທດສະມາຊິກແມ່ນໍ້າຂອງ-ແມ່ນ້ຳລ້ານຊ້າງ.

 

ເວທີປຶກສາຫາລືໃນຄັ້ງນີ້ ໄດ້ດໍາເນີນໄປດ້ວຍບັນຍາກາດທີ່ດີ ມີການແລກປ່ຽນບົດຮຽນ, ປະສົບການ ແລະ ຄໍາຄິດເຫັນ ຢ່າງກົງໄປກົງມາ ກ່ຽວກັບ ຂໍ້ສະດວກ ແລະ ຂໍ້ຫຍຸ້ງຍາກ ລວມທັງບັນດາຂໍ້ສະເໜີແນະ ໃນການຈັດຕັ້ງປະຕິບັດວຽກງານການສົ່ງເສີມ ແລະ ອຳນວຍຄວາມສະດວກດ້ານການຄ້າໃນຕໍ່ໜ້າ ​​ແນ​ໃສ່​ການຊຸກຍູ້ເສດຖະກິດ ​ແລະ ຍາດ​ແຍ່ງ​​ເອົາຜົນປະໂຫຍດຕົວຈີງມາສູ່ປະຊາຊົນ ຂອງປະເທດແມ່ນໍ້າຂອງ ກໍຄືໃນພາກພື້ນ ແລະ ສາກົນ. ນອກຈາກນີ້,ໃນວັນທີ 26 ເມສາ 2023, ບັນດາຜູ້ເຂົ້າຮ່ວມເວທີປຶກສາຫາລື ຈາກບັນດາປະເທດສະມາຊິກແມ່ນໍ້າຂອງ-ແມ່ນ້ຳລ້ານຊ້າງ ຍັງໄດ້ໄປທັດສະນະສຶກສາ ແລະ ຢ້ຽມຊົມສະຖານທີ່ຕ່າງໆ ທີ່ເປັນທ່າແຮງດ້ານການພັດທະນາຂອງແຂວງຫຼວງພະບາງ.

ແຈ້ງການ

   

* ປະທານປະເທດ ແຫ່ງ ສປປ ລາວ ຈະຢ້ຽມຢາມເຮັດວຽກຢູ່ ສະຫະພັນ ຣັດເຊຍ (06 ພຶດສະພາ 2024)

 

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

*ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
488374
ມື້ນີ້171
ມື້ວານ150
ອາທິດນີ້736
ເດືອນນີ້1767