ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ຍີ່ປຸ່ນ ສືບຕໍ່ຊ່ວຍເຫຼືອ ລາວ ໃນວຽກງານແກ້ໄຂບັນຫາລະເບີດບໍ່ທັນແຕກ ມູນຄ່າ 800 ລ້ານເຢນ

20230427 LA JP Signing 6

 

20230427 LA JP Signing 5

 

ໃນຕອນເຊົ້າຂອງວັນທີ 27 ເມສາ 2023, ທີ່ ກະຊວງການຕ່າງປະເທດ, ໄດ້ມີພິທີລົງນາມເອກະສານແລກປ່ຽນ ຮັບເອົາການຊ່ວຍເຫຼືອຈາກລັດຖະບານ ຍີ່ປຸ່ນ ສໍາລັບ ໂຄງການພັດທະນາທ້ອງຖິ່ນ ຜ່ານການເລັ່ງລັດວຽກງານແກ້ໄຂບັນຫາລະເບີດບໍ່ທັນແຕກ ຢູ່ເຂດພາກໃຕ້ຂອງ ສປປ ລາວ ມູນຄ່າ 800 ລ້ານເຢນ, ເຊິ່ງຕາງໜ້າລັດຖະບານ ສປປ ລາວ ແມ່ນ ທ່ານ ໂພໄຊ ໄຂຄໍາພິທູນ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ແລະ ຕາງໜ້າລັດຖະບານ ຍີ່ປຸ່ນ ແມ່ນ ທ່ານ ໂຄບະຢະຊິ ເຄນອິຈິ (Mr. KOBAYASHI Kenichi), ເອກອັກຄະລັດຖະທູດ ແຫ່ງ ຍີ່ປຸ່ນ ປະຈໍາ ສປປ ລາວ ເປັນຜູ້ລົງນາມ, ໂດຍມີຜູ້ຕາງໜ້າຈາກກະຊວງ ແລະ ຂະແໜງການທີ່ກ່ຽວຂ້ອງຂອງທັງສອງຝ່າຍ ເຂົ້າຮ່ວມເປັນສັກຂີພິຍານ.

 

ໂຄງການຊ່ວຍເຫຼືອຂອງຍີ່ປຸ່ນຄັ້ງນີ້ ແມ່ນເພື່ອຊ່ວຍເພີ່ມທະວີຄວາມສາມາດໃນການຈັດຕັ້ງປະຕິບັດການເກັບກູ້ລະເບີດບໍ່ທັນແຕກ ຢູ່ 3 ແຂວງພາກໃຕ້ຂອງ ສປປ ລາວ ຄື: ແຂວງເຊກອງ, ສາລະວັນ ແລະ ຈໍາປາສັກ ເພື່ອການພັດທະນາທ້ອງຖິ່ນ ແລະ ຫຼຸດຜ່ອນຄວາມທຸກຍາກຢູ່ ສປປ ລາວ, ພ້ອມທັງເປັນການສະແດງໃຫ້ເຫັນເຖິງຄໍາຫມາຍໝັ້ນຢ່າງຕັ້ງໜ້າຂອງລັດຖະບານຍີ່ປຸ່ນ ໃນການຍົກລະດັບຄຸນນະພາບຊີວິດການເປັນຢູ່ຂອງປະຊາຊົນລາວ ໃຫ້ມີຄວາມປອດໄພຈາກລະເບີດຕົກຄ້າງບໍ່ທັນແຕກ ໃນຕໍ່ໜ້າ ເວົ້າສະເພາະ, ເວົ້າລວມ ກໍເປັນການສືບຕໍ່ປະກອບສ່ວນສະໜັບສະໜູນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ 9 (2021-2025) ຂອງ ສປປ ລາວ ໃຫ້ເປັນຮູບປະທໍາເທື່ອລະກ້າວ. ນັບແຕ່ປີ 1996 ເປັນຕົ້ນມາ, ປະເທດຍີ່ປຸ່ນ ໄດ້ໃຫ້ການຊ່ວຍເຫຼືອ ສປປ ລາວ ໃນການຊຸກຍູ້ວຽກງານເກັບກູ້ລະເບີດບໍ່ທັນແຕກຢ່າງຕໍ່ເນື່ອງ ທັງໃນຂອບສອງຝ່າຍ ແລະ ຫຼາຍຝ່າຍ, ເຊິ່ງໃນນັ້ນປະກອບມີການຊ່ວຍເຫຼືອວຽກງານດ້ານເຕັກນິກ, ການສະໜອງອຸປະກອນເຄື່ອງມື ແລະ ການພັດທະນາບຸກຄະລາກອນ ກໍຄື ການສ້າງຂີດຄວາມສາມາດໃຫ້ແກ່ ພະນັກງານໃນຂົງເຂດວຽກງານເກັບກູ້ລະເບີດບໍ່ທັນແຕກ.

 

20230427 LA JP Signing 3

ໃນໂອກາດດັ່ງກ່າວ, ທ່ານ ຮອງລັດຖະມົນຕີ ໂພໄຊ ໄຂຄໍາພິທູນ ໄດ້ຍົກໃຫ້ເຫັນເຖິງຜົນກະທົບໃນຫຼາຍດ້ານ ຈາກລະເບີດຕົກຄ້າງບໍ່ທັນແຕກ ເປັນຕົ້ນແມ່ນ ພື້ນທີ່ທໍາການຜະລິດ ເພື່ອການທໍາມາຫາກິນ, ການສ້າງບ່ອນຢູ່ອາໄສຂອງປະຊາຊົນ ທີ່ມີຄວາມສ່ຽງ ແລະ ຫຍຸ້ງຍາກ, ກ້າວໄປເຖິງການໄດ້ຮັບບາດເຈັບ ຫຼື ເສຍຊີວິດຂອງປະຊາຊົນ. ນັບແຕ່ສະໄໝສົງຄາມອິນດູຈີນ ໃນປີ 1964-1973, ປະເທດລາວ ເປັນປະເທດທີ່ຖືກຖິ້ມລະເບີດຢ່າງໜັກໜ່ວງທີ່ສຸດໃນໂລກ, ເຊິ່ງມີລະເບີດຫຼາຍກວ່າ 2 ລ້ານໂຕນ ຫຼື ຫຼາຍກວ່າ 270 ລ້ານໜ່ວຍ ຖືກຖິ້ມລົງໃນດິນແດນຂອງ ສປປ ລາວ; ໃນນັ້ນ, ມີຈໍານວນ 80 ລ້ານໜ່ວຍ ຍັງບໍ່ທັນແຕກພາຍຫຼັງຖືກຖິ້ມລົງ ແລະ ຍັງຕົກຄ້າງຝັງຢູ່ໃນຫຼາຍພື້ນທີ່ກວມເຖິງ 18 ແຂວງ ທົ່ວປະເທດ, ເຊິ່ງຜ່ານມາມີຜູ້ໄດ້ຮັບຜົນກະທົບແລ້ວຫຼາຍກວ່າ 22.000 ຄົນ. ມາຮອດປັດຈຸບັນ, ການເກັບກູ້ລະເບີດບໍ່ທັນແຕກຢູ່ ສປປ ລາວ ສາມາດປະຕິບັດໄດ້ ຍັງບໍ່ເຖິງ 10% ຂອງພື້ນທີ່ທີ່ມີລະເບີດຕົກຄ້າງທັງໝົດ. ໃນໂອກາດນີ້, ທ່ານ ໂພໄຊ ໄຂຄໍາພິທູນ ຍັງໄດ້ຕາງໜ້າໃຫ້ລັດຖະບານ ແລະ ປະຊາຊົນລາວ ສະແດງຄວາມຂອບໃຈມາຍັງ ລັດຖະບານ ກໍຄື  ປະຊາຊົນຍີ່ປຸ່ນ ທີ່ໃຫ້ການສະໜັບສະໜູນການພັດທະນາເສດຖະກິດ-ສັງຄົມຂອງ ສປປ ລາວ ຕະຫຼອດໄລຍະຜ່ານມາ, ພ້ອມທັງໃຫ້ຄໍາໝັ້ນສັນຍາວ່າ ຈະນໍາໃຊ້ໂຄງການຊ່ວຍເຫຼືອຄັ້ງນີ້ ຢ່າງມີປະສິດທິພາບ ແລະ ເກີດຜົນປະໂຫຍດສູງສຸດ.

 

20230427 LA JP Signing 2

ໃນຂະນະດຽວກັນ, ທ່ານ ເອກອັກຄະລັດຖະທູດ ໂຄບະຢະຊິ ເຄນອິຈິ ໄດ້ສະແດງຄວາມໝາຍໝັ້ນວ່າ ຈະສືບຕໍ່ເຮັດວຽກຮ່ວມກັບຝ່າຍລາວຢ່າງໃກ້ຊິດ ເພື່ອສົ່ງເສີມສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມ ກໍຄື ການເປັນຄູ່ຮ່ວມຍຸດທະສາດຂອງສອງປະເທດ ລາວ ແລະ ຍີ່ປຸ່ນ ໃຫ້ໄດ້ຮັບການພັດທະນາຂຶ້ນໄປເລື້ອຍໆ.

ແຈ້ງການ

   

* ປະທານປະເທດ ແຫ່ງ ສປປ ລາວ ຈະຢ້ຽມຢາມເຮັດວຽກຢູ່ ສະຫະພັນ ຣັດເຊຍ (06 ພຶດສະພາ 2024)

 

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

*ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
488291
ມື້ນີ້88
ມື້ວານ150
ອາທິດນີ້653
ເດືອນນີ້1684