ໃນວັນທີ 20 ກັນຍາ 2023 ທີ່ ນິວຢອກ, ສ.ອາເມລິກາ, ທ່ານ ທອງຜ່ານ ສະຫວັນເພັດ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ໄດ້ເຂົ້າຮ່ວມກອງປະຊຸມລັດຖະມົນຕີຕ່າງປະເທດ ຂອງຂອບການຮ່ວມມືແຫ່ງອາຊີ (ACD) ຄັ້ງທີ 18, ໂດຍພາຍໃຕ້ການເປັນປະທານຂອງ ຣາຊະອານາຈັກ ບາເຣນ, ຊຶ່ງມີບັນດາລັດຖະມົນຕີຕ່າງປະເທດ ແລະ ຜູ້ຕາງໜ້າຈາກປະເທດສະມາຊິກເຂົ້າຮ່ວມຢ່າງພ້ອມພຽງ. ຈຸດປະສົງຂອງກອງປະຊຸມດັ່ງກ່າວແມ່ນເພື່ອທົບທວນການຈັດຕັ້ງປະຕິບັດວຽກງານ ACD ໄລຍະຜ່ານມາ ລວມທັງຮັບຟັງທັດສະນະຕ່າງໆຈາກປະເທດສະຊິກ ກ່ຽວກັບ ສະພາບການພາກພື້ນ ແລະ ສາກົນ ພາຍຫຼັງການແຜ່ລະບາດຂອງພະຍາດໂຄວິດ-19 ແລະ ທິດທາງການຮ່ວມມືໃນຕໍ່ໜ້າ. ໃນໂອກາດດັ່ງກ່າວ, ທ່ານ ຮອງລັດຖະມົນຕີ ທອງຜ່ານ ສະຫວັນເພັດ ໄດ້ມີຄຳເຫັນຕໍ່ກອງປະຊຸມ ຮ່ວມກັບອີກ 21 ປະເທດ ຊຶ່ງໄດ້ຍົກໃຫ້ເຫັນສະພາບພາກພື້ນ ແລະ ສາກົນ ທີ່ກຳລັງປະເຊີນໜ້າກັບສິ່ງທ້າທາຍຮອບດ້ານ ທີ່ຮຽກຮ້ອງໃຫ້ບັນດາປະເທດສະມາຊິກຕ້ອງສືບຕໍ່ເພີ່ມທະວີ ແລະ ຮ່ວມມືກັນ ພ້ອມທັງຊຸກຍູ້ການຈັດຕັ້ງປະຕິບັດບັນດາຂໍ້ລິເລີ່ມ ແລະ ກິດຈະກຳຕ່າງໆ ພາຍໃຕ້ຂອບການຮ່ວມມືໃຫ້ປະກົດຜົນເປັນຈິງ. ກອງປະຊຸມໄດ້ຮັບຮອງເອົາຖະແຫຼງການບາເຣນ (Bahrain Declaration) ແລະ ໄດ້ມີພິທີມອບ-ຮັບໜ້າທີ່ປະທານ ACD ລະຫວ່າງ ບາເຣນ (ຜູ້ເກົ່າ) ອີຣ່ານ (ຜູ້ໃໝ່). ພ້ອມນັ້ນ, ໄດ້ຮັບຟັງລາຍງານ ກ່ຽວກັບ ການກະກຽມເປັນເຈົ້າພາບຂອງກອງປະຊຸມສຸດຍອດ ຄັ້ງທີ 3 (The 3rd ACD Summit) ໂດຍການເປັນເຈົ້າພາບຂອງປະເທດກາຕາ ພາຍໃຕ້ຄຳຂວັນ ການທູດກິລາ (Sport Diplomacy), ຊຶ່ງຈະຈັດຂຶ້ນໃນວັນທີ 18-19 ຕຸລາ 2023 ທີ່ ໂດຮາ, ປະເທດກາຕາ.