ທ່ານ ສົງການ ຫຼວງມຸນິນທອນ, ຫົວໜ້າກົມເສດຖະກິດ, ຫົວໜ້າເຈົ້າໜ້າທີ່ອາວຸໂສຟີແລັກ ສປປ ລາວ ໄດ້ນໍາພາຄະນະຜູ້ແທນ ເຂົ້າຮ່ວມກອງປະຊຸມຜູ້ປະສານງານ Coordination Meeting ແລະ ກອງປະຊຸມສະເພາະກິດເຈົ້າໜ້າທີ່ອາວຸໂສຟີແລັກ (ຂອບການຮ່ວມມືລະຫວ່າງ ພາກພື້ນອາຊີຕາເວັນອອກ ແລະ ອາເມລິກາລາຕິນ ຫລືFEALAC SOM), ຊຶ່ງໄດ້ຈັດຂຶ້ນໃນລະຫວ່າງວັນທີ 30 ພະຈິກ -1 ທັນວາ 2016, ທີ່ ນະຄອນຫລວງ ເຊອູນ, ສ.ເກົາຫລີ. ຊຶ່ງມີບັນດາຄະນະຜູ້ແທນປະເທດສະມາຊິກ ຟີແລັກ ເຂົ້າຮ່ວມກອງປະຊຸມຄັ້ງນີ້ ຈຳນວນ 34 ຄະນະ.
ກອງປະຊຸມເຈົ້າໜ້າທີ່ອາວຸໂສຟີແລັກ ຄັ້ງນີ້, ໄດ້ດຳເນີນໄປພາຍໃຕ້ການເປັນປະທານຮ່ວມ ຂອງປະເທດຜູ້ປະສານງານ ສ.ເກົາຫລີ ແລະ ກົວເຕີມາລາ. ໃນກອງປະຊຸມດັ່ງກ່າວ, ບັນດາຫົວໜ້າເຈົ້າໜ້າທີ່ອາວຸໂສ ໄດ້ປຶກສາຫາລື ດ້ານເນື້ອໃນ ທີ່ຈະຮັບຮອງໃນກອງປະຊຸມລັດຖະມົນຕີຕ່າງປະເທດ ຟິແລັກ ຄັ້ງທີ 8, ຊຶ່ງຈະຈັດຂຶ້ນໃນວັນທີ 25 ພືດສະພາ 2017, ລວມມີ ແຜນປະຕິບັດງານ ຟີແລັກ 5 ປີ ສະບັບໃໝ່ (New FEALAC Action Plan) ແລະ ເອກະສານເນື້ອໃນກອງທຶນຟີແລັກ (FEALAC FundConcept paper).
ກອງປະຊຸມຄັ້ງນີ້, ໄດ້ຮັບຮອງເອົາບົດລາຍງານ ຜົນຂອງກອງປະຊຸມສະເພາະກິດ ເຈົ້າໜ້າທີ່ອາວຸໂສ ຟີແລັກໃນນັ້ນ ໄດ້ກຳນົດເງື່ອນໄຂການສ້າງກອງທຶນຟີແລັກ ໃນຮູບແບບ World Bank Multi-Donor Trust Fund ໂດຍມີທະນາຄານໂລກ ເປັນທີ່ປຶກສາ ແລະ ໃຫ້ສໍາເລັດພາຍໃນກອງປະຊຸມລັດຖະມົນຕີຕ່າງປະເທດ ຟີແລັກ ຄັ້ງທີ່ 8, ເພື່ຶອເປັນການຊຸກຍູ້ໂຄງການຮ່ວມມືພາກພື້ນFEALAC-wide projects ໂດຍສະເພາະ ການຮ່ວມມືເພື່ອສົ່ງເສີມດ້ານການເຊື່ອມຈອດ, ການຄັດເລືອກໂຄງ ແລະ ການແບ່ງປັນທຶນໃຫ້ສະເໜີພາບ.ການປັບປຸງແຜນປະຕິບັດງານຟີແລັກ ສະບັບໃໝ່ ທີ່ໄດ້ກຳນົດ ກົນໄກຄັດເລືອກປະເທດຜູ້ປະສານງານໃໝ່ ແລະ ປະເທດປະທານຮ່ວມ (Co-chair) ຂອງກອງປະຊຸມ 4 ໜ່ວຍງານຍ່ອຍ ລະຫວ່າງສອງພາກພື້ນອາຊີ ແລະ ອາເມລິກາລາຕິນ, ກົນໄກກອງປະຊຸມປຶກສາຫາລື 3 ຝ່າຍ (FEALAC Troika System), ໜ່ວຍງານປຶກສາຫາລື ແລະ ກໍານົດວິໄສທັດການຮ່ວມມືຮອບດ້ານ ຂອງຟີແລັກ.
ໃນໂອກາດເຂົ້າຮ່ວມກອງປະຊຸມຄັ້ງນີ້, ທ່ານຫົວໜ້າເຈົ້າໜ້າທີ່ອາວຸໂສຟີແລັກ ສປປ ລາວ ໄດ້ປະກອບຄຳເຫັນ ສະໜັບສະໜູນ ແຜນປະຕິບັດງານ 5 ປີ ຟີແລັກ ສະບັບໃໝ່ ແລະ ເອກະສານເນື້ອໃນສ້າງຕັ້ງກອງທຶນ ຟີແລັກ. ນອກຈາກນັ້ນ, ຍັງໄດ້ພົບປະປຶກສາຫາລືສອງຝ່າຍ ກັບທ່ານຫົວໜ້າກົມ ອາເມລິກາລາຕິນ ແລະ ແຄລິບຽນ, ເຈົ້າໜ້າທີອາວຸໂສຟິແລັກ ສ.ເກົາຫລີ ທີ່ກະຊວງການຕ່າງປະເທດ ໃນການຊຸກຍູ້ການສ້າງຕັ້ງກອງທຶນຟິແລັກ ໃຫ້ສຳເລັດ ເພື່ອຜັກດັນຂະບວນການຟີແລັກ ໃຫ້ມີບົດ ບາດສຳຄັນໃນອະນາຄົດ ແລະ ມີໝາກຜົນຕົວຈິງ ຂອງບັນດາໂຄງການຮ່ວມມືລະດັບພາກພື້ນ ແລະ ການເປັນປະເທດຜູ້ປະສານງານຮ່ວມເບື້ອງອາຊີ ຂອງ ສປປ ລາວ ໃນປີ 2017 ຕໍ່ຈາກ ສ.ເກົາຫລີ. ຂອບການຮ່ວມມືຟີແລັກ ໄດ້ຮັບການສ້າງຕັ້ງຂຶ້ນໃນປີ 1999, ມີສະມາຊິກທັງໝົດ 36 ປະເທດ (ຈາກອາຊີ ມີ 16 ປະເທດ ແລະ ອາເມລີກາລາຕີນ ມີ 20 ປະເທດ).