ໃນວັນທີ 9 ພຶດສະພາ 2024, ທີ່ໂຮງແຮມ ຄຣາວພລາຊາ ວຽງຈັນ, ສປປ ລາວ, ໃນນາມປະທານອາຊຽນ ປີ 2024 ໄດ້ຮ່ວມກັບ ນິວຊີແລນ ເປັນເຈົ້່າພາບ ແລະ ປະທານຮ່ວມກອງປະຊຸມ ເວທີພາກພື້ນອາຊຽນ ກາງສະໄໝຂອງກຸ່ມຊ່ວຍວຽກວ່າດ້ວຍມາດຕະການສ້າງຄວາມໄວ້ເນື້ອເຊື່ອໃຈ ແລະ ການທູດປ້ອງກັນເຫດ (ARF Inter-Sessional Support Group Meeting On Confidence Building Measures And Preventive Diplomacy ຫຼື ARF ISG on CBMs and PD). ເຂົ້າຮ່ວມກອງປະຊຸມຄັ້ງນີ້ ມີຜູ້ຕາງໜ້າຈາກບັນດາປະເທດເຂົ້າຮ່ວມເວທີພາກພື້ນອາຊຽນ 27 ປະເທດ ແລະ ກອງເລຂາອາຊຽນ.
ນອກນີ້, ກອງປະຊຸມ ໄດ້ປຶກສາຫາລືຄວາມຄຶບໜ້າ ແລະ ທົບທວນບັນດາກິດຈະກໍາທີ່ໄດ້ຈັດຕັ້ງປະຕິບັດໃນໄລຍະຜ່ານມາ ໂດຍສະເພາະຮັບຟັງການລາຍງານຜົນກອງປະຊຸມຂອງບັນດາປະທານຮ່ວມກອງປະຊຸມກາງສະໄໝເວທີພາກພື້ນອາຊຽນໃນການຈັດຕັ້ງປະຕິບັດໜ້າວຽກຂອງຕົນ. ນອກຈາກນັ້ນ, ກໍໄດ້ປຶກສາຫາລາ ແລະ ພິຈາລະນາ ບັນດາກິດຈະກໍາ ແລະ ຂໍ້ລິເລີ່ມໃໝ່ ທີ່ປະເທດຜູ້ເຂົ້າຮ່ວມເວທີພາກພື້ນອາຊຽນ ຈະສະ ເໜີເອົາເຂົ້າໃນບັນຊີກິດຈະກໍາຂອງສົກປີ 2024-2025. ກອງປະຊຸມ ກໍໄດ້ປຶກສາຫາລືກ່ຽວກັບການກະກຽມໃຫ້ແກ່ກອງປະຊຸມເຈົ້າໜ້າທີ່ອາວຸໂສເວທີພາກພື້ນອາຊຽນ ທີ່ຈະຈັດຂຶ້ນໃນເດືອນ ມິຖຸນາ 2024 ແລະ ກອງປະຊຸມລັດຖະມົນຕີຕ່າງປະເທດເວທີພາກພື້ນອາຊຽນ ທີ່ຈະຈັດໃນເດືອນ ກໍລະກົດ 2024 ຕາມລຳດັບ.