ໃນຕອນບ່າຍຂອງວັນທີ 20 ກໍລະກົດ 2015, ທີ່ກະຊວງການຕ່າງປະເທດ ໄດ້ມີພິທີມອບ-ຮັບ ເຄື່ອງຊ່ວຍເຫຼືອລ້າ ລະຫວ່າງ ສະຫະພັນແມ່ຍິງກະຊວງການຕ່າງປະເທດ ແລະ ຄະນະພົວພັນ ຕ່າງປະເທດສູນກາງພັກ ແລະ ສອງແຂວງ: ຫຼວງນ້ຳທາ ແລະ ຜົ້ງສາລີ ເພື່ອນຳໄປຊ່ວຍເຫຼືອເດັກ ນ້ອຍທີ່ດ້ອຍໂອກາດຢູ່ 2 ແຂວງດັ່ງກ່າວ.
ໃນພິທີໂດຍແມ່ນ ທ່ານ ນາງ ນາລີ ສີສຸລິດ, ພັນລະຍາທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີວ່າການກະຊວງການຕ່າງປະເທດ ທ່ານ ດຣ. ທອງລຸນ ສີສຸລິດ, ປະທານກິດຕິມະສັກ ສະຫະພັນແມ່ຍິງ ກະຊວງການຕ່າງປະເທດ ແລະ ຄະນະພົວພັນຕ່າງປະເທດສູນກາງພັກ ເປັນຜູ້ກ່າວມອບ ແລະ ກ່າວຮັບໂດຍ ປະທານສະຫະພັນແມ່ຍິງແຂວງຫຼວງນ້ຳທາ ແລະ ຜົ້ງສາລີ ໂດຍມີຄະນະສະຫະພັນແມ່ຍິງກະຊວງການຕ່າງປະເທດ ແລະ ຄະນະພົວພັນຕ່າງປະເທດສູນກາງ ພັກ ເຂົ້າຮ່ວມເປັນສັກຂີພະຍານ.
ເຄື່ອງຊ່ວຍເຫຼືອຄັ້ງນີ້ແມ່ນໄດ້ມາຈາກການຂົນຂວາຍຊຸກຍູ້ຂອງເອື້ອຍນ້ອງແມ່ຍິງກະຊວງການຕ່າງປະເທດ ແລະ ຄະນະພົວພັນຕ່າງປະເທດສູນກາງພັກ ທີ່ປະຈຳການຢູ່ສະຖານທູດລາວ ທີ່ ຍີ່ປຸ່ນ ແລະ ສິງກະໂປ ຊຶ່ງລວມມີ: ເຄື່ອງນຸ່ງຫົ່ມ, ກະເປົາພາຍ, ຜ້າເຊັດ ແລະ ອື່ນໆ ເປັນມູນຄ່າທັງໝົດປະມານ 20 ລ້ານກວ່າກີບ ເພື່ອຈະນຳໄປຊ່ວຍເຫຼືອເດັກນ້ອຍທີ່ດ້ອຍໂອກາດຢູ່ເຂດຫ່າງໄກສອກຫຼີກ, ຊຶ່ງສະ ຫະພັນແມ່ຍິງກະຊວງການຕ່າງປະເທດ ແລະ ຄະນະພົວພັນຕ່າງປະເທດສູນກາງພັກ ໄດ້ສືບຕໍ່ ຂົນຂວາຍຊຸກຍູ້ປັດໃຈຢ່າງຕໍ່ເນື່ອງ.