ສົມເດັດພະນາງເຈົ້າ ສິຣິກິດ ພະບໍຣົມຣາຊະນີ,
ສົມເດັດພະບໍຣົມ ໂອຣະສາທິລາດ ສະຫຍາມມະກຸດຣາຊະກຸມານ,
ແຫ່ງ ຣາຊະອານາຈັກໄທ
ທີ່ ບາງກອກ,
ພະນະທ່ານ,
ຂ້າພະເຈົ້າ ຮູ້ສຶກໂສກເສົ້າເສຍໃຈຢ່າງສຸດຊຶ້ງ ທີ່ໄດ້ຊາບຂ່າວ ກ່ຽວກັບ ການສິ້ນພະຊົນຂອງ ພະບາດສົມເດັດ ພະເຈົ້າມະຫາຊີວິດ ພູມີພົນ ອະດຸນຍະເດດ ແຫ່ງ ຣາຊະອານາຈັກໄທ ໃນຕອນບ່າຍຂອງວັນທີ 13 ຕຸລາ 2016.
ພະບາດສົມເດັດ ພະເຈົ້າມາຫາຊີວິດ ພູມີພົນ ອະດຸນຍະເດດ ເປັນພະຣາຊາທີ່ມີນ້ຳໃຈເສຍສະຫຼະອັນສູງສົ່ງ ແລະ ມີຄຸນງາມຄວາມດີອັນໃຫຍ່ຫຼວງອຸທິດໃຫ້ແກ່ປະເທດຊາດ ແລະ ປວງຊົນຊາວໄທ ຕະຫຼອດ 70 ປີ ຂອງການຄອງລາດຂອງພະອົງ ອັນໄດ້ເຮັດໃຫ້ ພະອົງ ເປັນທີ່ຮັກ ແລະ ເຄົາລົບ ຂອງປວງຊົນຊາວໄທທຸກທົ່ວໜ້າ. ນອກນີ້ ພະອົງ ກໍ່ໄດ້ມີບົດບາດສຳຄັນໃນການປັບປຸງ ແລະ ຮັດແໜ້ນສາຍພົວພັນມິດຕະພາບ ແລະ ການຮ່ວມມື ລະຫວ່າງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ຣາຊະອານາຈັກໄທ ຕະຫຼອດມາ. ການຈາກໄປຂອງ ພະອົງ ເປັນການສູນເສຍອັນຍິ່ງໃຫຍ່ ສຳລັບປະຊາຊົນຊາວໄທທັງປວງ. ສຳລັບປະຊາຊົນລາວ ແມ່ນໄດ້ສູນເສຍຍາດມິດທີ່ມີຄຸນຄວາມດີຢ່າງໃຫຍ່ຫຼວງໃນການປະກອບສ່ວນອັນສຳຄັນເຂົ້າໃນການສ້າງ ແລະ ຮັດແໜ້ນສາຍພົວພັນມິດຕະພາບອັນດີງາມ ລະຫວ່າງ ສອງປະເທດ ແລະ ປະຊາຊົນສອງຊາດ ລາວ ແລະ ໄທ ໃຫ້ຂະຫຍາຍຕົວເປັນກ້າວໆມາ.
ໃນນາມ ປະຊາຊົນ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ໃນນາມ ສ່ວນຕົວ, ຂ້າພະເຈົ້າ ຂໍສົ່ງຄວາມອາໄລອັນເລິກເຊິ່ງ ແລະ ແບ່ງເບົາຄວາມທຸກໂສກ ມາຍັງ ສົມເດັດ ພະລາຊີນີ, ສົມເດັດອົງມະກຸດຣາຊະກຸມານ ແລະ ພະບໍລົມວົງສານຸວົງທຸກພະອົງ ພ້ອມດ້ວຍປະຊາຊົນຊາວໄທ ທັງປວງ ມານະທີ່ນີ້ດ້ວຍ.
ຂໍໃຫ້ດວງວິນຍານຂອງ ພະບາດສົມເດັດ ພະເຈົ້າມາຫາຊີວິດ ພູມີພົນ ອະດຸນຍະເດດ ແຫ່ງ ຣາຊະອານາຈັກໄທ ຈົ່ງໄປສູ່ຂະຕິສຸກ.
ບຸນຍັງ ວໍລະຈິດ
ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ
ນະຄອນຫຼວງວຽງຈັນ, ວັນທີ 13 ຕຸລາ 2016
--------------------------------------------------------------------------------------------------------
ພົນເອກປຣະຍຸດ ຈັນໂອຊາ
ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກໄທ
ທີ່ ບາງກອກ,
ພະນະທ່ານ,
ຂ້າພະເຈົ້າ ຮູ້ສຶກເສົ້າສະຫຼົດໃຈຢ່າງສຸດຊຶ້ງ ຕໍ່ການສິ້ນພະຊົນຂອງ ພະບາດສົມເດັດ ພະເຈົ້າມາຫາຊີວິດ ພູມີພົນ ອະດຸນຍະເດດ ແຫ່ງ ຣາຊະອານາຈັກໄທ ໃນຕອນບ່າຍຂອງວັນທີ 13 ຕຸລາ 2016, ເຊິ່ງເປັນການສູນເສຍ ພະລາຊາ ຜູ້ທີ່ໄດ້ອຸທິດຕົນ ເພື່ອພັດທະນາຊີວິດການເປັນຢູ່ຂອງປະຊາຊົນຊາວໄທ, ພະອົງ ເປັນກະສັດທີ່ຄອງລາຊະບັນລັງເປັນເວລາຍາວນານທີ່ສຸດ ອັນໄດ້ເຮັດໃຫ້ຊື່ສຽງ ແລະ ປາລາມີຂອງພະອົງ ເປັນທີ່ຮັບຮູ້ຢ່າງກວ້າງຂວາງ. ເປັນການສູນເສຍບຸກຄົນສຳຄັນຜູ້ທີ່ມີຄຸນງາມຄວາມດີ, ນັກພັດທະນາທີ່ດີເດັ່ນ ທີ່ໄດ້ອຸທິດທຸກເຫື່ອແຮງຂອງຕົນ ເພື່ອປະຊາຊົນຕະຫຼອດມາ.
ລັດຖະບານ ແລະ ປະຊາຊົນລາວ ຖືວ່າເປັນການສູນເສຍເພື່ອນມິດທີ່ໃກ້ຊິດ ທີ່ໄດ້ປະກອບສ່ວນອັນສຳຄັນເຂົ້າໃນການເສີມສ້າງ ແລະ ຮັດແໜ້ນສາຍພົວພັນມິດຕະພາບຖານບ້ານໃກ້ເຮືອນຄຽງທີ່ດີ ແລະ ການຮ່ວມມືທີ່ມີປະສິດທີ່ຜົນ ລະຫວ່າງ ສອງຊາດ ລາວ ແລະ ໄທ.
ໃນນາມ ລັດຖະບານ ແຫ່ງ ສາທານະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ໃນນາມ ສ່ວນຕົວ, ຂ້າພະເຈົ້າ ຂໍສົ່ງຄວາມໄວ້ອາໄລອັນສຸດຊຶ້ງ ແລະ ແບ່ງເບົາຄວາມທຸກໂສກ ມາຍັງ ພະນະທ່ານ ນາຍົກລັດຖະມົນຕີ, ຄະນະລັດຖະບານ ແຫ່ງ ຣາຊະອານຈັກໄທ ແລະ ປະຊາຊົນໄທ ທັງປວງ ມານະໂອກາດນີ້ດ້ວຍ.
ຂໍໃຫ້ດວງວິນຍານຂອງ ພະເຈົ້າມາຫາຊີວິດ ພູມີພົນ ອະດຸນຍະເດດ ຈົ່ງໄປສູ່ຂະຕິສຸກ.
ດ້ວຍຄວາມນັບຖືຢ່າງສູງ,
ທອງລຸນ ສີສຸລິດ
ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ
ນະຄອນຫຼວງວຽງຈັນ, ວັນທີ 13 ຕຸລາ 2016
--------------------------------------------------------------------------------------------------------
ພະນະທ່ານ ດອນ ປຣະມັດວິໄນ
ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ຣາຊະອານາຈັກໄທ
ທີ່ ບາງກອກ,
ພະນະທ່ານ,
ຂ້າພະເຈົ້າ ຮູ້ສຶກເສົ້າສະຫຼົດໃຈຢ່າງສຸດຊຶ້ງ ທີ່ໄດ້ຊາບຂ່າວ ກ່ຽວກັບ ການສິ້ນພະຊົນຂອງ ພະບາດສົມເດັດ ພະເຈົ້າມະຫາຊີວິດ ພູມີພົນ ອະດຸນຍະເດດ ແຫ່ງ ຣາຊະອານາຈັກໄທ ໃນຕອນບ່າຍຂອງວັນທີ 13 ຕຸລາ 2016 ເຊິ່ງເປັນການສູນເສຍ ພະລາຊາ ຜູ້ຍິ່ງໃຫຍ່ຂອງປວງຊົນຊາວໄທ.
ຕະຫຼອດໄລຍະ 70 ປີ ແຫ່ງການຂຶ້ນຄອງລາຊະບັນລັງ, ພະອົງ ໄດ້ອຸທິດຕົນ ເພື່ອພັດທະນາຊີວິດການເປັນຢູ່ຂອງປະຊາຊົນຊາວໄທ, ພະອົງ ເປັນນັກພັດທະນາທີ່ດີເດັ່ນ ແລະ ເປັນຜູ້ປະດິດຄິດສ້າງປັດຊະຍາເສດຖະກິດພໍພຽງ ອັນເປັນທີ່ຮັບຮູ້ແຜ່ຫຼາຍ ໃນການສ້າງສາພັດທະນາແບບຢືນຢົງ. ນອກນັ້ນ, ພະອົງ ກໍ່ຍັງມີບົດບາດສຳຄັນໃນການປັບປຸງ ແລະ ຮັດແໜ້ນສາຍພົວພັນມິດຕະພາບຖານບ້ານໃກ້ເຮືອນຄຽງທີ່ດີ ແລະ ການຮ່ວມມືທີ່ມີໝາກມີຜົນ ລະຫວ່າງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ຣາຊະອານາຈັກໄທ ໃຫ້ແຕກດອກອອກຜົນຕະຫຼອດມາ. ການຈາກໄປຂອງ ພະອົງ ເປັນການສູນເສຍອັນຍິ່ງໃຫຍ່ ສຳລັບປະຊາຊົນຊາວໄທ ທັງປວງ.
ໃນນາມ ການນຳ ກໍຄືພະນັກງານຂອງກະຊວງການຕ່າງປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ໃນນາມ ສ່ວນຕົວ, ຂ້າພະເຈົ້າ ສະແດງຄວາມໄວ້ອາໄລຢ່າງສຸດຊຶ້ງ ແລະ ຂໍແບ່ງເບົາຄວາມທຸກໂສກ ມາຍັງ ພະນະທ່ານ ລັດຖະມົນຕີ ແລະ ພະນັກງານກະຊວງການຕ່າງປະເທດ ແຫ່ງ ຣາຊະອານາຈັກໄທ ມານະໂອກາດນີ້ດ້ວຍ.
ຂໍວິງວອນໃຫ້ດວງວິນຍານຂອງ ພະບາດສົມເດັດ ພະເຈົ້າມາຫາຊີວິດ ພູມີພົນ ອະດຸນຍະເດດ ຈົ່ງໄປສູ່ຂະຕິສຸກ.
ດ້ວຍຄວາມນັບຖືຢ່າງສູງ.
ສະເຫຼີມໄຊ ກົມມະສິດ
ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ
ນະຄອນຫຼວງວຽງຈັນ, ວັນທີ 13 ຕຸລາ 2016