ນະຄອນຫຼວງວຽງຈັນ, ວັນທີ 27 ເມສາ 2017
ສົມເດັດພະລາຊາ ວິນລຽມ-ອາເລັກຊານເດີ
ແຫ່ງ ລາຊະອານາຈັກເນເທີແລນ
ນະຄອນຫຼວງອຳສະເຕີດຳ
ສົມເດັດພະລາຊາ,
ເນື່ອງໃນໂອກາດວັນຊາດ ແຫ່ງ ລາຊະອານາຈັກເນເທີແລນ, ໃນນາມປະຊາຊົນ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ໃນນາມສ່ວນຕົວ, ຂ້າພະເຈົ້າ ຂໍສົ່ງຄວາມຊົມເຊີຍອັນອົບອຸ່ນ ແລະ ພອນໄຊອັນປະເສີດ ມາຍັງສົມເດັດ ແລະ ຜ່ານສົມເດັດ ໄປຍັງປະຊາຊົນເນເທີແລນທຸກຖ້ວນໜ້າ ຈົ່ງມີຄວາມຜາສຸກ ແລະ ວັດຖະນະຖາວອນ.
ຂ້າພະເຈົ້າຫວັງຢ່າງຍິ່ງວ່າ ສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີທີ່ມີມາ ລະຫວ່າງ ສອງປະເທດພວກເຮົາ ຈະໄດ້ຮັບການເສີມສ້າງໃຫ້ເຂັ້ມແຂງໃນອະນາຄົດຂ້າງໜ້າ ເພື່ອຜົນປະໂຫຍດຂອງປະຊາຊົນທັງສອງຊາດພວກເຮົາ.
ດ້ວຍຄວາມນັບຖືຢ່າງສູງ,
ບຸນຍັງ ວໍລະຈິດ
ປະທານປະເທດ
ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ