ພະນະທ່ານ,
ເນື່ອງໃນໂອກາດສະເຫລີມສະຫລອງວັນສ້າງຕັ້ງລັດ ຂອງ ມົງໂກລີ ຄົບຮອບ 2226 ປີ, ວັນສະຖາປະນາມະຫາປະເທດ ມົງໂກລີ ຄົບຮອບ 811 ປີ, ວັນໄຊຊະນະຂອງການປະຕິວັດ ປະຊາຊົນ ມົງໂກລີ ຄົບຮອບ 96 ປີ (11 ກໍລະກົດ 1921 – 11 ກໍລະກົດ 2017) ແລະ ບຸນປະເພນີມະໂຫລານ ນາດໍາ (Naadam), ໃນນາມປະຊາຊົນ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນ ກໍ່ຄື ໃນນາມສ່ວນຕົວ, ຂ້າພະເຈົ້າຂໍສົ່ງຄໍາອວຍພອນອັນອົບອຸ່ນ ແລະ ພອນໄຊອັນປະເສີດມາຍັງ ພະນະທ່ານ ແລະ ປະຊາຊົນ ມົງໂກລີ ທຸກຖ້ວນໜ້າ.
ຂ້າພະເຈົ້າເຊື້ອໝັ້ນວ່າ ສາຍພົວພັນມິດຕະພາບ ທີ່ເປັນມູນເຊື້ອອັນດີງາມ ລະຫວ່າງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ມົງໂກລີ ນັ້ນ ຈະເປັນພື້ນຖານອັນສໍາຄັນ ແລະ ໜັກແໜ້ນໃຫ້ແກ່ການພັດທະນາ ແລະ ສົ່ງເສີມການຮ່ວມມືສອງປະເທດພວກເຮົາໃນທ່ວງທ່າໃໝ່ ເພື່ອນໍາເອົາຜົນປະໂຫຍດມາສູ່ປະຊາຊົນສອງຊາດ ລາວ ແລະ ມົງໂກລີ ໃຫ້ນັບມື້ນັບເຕີບໃຫ່ຍ ຂະຫຍາຍຕົວ ແລະ ເຂັ້ມແຂງຍິ່ງໆຂື້ນໃນຕໍ່ໜ້າ.
ໃນໂອກາດອັນສະຫງ່າລາສີນີ້, ຂ້າພະເຈົ້າ ຂໍອວຍພອນໄຊໃຫ້ພະນະທ່ານ ຈົ່ງມີສຸຂະພາບເຂັ້ມແຂງ, ມີຄວາມຜາສຸກ ແລະ ປະສົບຜົນສໍາເລັດໃນໜ້າທີ່ອັນສູງສົ່ງຂອງພະນະທ່ານ.
ດ້ວຍຄວາມນັບຖືຢ່າງສູງ,
ນະຄອນຫລວງວຽງຈັນ, ວັນທີ 10 ກໍລະກົດ 2017
ບຸນຍັງ ວໍລະຈິດ
ປະທານປະເທດ
ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ
ພະນະທ່ານ Kh.Battulga
ປະທານາທິບໍດີ ແຫ່ງ ມົງໂກລີ
ທີ່ ນະຄອນຫລວງ ອູລານບາຕໍ
ພະນະທ່ານ,
ເນື່ອງໃນໂອກາດສະເຫລີມສະຫລອງວັນສ້າງຕັ້ງລັດ ຂອງ ມົງໂກລີ ຄົບຮອບ 2226 ປີ, ວັນສະຖາປະນາມະຫາປະເທດ ມົງໂກລີ ຄົບຮອບ 811 ປີ, ວັນໄຊຊະນະຂອງການປະຕິວັດ ປະຊາຊົນ ມົງໂກລີ ຄົບຮອບ 96 ປີ (11 ກໍລະກົດ 1921 – 11 ກໍລະກົດ 2017) ແລະ ບຸນປະເພນີມະໂຫລານ ນາດໍາ (Naadam), ໃນນາມລັດຖະບານ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ກໍ່ຄືໃນນາມສ່ວນຕົວ, ຂ້າພະເຈົ້າ ຂໍສົ່ງຄໍາອວຍພອນອັນອົບອຸ່ນ ແລະ ພອນໄຊອັນປະເສີດມາຍັງ ພະນະທ່ານ ແລະ ໂດຍຜ່ານພະນະທ່ານ ໄປຍັງລັດຖະບານ ແລະ ປະຊາຊົນ ມົງໂກລີ ທຸກຖ້ວນໜ້າ.
ຂ້າພະເຈົ້າມີຄວາມພາກພູມໃຈທີ່ເຫັນວ່າ ການພົວພັນຮ່ວມມື ລະຫວ່າງ ສອງ ປະເທດພວກເຮົາ ໄດ້ຮັບການເສີມຂະຫຍາຍຢ່າງຕໍ່ເນື່ອງໃນຊຸມປີຜ່ານມາ ແລະ ຫວັງວ່າຈະໄດ້ຮ່ວມມືກັບ ພະນະທ່ານ ສືບຕໍ່ເສີມສ້າງສາຍພົວພັນມິດຕະພາບທີ່ເປັນມູນເຊື້ອ ແລະ ການຮ່ວມມືທີ່ດີ ໃຫ້ມີບາດກ້າວອັນໃໝ່ ແລະ ແຕກດອກອອກຜົນຢ່າງບໍ່ຢຸດຢັ້ງ ເພື່ອນໍາເອົາຜົນປະໂຫຍດຕົວຈິງມາສູ່ສອງປະເທດພວກເຮົາ.
ຂ້າພະເຈົ້າ ຂໍອວຍພອນໄຊໃຫ້ພະນະທ່ານ ຈົ່ງມີສຸຂະພາບແຂງແຮງ, ມີຄວາມຜາສຸກ ແລະ ປະສົບຜົນສໍາເລັດໃນໜ້າທີ່ອັນສູງສົ່ງຂອງພະນະທ່ານ.
ດ້ວຍຄວາມນັບຖືຢ່າງສູງ,
ທອງລຸນ ສີສຸລິດ
ນາຍົກລັດຖະມົນຕີ
ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ
ພະນະທ່ານ JARGALTULGA ERDENEBAT
ນາຍົກລັດຖະມົນຕີ ແຫ່ງ ມົງໂກລີ
ທີ່ ນະຄອນຫລວງ ອູລານບາຕໍ
ພະນະທ່ານ,
ເນື່ອງໃນໂອກາດສະເຫລີມສະຫລອງວັນສ້າງຕັ້ງລັດ ຂອງ ມົງໂກລີ ຄົບຮອບ 2226 ປີ, ວັນສະຖາປະນາມະຫາປະເທດ ມົງໂກລີ ຄົບຮອບ 811 ປີ, ວັນໄຊຊະນະຂອງການປະຕິວັດ ປະຊາຊົນ ມົງໂກລີ ຄົບຮອບ 96 ປີ (11 ກໍລະກົດ 1921 – 11 ກໍລະກົດ 2017) ແລະ ບຸນປະເພນີມະໂຫລານ ນາດໍາ (Naadam), ຂ້າພະເຈົ້າ ຂໍສົ່ງຄໍາຊົມເຊີຍອັນອົບອຸ່ນ ແລະ ພອນໄຊອັນປະເສີດມາຍັງ ພະນະທ່ານ ແລະ ຜ່ານພະນະທ່ານ ໄປຍັງການນໍາ ແລະ ພະນັກງານກະຊວງການຕ່າງປະເທດ ແຫ່ງ ມົງໂກລີ ທຸກຖ້ວນໜ້າ.
ຂ້າພະເຈົ້າເຊື່ອໝັ້ນວ່າ ສາຍພົວພັນມິດຕະພາບ ທີ່ເປັນມູນເຊື້ອ ແລະ ການຮ່ວມມືທີ່ດີ ລະຫວ່າງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ມົງໂກລີ ກໍ່ຄືສອງກະຊວງການຕ່າງປະເທດພວກເຮົາ ຈະສືບຕໍ່ໄດ້ຮັບການເສີມຂະຫຍາຍ ແລະ ແໜ້ນແຟ້ນຍິ່ງໆຂື້ນ ເພື່ອຜົນປະໂຫຍດລວມຂອງສອງປະເທດພວກເຮົາ ແລະ ຫວັງວ່າ ຈະໄດ້ພົບປະກັບ ພະນະທ່ານ ໃນໂອກາດທີ່ສອງຝ່າຍເຫັນວ່າສະດວກ.
ຂໍອວຍພອນໃຫ້ພະນະທ່ານ ຈົ່ງມີສຸຂະພາບເຂັ້ມແຂງ, ມີຄວາມຜາສຸກ ແລະ ປະສົບຜົນສໍາເລັດໃນໜ້າທີ່ວຽກງານອັນມີກຽດຂອງພະນະທ່ານ.
ດ້ວຍຄວາມນັບຖືຢ່າງສູງ,
ສະເຫຼີມໄຊ ກົມມະສິດ
ລັດຖະມົນຕີກະຊວງການຕ່າງປະເທດ
ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ
ພະນະທ່ານ TS. MUNKH-ORGIL
ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ມົງໂກລີ
ທີ່ ນະຄອນຫລວງ ອູລານບາຕໍ