ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ສານຊົມເຊີຍ ຈາກບັນດາການນຳ ແຫ່ງ ສປປ ລາວ ເຖິງ ບັນດາການນຳ ແຫ່ງ ສ.ໂອຕຼິດ ເນື່ອງໃນໂອກາດໄດ້ຮັບຕຳແໜ່ງໃໝ່

ນະຄອນຫຼວງວຽງຈັນ, ວັນທີ20 ທັນວາ 2017

ພະນະທ່ານ Sebastian KURZ

ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ໂອຕຣິດ

ທີ່ວຽນນາ

ພະນະທ່ານ​,

ເນື່ອງໃນໂອກາດທີ່ພະນະທ່ານໄດ້ຖືກ​ແຕ່ງຕັ້ງໃຫ້ດຳລົງຕຳແໜ່ງເປັນນາຍົກລັດຖະມົນ​ຕີແຫ່ງສາທາລະນະລັດ ໂອຕຣິດ ຄົນ​ໃໝ່, ໃນນາມລັດຖະບານແຫ່ງສາທາລະນະລັດປະຊາທິປະໄຕປະຊາຊົນລາວແລະໃນນາມສ່ວນຕົວ, ຂ້າພະເຈົ້າຂໍສົ່ງຄຳຊົມເຊີຍຢ່າງຈິງໃຈແລະພອນໄຊອັນປະເສີດມາຍັງພະນະທ່ານຈົ່ງມີພະລານາໄມສົມບູນ, ມີຄວາມຜາສຸກແລະປະສົບຜົນສຳເລັດໃນໜ້າທີ່ວຽກງານອັນສູງສົ່ງຂອງພະນະທ່ານ ​ແລະ ອວຍພອນໃຫ້ປະຊາຊົນ​ໂອຕຣິດ ຈົ່ງ​ປະສົບ​ແຕ່​ຄວາມ​ຈະ​ເລີ​ນຮຸ່ງ​ເຮືອງ​ ​ແລະ ວັດທະນາ​ຖາວອນ.

ຂ້າພະເຈົ້າຫວັງຢ່າງຍິ່ງວ່າສາຍພົວພັນມິດຕະພາບແລະການຮ່ວມມືທີ່ດີລະຫວ່າງສອງປະເທດພວກເຮົາຈະ​ໄດ້​ຮັບ​ການ​ສືບຕໍ່​ເສີມ​ຂະຫຍາ​ຍໃຫ້ນັບມື້ນັບຂະຫຍາຍຕົວຍິ່ງໆຂື້ນເພື່ອຜົນປະໂຫຍດຮ່ວມກັນຂອງປະຊາຊົນສອງຊາດພວກເຮົາ ​ແລະ ​ເພື່ອ​ສັນຕິພາບ​ໂລກ.

                   ດ້ວຍຄວາມນັບຖືຢ່າງສູງ,

                                                          

                                                                         ທອງ​ລຸນ ສີ​ສຸ​ລິດ

                             ນາຍົກລັດຖະມົນຕີ

                     ແຫ່ງ ສາທາລະນະລັດ ປະຊາທິໄຕ ປະຊາຊົນລາວ


ພະນະທ່ານ ນາງ Karin KNEISSL

ລັດຖະມົນຕີກະຊວງກິດຈະການເອີຣົບ, ການເຊື່ອມໂຍງ ແລະ ການຕ່າງປະເທດ

ແຫ່ງ ສາທາລະນະລັດ ໂອຕຣິດ

ທີ່ວຽນນາ

ພະນະທ່ານ,

ເນື່ອງໃນໂອກາດທີ່ພະນະທ່ານໄດ້ຖືກແຕ່ງຕັ້ງໃຫ້ດຳລົງຕຳແໜ່ງເປັນລັດຖະມົນຕີກະຊວງ ກິດຈະການເອີຣົບ, ການເຊື່ອມໂຍງ ແລະ ການຕ່າງປະເທດ ແຫ່ງສາທາລະນະລັດໂອຕຣິດຄົນໃໝ່, ຂ້າພະເຈົ້າມີຄວາມປື້ມປິຕິຍິນດີເປັນຢ່າງຍິ່ງຂໍສົ່ງຄຳຊົມເຊີຍອັນອົບອຸ່ນແລະພອນໄຊອັນປະເສີດມາຍັງພະນະທ່ານຈົ່ງມີສຸຂະພາບເຂັ້ມແຂງ, ມີຄວາມຜາສຸກແລະປະສົບຜົນສຳເລັດໃນໜ້າທີ່ວຽກງານອັນສູງສົ່ງຂອງພະນະທ່ານ.

ຂ້າພະເຈົ້າຫວັງຢ່າງຍິ່ງວ່າຈະໄດ້ເຮັດວຽກຮ່ວມກັບພະນະທ່ານເພື່ອສືບຕໍ່ເສີມຂະຫຍາຍສາຍພົວພັນມິດຕະພາບແລະການຮ່ວມມືທີ່ດີລະຫວ່າງສອງປະເທດພວກເຮົາກໍ່ຄືລະຫວ່າງສອງກະຊວງການຕ່າງປະເທດ.

ດ້ວຍຄວາມນັບຖືຢ່າງສູງ,

 

                                                       ສະເຫຼີມໄຊກົມມະສິດ

   ລັດຖະມົນຕີກະຊວງການຕ່າງປະເທດ

    ແຫ່ງ ສາທາລະນະລັດ ປະຊາທິໄຕ ປະຊາຊົນລາວ

 

ແຈ້ງການ

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

*ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
490313
ມື້ນີ້79
ມື້ວານ261
ອາທິດນີ້1512
ເດືອນນີ້3706