ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ຈົດໝາຍອວຍພອນວັນຊາດ ແຫ່ງ ສາທາລະນະລັດ ອາຟຣິກາໃຕ້ ຄົບຮອບ 30 ປີ

 

ນະ​ຄອນ​ຫຼວງວຽງ​ຈັນ, ວັນ​ທີ 27 ເມສາ 2024

 

ພະນະທ່ານ,

 

ເນື່ອງໃນໂອກາດວັນຊາດ ແຫ່ງ ສາທາລະນະລັດ ອາຟຣິກາໃຕ້ ຄົບ​ຮອບ 30 ປີ, ໃນ​ນາມລັດຖະບານ, ປະ​ຊາ​ຊົນ​ລາວທຸກຖ້ວນໜ້າ ແລະ ໃນ​ນາມ​ສ່ວນ​ຕົວ, ຂ້າ​ພະ​ເຈົ້າ​ ມີຄວາມປິຕິຍິນດີເປັນຢ່າງຍິ່ງ ສົ່ງ​ຄຳ​ຊົມ​ເຊີຍ​ອັນ​ອົບ​ອຸ່ນ ແລະ ພອນ​ໄຊ​ອັນ​ປະ​ເສີດ ມາ​ຍັງ ​ພະນະທ່ານ ແລະ ປະ​ຊາ​ຊົນ ອາຟຣິກາໃຕ້ ເພື່ອນມິດ.

 

ຂ້າພະເຈົ້າ ຕີລາຄາສູງຕໍ່ສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີ ລະຫວ່າງ ສາທາລະນະລັດ ປະຊາທິປະ ໄຕ ປະຊາຊົນລາວ ແລະ ສາທາລະນະລັດ ອາຟຣິກາໃຕ້ ຕະຫຼອດໄລຍະຜ່ານມາ. ຂ້າພະເຈົ້າເຊື່ອໝັ້ນເປັນຢ່າງຍິ່ງວ່າ ສາຍພົວພັນມິດຕະພາບ ແລະ ການຮ່ວມມືທີ່ດີ ລະຫວ່າງສອງຊາດພວກເຮົາທີ່ມີຢູ່ແລ້ວນັ້ນ ຈະສືບຕໍ່ໄດ້ຮັບການພັດທະນາໃນຊຸມປີຕໍ່ໜ້າ ເພື່ອຜົນປະໂຫຍດຮ່ວມກັນຂອງປະຊາຊົນສອງຊາດພວກເຮົາ.

 

ຂ້າ​ພະ​ເຈົ້າ ຂໍຖືໂອກາດນີ້ ​ອວ​ຍ​ພອນໃຫ້ ​​ພະນະທ່ານ ຈົ່ງມີ​ສຸຂະພາບເຂັ້ມແຂງ, ມີຄວາມຜາສຸກ ແລະ ປະສົບຜົນ ສຳເລັດ ໃນໜ້າທີ່ອັນສູງສົ່ງຂອງ ພະນະທ່ານ ແລະ ຂໍໃຫ້ປະຊາຊົນ ອາຟຣິກາໃຕ້ ເພື່ອນມິດ ຈົ່ງສືບຕໍ່ມີຄວາມກ້າວໜ້າ ແລະ ວັດທະນະຖາວອນ ຍິ່ງໆຂຶ້ນ.

 

ດ້ວຍ​ຄວາມນັບ​ຖືຢ່າງ​ສູງ.

 

(ລາຍເຊັນ)

ທອງລຸນ ສີສຸລິດ

 

ພະນະທ່ານ ມາຕາເມລາ ຊີຣິວ ຣາມາໂຟຊາ

ປະທານາທິບໍດີ ແຫ່ງ ສາທາລະນະລັດ ອາຟຣິກາໃຕ້

ທີ່ ເປຣໂຕເຣຍ

 

--------------------------------------------------------------------------------------------------------------------------------

 

ນະ​ຄອນຫຼວງວຽງ​ຈັນ, ວັນ​ທີ 27 ເມສາ 2024

ພະນະທ່ານ,

 

ເນື່ອງ​ໃນ​ໂອ​ກາດ​ວັນ​ຊາດ ແຫ່ງ ສາທາລະນະລັດ ອາຟຣິກາໃຕ້ ຄົບ​ຮອບ 30 ປີ, ຂ້າ​ພະ​ເຈົ້າ ມີຄວາມປິຕິຍິນດີເປັນຢ່າງຍິ່ງ ສົ່ງຄຳຊົມເຊີຍອັນອົບອຸ່ນ ແລະ ພອນໄຊອັນປະເສີດ ມາ​ຍັງ ​ພະນະທ່ານ ແລະ ​ປະ​ຊາ​ຊົນ ອາຟຣິກາໃຕ້​ ເພື່ອນ​ມິດ.

 

ຂ້າພະເຈົ້າ ມີຄວາມປິຕິຍິນດີ ທີ່ເຫັນວ່າ ສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມ ລະຫວ່າງ ສາທາ ລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ສາທາລະນະລັດ ອາຟຣິກາໃຕ້ ໄດ້ຮັບການພັດທະນາ ແລະ ຂະຫຍາຍຕົວ ໃນຊຸມປີຜ່ານມາ. ຂ້າພະເຈົ້າ ຫວັງເປັນຢ່າງຍິ່ງວ່າ ຈະໄດ້ເຮັດວຽກຮ່ວມກັບ ພະນະທ່ານ ເພື່ອເສີມຂະຫຍາຍສາຍພົວພັນມິດຕະພາບ ລະຫວ່າງສອງປະເທດພວກເຮົາ ໃຫ້ໄດ້ຮັບການພັດທະນາຍິ່ງໆຂຶ້ນ ເພື່ອຜົນປະໂຫຍດຮ່ວມກັນຂອງປະຊາຊົນສອງຊາດພວກເຮົາ ກໍ່ຄືເພື່ອສັນຕິພາບ, ສະຖຽນລະພາບ ແລະ ການຮ່ວມມື ເພື່ອການພັດທະນາໃນພາກພື້ນ ແລະ ສາກົນ.

 

ຂ້າ​ພະ​ເຈົ້າ ຂໍຖືໂອກາດນີ້ ​ອວ​ຍ​ພອນໄຊໃຫ້ ​​ພະນະທ່ານ ຈົ່ງມີ​ສຸຂະພາບເຂັ້ມແຂງ, ມີຄວາມຜາສຸກ ແລະ ປະສົບຜົນສຳເລັດ ໃນໜ້າທີ່ອັນສູງສົ່ງຂອງ ພະນະທ່ານ ແລະ ຂໍໃຫ້ປະຊາຊົນ ອາຟຣິກາໃຕ້ ເພື່ອນມິດ ຈົ່ງສືບຕໍ່ມີຄວາມກ້າວໜ້າ ແລະ ວັດທະນະຖາວອນຍິ່ງໆຂຶ້ນ.

 

ດ້ວຍ​ຄວາມນັບ​ຖືຢ່າງ​ສູງ.

 

(ລາຍເຊັນ)

ສະເຫຼີມໄຊ ກົມມະສິດ

                                                                         

 

ພະນະທ່ານ ນາງ ນາເລດີ ແພນດໍ

ລັດຖະມົນຕີການຮ່ວມມື ແລະ ການພົວພັນສາກົນ

(ລັດຖະມົນຕີຕ່າງປະເທດ) ແຫ່ງ ສາທາລະນະລັດ ອາຟຣິກາໃຕ້

ທີ່ ເປຣໂຕເຣຍ

 

ແຈ້ງການ

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

*ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
490773
ມື້ນີ້93
ມື້ວານ233
ອາທິດນີ້298
ເດືອນນີ້4166