ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ສານອວຍພອນວັນຊາດລາວ ຈາກ ການນຳແຫ່ງອົດສະຕຣາລີ

 

ພະນະທ່ານ ບຸນຍັງ ວໍລະຈິດ

ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ

ທີ່ ນະ​ຄອນ​ຫຼວງວຽງ​ຈັນ

ພະນະທ່ານ,

ເນື່ອງ​ໃນ​ໂອ​ກາດ​ວັນ​ຊາດ​ແຫ່ງ ສາ​ທາ​ລະ​ນະ​ລັດ ປະ​ຊາ​ທິ​ປະ​ໄຕ ປະ​ຊາ​ຊົນ​ລາວ, ຂ້າພະເຈົ້າພ້ອມດ້ວຍ ລັດຖະບານ ແລະ ປະຊາຊົນ ອົດສະຕຣາລີ ຂໍ​ສົ່ງຄຳອວຍພອນອັນອົບອຸ່ນມາຍັງ ພະນະທ່ານ, ລັດຖະບານ ແລະ ປະຊາຊົນລາວ.

ປີ​ນີ້​ເປັນ​ປີ​ທີ່​ມີ​ຄວາມ​ສຳ​ຄັນ​ສຳ​ລັບ​ສອງ​ປະ​ເທດ​ພວກ​ເຮົາ ເນື່ອງ​ຈາກ​ພວກ​ເຮົາ​ໄດ້​ສະ​ເຫລີມ​ສະ​ຫລອງ ການ​ພົວ​ພັນ​ການ​ທູດ ຄົບ​ຮອບ 65 ປີ. ຂ້າ​ພະ​ເຈົ້າ ມີ​ຄວາມ​ປິ​ຕິ​ຍິນ​ດີ ທີ່​ພວກ​ເຮົາ​ສາ​ມາດ​ເຮັດ​ໃຫ້​ການ​ສະ​ເຫລີມ​ສະ​ຫລອງ​ດັ່ງ​ກ່າວ​ມີ​ຄວາມ​ໝາຍ​ສຳ​ຄັນ ​ດ້ວຍ​ການແລກ​ປ່ຽນ​ການ​ຢ້ຽມ​ຢາມ​ຂອງ​ການ​ນຳ​​ສອງ​ຝ່າຍ ຊຶ່ງ​ໃນ​ນັ້ນແມ່ນການຢ້ຽມ​ຢາມ ສ​ປ​ປ ລາວ ​ຄັ້ງ​ທຳອິດ​ຂອງ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ​ຂອງ​ອົດ​ສະ​ຕ​ຣາ​ລີ, ທ່ານ ນາງ ມາ​ຣິດສ ເພນ. ກໍ​ຄືການ​ຢ້ຽມ​ຢາມ ອົດ​ສະ​ຕ​ຣາ​ລີ ຂອງ ທ່ານ ສອນ​ໄຊ ສີ​ພັນ​ດອນ, ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ແລະ ທ່ານ ສະ​ເຫລີມ​ໄຊ ກົມ​ມະ​ສິດ, ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ.

ລັດ​ຖະ​ບານ ອົດ​ສະ​ຕ​ຣາ​ລີ ມີ​ຄວາມຄອງ​ຄອຍ​ທີ່​ຈະ​ໄດ້​ຕ້ອນ​ຮັບ​ທ່ານ ນາ​ຍົກ​ລັດ​ຖະ​ມົນ​ຕີ ທອງ​ລຸນ ສີ​ສຸ​ລິດ ແລະ ບັນ​ດາ​ຜູ້​ນຳ​ຂອງ​ປະ​ເທດ​ອາ​ຊຽນ ເຂົ້າ​ຮ່ວມກອງ​ປະ​ຊຸມ​ສຸດຍອດ​ສະ​ໄໝ​ພິ​ເສດ ອາ​ຊຽນ-ອົດ​ສະ​ຕ​ຣາ​ລີ​ ໃນ​ເດືອນ​ມີ​ນາ 2018. ພວກ​ຂ້າ​ພະ​ເຈົ້າ ຂໍ​ສະ​ແດງ​ຄວາມ​ຂອບ​ໃຈ​ເປັນ​ຢ່າງ​ຍິ່ງ ມາ​ຍັງ​ລັດ​ຖະ​ບານ ຂອງທ່ານ ທີ່​ໄດ້​ໃຫ້​ການ​ສະ​ໜັບ​ສະ​ໜູນຕໍ່​ຂໍ້​ລິ​ເລີ່ມ​ດັ່ງ​ກ່າວ, ຊຶ່ງ​ຈະ​ເປັນ​ການຮັດ​ແໜ້ນ​ສາຍ​ພົວ​ພັນ​ ລະ​ຫວ່າງ ສອງ​ປະ​ເທດ​ພວກ​ເຮົາ ແລະ ຈະນຳ​ມາຊຶ່ງຄວາມ​ສະ​ຫງົບ​ ແລະ ຄວາມ​ຈະ​ເລີນ​ຮຸ່ງ​ເຮືອງຂອງ​ພາກ​ພື້ນ.

ຂ້າ​ພະ​ເຈົ້າ ເຊື່ອ​ໝັ້ນ​ວ່າ ສາຍ​ພົວ​ພັນມິດ​ຕະ​ພາບ ລະ​ຫວ່າງ ​ສອງ​ປະ​ເທດ​ພວກ​ເຮົາ​ ຈະ​ສືບ​ຕໍ່​ຂະ​ຫຍາຍ​ຕົວ​ໃນຊຸມ​ປີຕໍ່​ໜ້າ.

ດ້ວຍຄວາມເຄົາລົບ ແລະ ນັບຖືຢ່າງສູງ.    

ປີເຕີ ໂກສກຣົບ

ພະນະທ່ານປີເຕີ ໂກສກຣົບ

ຜູ້ສຳເລັດຣາຊະການແຫ່ງເຄືອຈັກກະພົບ ອົດສະຕຣາລີ

16 ພະ​ຈິກ 2017

ແຈ້ງການ

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

*ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
490307
ມື້ນີ້73
ມື້ວານ261
ອາທິດນີ້1506
ເດືອນນີ້3700