ສົມເດັດ ພະຣາຊິນີ ເອລີຊາເບດ ທີ 2
ແຫ່ງ ສະຫະຣາຊະອານາຈັກ ອັງກິດ ແລະ ອຽກລັງເໜືອ
ທີ່ ລອນດອນ
ສົມເດັດ ພະຣາຊິນີ ທີ່ນັບຖື,
ເນື່ອງໃນໂອກາດວັນຊາດ ແຫ່ງ ສະຫະຣາຊະອານາຈັກ ອັງກິດ ແລະ ອຽກລັງເໜືອ, ຂ້າພະເຈົ້າ ຂໍສົ່ງຄຳຊົມເຊີຍອັນອົບອຸ່ນ ແລະ ພອນໄຊອັນປະເສີດ ມາຍັງ ພະນະທ່ານ ຈົ່ງມີສຸຂະພາບເຂັ້ມແຂງ, ມີຄວາມຜາສຸກ, ອາຍຸໝັ້ນຂວັນຍືນ ແລະ ວັດທະນະຖາວອນ.
ຂ້າພະເຈົ້າເຊື່ອໝັ້ນວ່າ ສາຍພົວພັນມິດຕະພາບ ແລະ ການຮ່ວມມືທີ່ດີ ຊຶ່ງມີມາຢ່າງຍາວນານ ລະຫວ່າງສອງປະເທດຂອງພວກເຮົາ ຈະໄດ້ຮັບການສືບຕໍ່ຮັດແໜ້ນ ແລະ ຂະຫຍາຍຕົວຍິ່ງໆຂຶ້ນ ເພື່ອຜົນປະໂຫຍດຂອງປະຊາຊົນທັງສອງຊາດພວກເຮົາ ກໍຄື ເພື່ອສັນຕິພາບ ແລະ ການຮ່ວມມືສາກົນ.
ດ້ວຍຄວາມນັບຖືຢ່າງສູງ,
ບຸນຍັງ ວໍລະຈິດ
ປະທານປະເທດ
ແຫ່ງສາທາລະນະລັດປະຊາທິປະໄຕປະຊາຊົນລາວ