ນະຄອນຫຼວງວຽງຈັນ, ວັນທີ 09 ກໍລະກົດ 2018
ພະນະທ່ານ ຊິນໂຊ ອາເບະ
ນາຍົກລັດຖະມົນຕີ ແຫ່ງ ຍີ່ປຸ່ນ
ທີ່ນະຄອນຫລວງໂຕກຽວ
ພະນະທ່ານ,
ຂ້າພະເຈົ້າຮູ້ສຶກເສົ້າສະຫລົດໃຈທີ່ໄດ້ຮັບຊາບຂ່າວໄພພິບັດນ້ຳຖ້ວມ ແລະ ດິນເຈື່ອນ ຢູ່ທາງພາກຕາເວັນຕົກຂອງ ຍີ່ປຸ່ນນັບແຕ່ວັນທີ 07 ກໍລະກົດ 2018 ເປັນຕົ້ນມາ ໄດ້ສ້າງຄວາມເສຍຫາຍໃຫ້ແກ່ຊີວິດ, ຊັບສິນ, ອາຄານສະຖານທີ່ ແລະ ລະບົບພື້ນຖານໂຄງລ່າງຢູ່ບໍລິເວນດັ່ງກ່າວຢ່າງໜັກໜ່ວງ.
ຂ້າພະເຈົ້າຂໍຕາງໜ້າລັດຖະບານ ແລະ ປະຊາຊົນ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ສະແດງຄວາມເຫັນໃຈ ແລະ ແບ່ງເບົາຄວາມທຸກໂສກມາຍັງ ພະນະທ່ານ ແລະ ຜ່ານພະນະທ່ານໄປຍັງ ລັດຖະບານກໍຄືປະຊາຊົນຍີ່ປຸ່ນໂດຍສະເພາະຜູ້ທີ່ໄດ້ຮັບເຄາະຮ້າຍ ແລະ ຄອບຄົວຂອງເຂົາເຈົ້າ ຈາກເຫດການໄພພິບັດທາງທຳມະຊາດໃນຄັ້ງນີ້.
ຂ້າພະເຈົ້າເຊື່ອໝັ້ນຢ່າງຍິ່ງວ່າ, ພາຍໃຕ້ຄວາມພະຍາຍາມ ແລະ ຄວາມເອົາໃຈໃສ່ ຂອງ ລັດຖະບານ ຍີ່ປຸ່ນໂດຍມີພະນະທ່ານເປັນຜູ້ຊິ້ນຳແລະດ້ວຍມູນເຊື້ອແຫ່ງຄວາມສາມັກຄີເປັນຈິດໜຶ່ງໃຈດຽວກັນຂອງປະຊາຊົນຍີ່ປຸ່ນ,ສະພາບການດັ່ງກ່າວຈະໄດ້ຮັບການຟື້ນຟູກັບຄືນສູ່ສະພາບປົກກະຕິໂດຍໄວ.
ດ້ວຍຄວາມນັບຖືຢ່າງສູງ,
ທອງລຸນ ສີສຸລິດ
ນາຍົກລັດຖະມົນຕີ
ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ