ສົມເດັດ ພະລາຊາ ຟີລິບ
ແຫ່ງ ລາຊະອານາຈັກ ແບນຊິກ
ນະຄອນຫຼວງບຣຸກແຊນ
ສົມເດັດ ພະລາຊາ,
ເນື່ອງໃນໂອກາດວັນຊາດ ແຫ່ງ ລາຊະອານາຈັກ ແບນຊິກ, ຕາງໜ້າໃຫ້ປະຊາຊົນລາວ ແລະ ໃນນາມສ່ວນຕົວ, ຂ້າພະເຈົ້າ ຂໍຖືເປັນກຽດສົ່ງຄຳຊົມເຊີຍອັນອົບອຸ່ນ ແລະ ພອນໄຊອັນປະເສີດ ມາຍັງ ສົມເດັດ ພະລາຊາ ແລະ ຜ່ານ ສົມເດັດ ພະລາຊາ ໄປຍັງປະຊາຊົນແບນຊິກທຸກຖ້ວນໜ້າ ຈົ່ງມີພະລານາໄມສົມບູນ ແລະ ມີຄວາມຈະເລີນວັດທະນາ.
ຂ້າພະເຈົ້າເຊື່ອໝັ້ນວ່າ ສາຍພົວພັນມິດຕະພາບ ແລະ ການຮ່ວມມືທີ່ດີ ລະຫວ່າງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ລາຊະອານາຈັກ ແບນຊິກ ຈະສືບຕໍ່ໄດ້ຮັບການເສີມຂະຫຍາຍຢ່າງບໍ່ຢຸດຢັ້ງ ເພື່ອຜົນປະໂຫຍດຂອງປະຊາຊົນສອງຊາດພວກເຮົາ.
ດ້ວຍຄວາມນັບຖືຢ່າງສູງ,
ບຸນຍັງ ວໍລະຈິດ
ປະທານປະເທດ
ແຫ່ງ ສາທາລະນະລັດ ປະຊາທິປະ ໄຕປະຊາຊົນລາວ
-------------------------------------------------------------------------------------------------------------------------------------
ພະນະທ່ານ ຊາກ ມິເຊວ
ນາຍົກລັດຖະມົນຕີ ແຫ່ງ ລາຊະອານາຈັກ ແບນຊິກ
ບຣຸກແຊນ
ພະນະທ່ານ,
ເນື່ອງໃນໂອກາດວັນຊາດ ແຫ່ງ ລາຊະອານາຈັກ ແບນຊິກ, ຕາງໜ້າໃຫ້ລັດຖະບານ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ໃນນາມສ່ວນຕົວ, ຂ້າພະເຈົ້າ ຂໍຖືເປັນກຽດສົ່ງຄຳຊົມເຊີຍອັນອົບອຸ່ນ ແລະ ພອນໄຊອັນປະເສີດ ມາຍັງ ພະນະທ່ານ ແລະ ຜ່ານ ພະນະທ່ານ ໄປຍັງລັດຖະບານ ແລະ ປະຊາຊົນແບນຊິກທຸກຖ້ວນໜ້າ.
ຂ້າພະເຈົ້າເຊື່ອໝັ້ນວ່າ ສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີ ລະຫວ່າງສອງປະເທດພວກເຮົາ ຈະສືບຕໍ່ໄດ້ຮັບການເສີມຂະຫຍາຍຢ່າງບໍ່ຢຸດຢັ້ງ ເພື່ອຜົນປະໂຫຍດລວມຂອງສອງຊາດພວກເຮົາ ກໍຄືເພື່ອສັນຕິພາບ ແລະ ການຮ່ວມມືສາກົນ.
ດ້ວຍຄວາມນັບຖືຢ່າງສູງ,
ທອງລຸນ ສີສຸລິດ
ນາຍົກລັດຖະມົນຕີແຫ່ງ
ສາທາລະນະລັດປະຊາທິປະໄຕປະຊາຊົນລາວ
-------------------------------------------------------------------------------------------------------------------------------------
ພະນະທ່ານ ດີດີເອ ຣຽນເດີ
ຮອງນາຍົກລັດຖະມົນຕີ
ລັດຖະມົນຕີກະຊວງການຕ່າງປະເທດ ແລະ ວຽກງານເອີຣົບ
ແຫ່ງ ລາຊະອານາຈັກ ແບນຊິກ
ບຣຸກແຊນ
ພະນະທ່ານ,
ເນື່ອງໃນໂອກາດວັນຊາດ ແຫ່ງ ລາຊະອານາຈັກແບນຊິກ, ຂ້າພະເຈົ້າ ຂໍສົ່ງຄຳຊົມເຊີຍຢ່າງຈິງໃຈ ແລະ ພອນໄຊອັນປະເສີດ ມາຍັງ ພະນະທ່ານ ຈົ່ງມີພາລະນາໄມສົມບຸນ ແລະ ປະສົບຜົນສຳເລັດທຸກປະການ ໃນໜ້າທີ່ອັນສູງສົ່ງຂອງຕົນ.
ຂ້າພະເຈົ້າເຊື່ອໝັ້ນວ່າ ສາຍພົວພັນມິດຕະພາບ ແລະ ການຮ່ວມມືທີ່ມີປະສິດທິພາບ ລະຫວ່າງສອງປະເທດພວກເຮົາ ທັງໃນຂອບສອງຝ່າຍ ແລະ ຫຼາຍຝ່າຍ ຈະໄດ້ຮັບການສືບຕໍ່ເສີມຂະຫຍາຍ ແລະ ເກີດດອກອອກຜົນຍິ່ງໆຂຶ້ນ ເພື່ອຜົນປະໂຫຍດຂອງປະຊາຊົນສອງຊາດພວກເຮົາ ກໍຄື ເພື່ອສັນຕິພາບໂລກ ແລະ ການຮ່ວມມືສາກົນ ເພື່ອການພັດທະນາແບບຍືນຍົງ.
ດ້ວຍຄວາມນັບຖືຢ່າງສູງ,
ສະເຫຼີມໄຊ ກົມມະສິດ
ລັດຖະມົນຕີກະຊວງການຕ່າງປະເທດ
ແຫ່ງສາທາລະນະລັດປະຊາທິປະໄຕປະຊາຊົນລາວ