ເຖິງ: - ສະຫາຍ ເຈີນ ດ໋າຍ ກວ່າງ, ປະທານປະເທດ ແຫ່ງ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ.
- ສະຫາຍ ຫງວຽນ ຊວັນ ຟຸກ, ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ.
ທີ່ ນະຄອນຫຼວງຮ່າໂນ້ຍ
ບັນດາສະຫາຍທີ່ນັບຖື,
ພວກຂ້າພະເຈົ້າໄດ້ຮັບຂ່າວດ້ວຍຄວາມເສົ້າສະຫຼົດໃຈ ແລະ ເປັນຫ່ວງເປັນໄຍຕໍ່ກັບເຫດການຜົນກະທົບຈາກພະຍຸເລກ 3 ທີ່ພັດເຂົ້າພາກກາງ ແລະ ພາກເໜືອ ຂອງ ຫວຽດນາມ ເຮັດໃຫ້ເກີດມີຜົນຕົກໜັກ, ນໍ້າຖ້ວມ ແລະ ດິນເຊາະເຈື່ອນ ຢູ່ບັນດາແຂວງ ເຫງະອານ, ຮວາບິງ, ກວາງນິ່ງ, ແທ່ງຮວ້າ, ເຊີນລາ, ຝູ້ເຖາະ, ອຽນບ້າຍ, ຫາຍຟອງ, ຫາຍເຢື່ອງ, ຮານາມ, ນາມດິງ, ຖ້າຍບິງ, ຮ່າຕີ້ງ. ຊຶ່ງໄດ້ສ້າງຄວາມເສຍຫາຍຢ່າງໜັກໜ່ວງເຖິງຊີວິດ ແລະ ຊັບສິນຂອງປະຊາຊົນຫວຽດນາມອ້າຍນ້ອງ ກໍ່ຄືພື້ນຖານໂຄງລ່າງຂອງບັນດາແຂວງທີ່ໄດ້ຖືກຜົນກະທົບໃນຄັ້ງນີ້.
ໃນນາມພັກ, ລັດຖະບານ ແລະ ປະຊາຊົນລາວ, ພວກຂ້າພະເຈົ້າ ຂໍສົ່ງຄວາມເຫັນອົກເຫັນໃຈ ແລະ ເສົ້າສະຫຼົດໃຈຢ່າງຈິງໃຈມາຍັງບັນດາສະຫາຍ ແລະ ໂດຍຜ່ານບັນດາສະຫາຍໄປຍັງພັກ, ລັດຖະບານ ແລະ ປະຊາຊົນຫວຽດນາມອ້າຍນ້ອງ ໂດຍສະເພາະແມ່ນອຳນາດການປົກຄອງ ແລະຄອບຄົວຜູ້ປະສົບເຄາະຮ້າຍໃນຄັ້ງນີ້ດ້ວຍ.
ພວກຂ້າພະເຈົ້າ ເຊື່ອໝັ້ນວ່າພາຍໃຕ້ການນຳພາ ແລະ ດ້ວຍຄວາມເອົາໃຈໃສ່ຢ່າງໃກ້ຊິດ ຂອງພັກ, ລັດຖະບານຫວຽດນາມ ທັງຂັ້ນສູນກາງ ແລະ ທ້ອງຖິ່ນ, ປະຊາຊົນຫວຽດນາມອ້າຍນ້ອງ ຈະຜ່ານຜ່າທຸກຄວາມຫຍຸ້ງຍາກນີ້ ແລະ ຟື້ນຟູຊີວິດການເປັນຢູ່ຂອງປະຊາຊົນໃນເຂດທີ່ໄດ້ຮັບຜົນກະທົບຈາກໄພທຳມະຊາດຄັ້ງນີ້ ໃຫ້ກັບຄືນສູ່ສະພາບປົກກະຕິໂດຍໄວ.
ດ້ວຍຄວາມນັບຖືຢ່າງສູງ,
ນະຄອນຫຼວງວຽງຈັນ, ວັນທີ 24 ກໍລະກົດ 2018
ບຸນຍັງ ວໍລະຈິດ,
ປະທານປະເທດ,
ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ
ທອງລຸນ ສີສຸລິດ,
ນາຍົກລັດຖະມົນຕີ,
ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ