ເຖິງ: - ສະຫາຍ ບຸນຍັງ ວໍລະຈິດ,
ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກປະຊາຊົນ ປະຕິວັດລາວ
ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ
- ສະຫາຍ ທອງລຸນ ສີສຸລິດ,
ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ
ນະຄອນຫຼວງວຽງຈັນ
ພວກຂ້າພະເຈົ້າ ຮູ້ສຶກສະເທືອນໃຈ ເມື່ອໄດ້ຮັບຂ່າວກ່ຽວກັບອຸບັດຕິເຫດຂອງໂຄງການກໍ່ສ້າງເຂື່ອນໄຟຟ້າ ເຊປຽນ-ເຊນໍ້ານ້ອຍ ຢູ່ແຂວງອັດຕະປື, ພາກໃຕ້ຂອງລາວ ໃນຕອນຄໍ່າວັນທີ 23/7/2018 ຊຶ່ງເຮັດໃຫ້ຫຼາຍຮ້ອຍຄົນຖືກຫາຍສາບສູນ ແລະ ຫຼາຍພັນຄອບຄົວຖືກສູນເສຍເຮືອນຊານບ້ານຊ່ອງ.
ຕາງໜ້າພັກ, ລັດ, ລັດຖະບານ ແລະ ປະຊາຊົນຫວຽດນາມ, ພວກຂ້າພະເຈົ້າຂໍສົ່ງຄວາມເຫັນອົກເຫັນໃຈ ແລະ ເສົ້າສະຫຼົດໃຈຢ່າງຈິງໃຈມາຍັງບັນດາສະຫາຍ ແລະ ປະຊາຊົນລາວອ້າຍນ້ອງ ພ້ອມກັບບັນດາຄອບຄົວຜູ້ປະສົບເຄາະຮ້າຍໃນຄັ້ງນີ້ດ້ວຍ. ພັກ, ລັດຖະບານ ແລະ ປະຊາຊົນຫວຽດນາມ ກຽມ ພ້ອມທີ່ຈະໃຫ້ການຊ່ວຍເຫລືອປະຊາຊົນລາວອ້າຍນ້ອງໃນຄວາມຫຍຸ້ງຍາກຄັ້ງນີ້.
ພວກຂ້າພະເຈົ້າເຊື່ອໝັ້ນວ່າ ພັກ, ລັດຖະບານ ແລະ ປະຊາຊົນລາວອ້າຍນ້ອງ ຈະສາມາດຜ່ານຜ່າທຸກຄວາມຫຍຸ້ງຍາກ ແລະ ຟື້ນຟູຜົນກະທົບຂອງອຸບັດຕິເຫດໃນຄັ້ງນີ້ໃຫ້ກັບຄືນສູ່ສະພາບປົກກະຕິໂດຍໄວ.
ຮ່າໂນ້ຍ, ວັນທີ 24 ກໍລະກົດ 2018
ຫງວຽນ ຝູ້ ຈ້ອງ
ເລຂາທິການຄະນະບໍລິຫານງານສູນກາງພັກ ກອມມູນິດ ຫວຽດນາມ
ເຈິ່ນ ດ໋າຍ ກວ່າງ
ປະທານປະເທດ ແຫ່ງ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ
ຫງວຽນ ຊັວນ ຟຸກ
ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ
ເຖິງ: ສະຫາຍ ນາງ ປານີ ຢາທໍ່ຕູ້,
ປະທານສະພາແຫ່ງຊາດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ
ທີ່ ນະຄອນຫຼວງວຽງຈັນ
ເມື່ອໄດ້ຮັບຂ່າວກ່ຽວກັບອຸບັດຕິເຫດຂອງໂຄງການກໍ່ສ້າງເຂື່ອນໄຟຟ້າເຊປຽນ-ເຊນໍ້ານ້ອຍ ເຊິ່ງເຮັດໃຫ້ນໍ້າຖ້ວມຢ່າງຮ້າຍແຮງ ແລະ ສ້າງຄວາມເສຍຫາຍຢ່າງໜັກໜ່ວງເຖິງຊີວິດຂອງປະຊາຊົນ ແລະ ຊັບສິນ ຢູ່ແຂວງອັດຕະປື, ພາກໃຕ້ລາວ, ຂ້າພະເຈົ້າຮູ້ສຶກຕົກໃຈ ແລະ ສະເທືອນໃຈ ຕໍ່ກັບຄວາມເສຍຫາຍອັນໃຫຍ່ຫຼວງຂອງປະຊາຊົນເຂດທີ່ຖືກຜົນກະທົບໃນຄັ້ງນີ້.
ຕາງໜ້າສະພາແຫ່ງຊາດ ແລະ ປະຊາຊົນ ແຫ່ງ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ, ຂ້າພະເຈົ້າ ຂໍສົ່ງຄວາມຢ້ຽມຢາມຖາມຂ່າວຢ່າງຈິງໃຈ ແລະ ເລິກເຊິ່ງມາຍັງສະຫາຍ ແລະ ປະຊາຊົນລາວ ອ້າຍນ້ອງ ພ້ອມດ້ວຍບັນດາຄອບຄົວຜູ້ປະສົບເຄາະຮ້າຍ ແລະ ບັນດາຜູ້ຖືກກະທົບໃນຄັ້ງນີ້.
ຂ້າພະເຈົ້າເຊື່ອໝ້ັນວ່າ, ພາຍໃຕ້ການນຳພາ ແລະ ເອົາໃຈໃສ່ ຂອງພັກ, ລັດ ແລະ ສະພາແຫ່ງຊາດ ລາວ, ປະຊາຊົນລາວອ້າຍນ້ອງຈະສາມາດຜ່ານຜ່າຄວາມເສຍຫາຍ, ແກ້ໄຂຜົນຮ້າຍຂອງອຸບັດຕິເຫດໃນຄັ້ງນີ້ໂດຍໄວ.
ສະພາແຫ່ງຊາດ ແລະ ປະຊາຊົນຫວຽດນາມ ຍາມໃດກໍ່ຢູ່ຄຽງຂ້າງປະຊາຊົນລາວ ອ້າຍນ້ອງໃນຊ່ວງເວລາ ທີ່ຫຍຸ້ງຍາກຄັ້ງນີ້.
ນະຄອນຫຼວງຮ່າໂນ້ຍ, ວັນທີ 25 ກໍລະກົດ 2018
ຫງວຽນ ຖິ ກີມ ເງິນ
ປະທານສະພາແຫ່ງຊາດ
ແຫ່ງ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ
ເຖິງ: ສະຫາຍ ສະເຫຼີມໄຊ ກົມມະສິດ,
ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ.
ນະຄອນຫຼວງວຽງຈັນ
ໄດ້ຮັບຂ່າວກ່ຽວກັບອຸບັດຕິເຫດຂອງໂຄງການກໍ່ສ້າງເຂື່ອນໄຟຟ້າ ເຊປຽນ-ເຊນໍ້ານ້ອຍ ຢູ່ແຂວງອັດຕະປື, ພາກໃຕ້ຂອງລາວ ໃນຕອນຄໍ່າວັນທີ 23/7/2018 ຊຶ່ງເຮັດໃຫ້ຫຼາຍຮ້ອຍຄົນຖືກຫາຍຊາບສູນ ແລະ ຫຼາຍພັນຄອບຄົວຖືກສູນເສຍເຮືອນຊານບ້ານຊ່ອງ, ຂ້າພະເຈົ້າຂໍສົ່ງຄໍາຢື້ຢາມຖາມຂ່າວຢ່າງຈິງໃຈມາຍັງ ສະຫາຍ ແລະ ໂດຍຜ່ານສະຫາຍໄປຍັງປະຊາຊົນລາວ ພ້ອມກັບບັນດາຄອບຄົວຜູ້ປະສົບເຄາະຮ້າຍໃນຄັ້ງນີ້ດ້ວຍ.
ພວກຂ້າພະເຈົ້າເຊື່ອໝັ້ນວ່າ ປະຊາຊົນລາວອ້າຍນ້ອງ ຈະສາມາດແກ້ໄຂຜົນກະທົບຂອງອຸບັດຕິເຫດໃນຄັ້ງນີ້ ແລະ ຟື້ນຟູຊີວິດການເປັນຢູ່ຂອງປະຊາຊົນໃຫ້ກັບສູ່ສະພາບປົກກະຕິໂດຍໄວ.
ດ້ວຍຄວາມນັບຖືຢ່າງສູງ.
ຮ່າໂນ້ຍ, ວັນທີ 24 ກໍລະກົດ 2018
ຟາມ ບິງ ມິ່ງ
ຮອງນາຍົກລັດຖະມົນຕີ,
ລັດຖະມົນຕີ ກະຊວງການຕ່າງປະເທດ ແຫ່ງ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ