ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ໂທລະເລກສະແດງຄວາມເຫັນໃຈ ຈາກການນໍາ ແຫ່ງ ສປ ຈີນ ຕໍ່ເຫດການອຸທົກກະໄພໃນແຂວງອັດຕະປື

 

ເຖິງ:

ສະຫາຍ ບຸນຍັງ ວໍລະຈິດ

ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ

ປະທານປະເທດ ແຫ່ງ ສປປ ລາວ

 

ທີ່ ນະຄອນຫລວງວຽງຈັນ

ສະຫາຍ ບຸນຍັງ ວໍລະຈິດ ທີ່ນັບຖື:

          ໂດຍໄດ້ຮັບຊາບວ່າ ແຂວງອັດຕະປື ແຫ່ງ ສປປ ລາວ ໄດ້ເກີດອຸບັດເຫດຂອງເຂື່ອນກັ້ນນ້ຳ ເຊິ່ງໄດ້ເຮັດໃຫ້ມີນ້ຳຖ້ວມດິນເຈື່ອນ ແລະ ໄດ້ສ້າງຄວາມເສຍຫາຍຢ່າງໜັກໜ່ວງ ໃຫ້ແກ່ຊີວິດ ແລະ ຊັບສິນຂອງປະຊາຊົນ. ຂ້າພະເຈົ້າ ຂໍຕາງໜ້າພັກ ລັດ ປະຊາຊົນຈີນ ແລະ ໃນນາມສ່ວນຕົວ ສະແດງຄວາມໄວ້ອາໄລເຖິງຜູ້ເສຍຊີວິດຢ່າງສຸດຊຶ້ງ ແລະ ສະແດງຄວາມເສຍໃຈນຳຄອບຄົວພີ່ນ້ອງຂອງຜູ້ເສຍຊີວິດ ແລະ ຄົນບາດເຈັບ ຢ່າງຈິງໃຈ.

          ຈີນ ແລະ ລາວ ເປັນຄູ່ຮ່ວມຊະຕາກຳທີ່ມີຄວາມໝາຍຍຸດທະສາດ ເປັນບ້ານໃກ້ເຮືອນຄຽງທີ່ດີ ເພື່ອນທີ່ດີ ສະຫາຍທີ່ດີ ແລະ ຄູ່ຮ່ວມມືທີ່ດີ. ພວກຂ້າພະເຈົ້າ ຮູ້ສຶກເສຍໃຈນຳ ທີ່ປະຊາຊົນລາວໄດ້ປະສົບເຄາະຮ້າຍຈາກໄພພິບັດ ແລະ ສູນເສຍທີ່ພັກ, ຍິນດີສະໜອງການຊ່ວຍເຫລືອທຸກດ້ານຕາມຄວາມຮຽກຮ້ອງຕ້ອງການ ແລະ ຄວາມປະສົງຂອງຝ່າຍລາວທີ່ສະເໜີ. ຂ້າພະເຈົ້າເຊື່ອໝັ້ນວ່າ ພາຍໃຕ້ການນຳພາອັນໜັກແໜ້ນເຂັ້ມແຂງ ທີ່ມີສະຫາຍເປັນແກນກາງ ປະຊາຊົນລາວຜູ້ປະສົບເຄາະຮ້າຍ ຈະສາມາດຜ່ານຜ່າຄວາມຫຍຸ້ງຍາກ ແລະ ຟື້ນຟູການຜະລິດ ແລະ ຊີວິດການເປັນຢູ່ໃຫ້ເປັນປົກກະຕິໂດຍໄວ.

 

          ດ້ວຍຄວາມເຄົາລົບຢ່າງສູງ

 

                                                                           ສີ ຈິ້ນຜິງ

                                                ເລຂາທິການໃຫຍ່ຄະນະກຳມະການສູນກາງພັກກອມມູນິດຈິນ

                                                                ປະທານປະເທດ ແຫ່ງ ສປ ຈີນ

                                                    ນະຄອນຫລວງປັກກິ່ງ ວັນທີ 25 ກໍລະກົດ ປີ 2018

 

 


 

 

ເຖິງ:

ສະຫາຍ ທອງລຸນ ສີສຸລິດ

ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ

 

ທີ່ ນະຄອນຫລວງວຽງຈັນ

ສະຫາຍ ນາຍົກລັດຖະມົນຕີ:

          ໂດຍໄດ້ຮັບຊາບວ່າ ແຂວງອັດຕະປື ແຫ່ງ ສປປ ລາວ ເກີດອຸບັດເຫດຂອງເຂື່ອນກັ້ນນ້ຳ ເຊິ່ງໄດ້ເຮັດໃຫ້ມີນ້ຳຖ້ວມດິນເຈື່ອນ ແລະ ໄດ້ສ້າງຄວາມເສຍຫາຍຢ່າງໜັກໜ່ວງ ໃຫ້ແກ່ຊີວິດ ແລະ ຊັບສິນຂອງປະຊາຊົນ. ຂ້າພະເຈົ້າ ຂໍຕາງໜ້າລັດຖະບານຈີນ ສະແດງຄວາມເສຍໃຈຕໍ່ອຸບັດເຫດຄັ້ງນີ້ ແລະ ສະແດງຄວາມໄວ້ອາໄລເຖິງຜູ້ເສຍຊີວິດຢ່າງສຸດຊຶ້ງ.

          ຂ້າພະເຈົ້າເຊື່ອໝັ້ນວ່າ ພາຍໃຕ້ການຊີ້ນຳນຳພາຂອງສະຫາຍ ແລະ ລັດຖະບານລາວ ພາຍໃຕ້ຄວາມຮ່ວມພະຍາຍາມທຸກຝ່າຍພາຍໃນປະເທດລາວ ຝ່າຍລາວຈະໄດ້ຮັບຜົນສຳເລັດ ໃນວຽກງານກູ້ໄພ ແລະ ສ້າງສາຄືນໃໝ່ຢ່າງແນ່ນອນ. ຝ່າຍຈີນຍິນດີສະໜອງການຊ່ວຍເຫລືອທຸກດ້ານ ຕາມຄວາມຮຽກຮ້ອງຕ້ອງການ ແລະ ຄວາມປະສົງຂອງຝ່າຍລາວທີ່ສະເໜີ.

 

                                                                                ຫຼີ ເຄິ້ຊຽງ

                                                                    ນາຍົກລັດຖະມົນຕີ ແຫ່ງ ສປ ຈີນ

                                                          ນະຄອນຫລວງປັກກິ່ງ ວັນທີ 25 ກໍລະກົດ ປີ 2018

 

 


 
 
ເຖິງ:
ສະຫາຍ ສະເຫລີມໄຊ ກົມມະສິດ
ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ
 
ທີ່ ນະຄອນຫລວງວຽງຈັນ
ສະຫາຍ ລັດຖະມົນຕີກະຊວງການຕ່າງປະເທດ ທີ່ນັບຖື:
          ໂດຍໄດ້ຮັບຊາບວ່າ ແຂວງອັດຕະປື ແຫ່ງ ສປປ ລາວ ເກີດອຸບັດເຫດຂອງເຂື່ອນກັ້ນນ້ຳ ເຊິ່ງໄດ້ເຮັດໃຫ້ມີນ້ຳຖ້ວມດິນເຈື່ອນ ແລະ ໄດ້ສ້າງຄວາມເສຍຫາຍຢ່າງໜັກໜ່ວງ ໃຫ້ແກ່ຊີວິດ ແລະ ຊັບສິນ. ຂ້າພະເຈົ້າ ຂໍສະແດງຄວາມໄວ້ອາໄລເຖິງຜູ້ເສຍຊີວິດຢ່າງສຸດຊຶ້ງ ແລະ ສະແດງຄວາມເສຍໃຈນຳຄອບຄົວຜູ້ປະສົບເຄາະຮ້າຍ ຢ່າງຈິງໃຈ.
 
                                                                                ຫວັງ ອີ້
                                                                      ທີ່ປຶກສາແຫ່ງລັດ ແລະ
                                                          ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປ ຈີນ
                                                          ນະຄອນຫລວງປັກກິ່ງ ວັນທີ 25 ກໍລະກົດ ປີ 2018
 
 

 

ແຈ້ງການ

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

*ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
490452
ມື້ນີ້5
ມື້ວານ213
ອາທິດນີ້1651
ເດືອນນີ້3845