ວັນທີ 25 ກໍລະກົດ 2018
ພະນະທ່ານ ທອງລຸນ ສີສຸລິດ
ນາຍົກລັດຖະມົນຕີ
ແຫ່ງສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ
ພະນະທ່ານ,
ຂ້າພະເຈົ້າ ຮູ້ສຶກເສົ້າສະຫຼົດໃຈເປັນຢ່າງຍິ່ງ ທີ່ໄດ້ຮັບຊາບຂ່າວການສູນເສຍຊີວິດ ແລະ ຊັບສິນ ເນື່ອງຈາກເຫດການເຂື່ອນໄຟຟ້າແຕກ ທີ່ແຂວງອັດຕະປື.
ລັດຖະບານ ແລະ ປະຊາຊົນ ແຫ່ງ ບຣູໄນ ດາຣູຊາລາມ ຂໍສະແດງຄວາມເສົ້າສະຫຼົດໃຈຢ່າງສຸດຊຶ້ງ ມາຍັງພະນະທ່ານ, ລັດຖະບານ ແລະ ປະຊາຊົນ ແຫ່ງ ສປປ ລາວ ໂດຍສະເພາະຕໍ່ບັນດາຄອບຄົວ ຂອງຜູ້ປະສົບໄພ ແລະ ໄດ້ຮັບຄວາມເສຍຫາຍຈາກເຫດການນຳ້ຖ້ວມໃນຄັ້ງນີ້.
ດ້ວຍຄວາມເຫັນໃຈ,
ສົມເດັດ ຊຸນຕານ ຮາຈິ ຮັດຊານານ ໂບນເກຍ
ແຫ່ງ ບຣູໄນ ດາຣູຊາລາມ