ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ປະທານປະເທດ ແຫ່ງ ສປປ ລາວ ສົ່ງສານອວຍພອນວັນເກີດເຈົ້າຊີວິດ ແຫ່ງ ຣາຊະອານາຈັກໄທ


ນະຄອນຫຼວງວຽງຈັນ, ວັນທີ 26 ກໍລະກົດ 2018

ສົມເດັດ,

          ໃນນາມປະຊາຊົນລາວ ກໍ່ຄືໃນນາມສ່ວນຕົວ, ຂ້າພະເຈົ້າ ຂໍຖືເປັນກຽດຢ່າງສູງ ຖວາຍພອນໄຊອັນປະເສີດມາຍັງ ສົມເດັດ ເນື່ອງໃນໂອກາດອັນເປັນສິລິມົງຄຸນ ວັນຄ້າຍວັນສະເຫຼີມພະຊົນມະພັນສາຂອງ ສົມເດັດ ຄົບຮອບ 66 ພັນສາ.

          ຂ້າພະເຈົ້າ ມີຄວາມປິຕິຍິນດີເປັນຢ່າງຍິ່ງທີ່ເຫັນວ່າ ໃນຊຸມປີຜ່ານມາສາຍພົວພັນມິດຕະພາບ ແລະ ການຮ່ວມມືໃນຖານເພື່ອນບ້ານໃກ້ຄຽງທີ່ດີ ທີ່ມີພາສາປາກເວົ້າ ແລະ ວັດທະນະທໍາທີ່ຄ້າຍຄືກັນ ມາແຕ່ບູຮານນະການ ລະຫວ່າງ ສອງປະເທດ ກໍ່ຄືປະຊາຊົນສອງຊາດ ລາວ ແລະ ໄທ ໄດ້ຮັບການເພີ່ມພູນຄູນສ້າງ ແລະ ຂະຫຍາຍຕົວຢ່າງຕໍ່ເນື່ອງ ໃນຂອບສອງຝ່າຍ ແລະ ຫຼາຍຝ່າຍ ແລະ ຫວັງເປັນຢ່າງຍິ່ງວ່າ    ສາຍພົວພັນ ແລະ ການຮ່ວມມືທີ່ມີມູນເຊື້ອອັນດີງາມດັ່ງກ່າວ ຈະສືບຕໍ່ໄດ້ຮັບການພັດທະນາ ໃຫ້ແຕກດອກອອກຜົນຍິ່ງໆຂື້ນ ໃນຊຸມປີຕໍ່ໜ້າ ເພື່ອນໍາເອົາຜົນປະໂຫຍດຕົວຈິງ ມາສູ່ປະຊາຊົນສອງຊາດ ລາວ ແລະ ໄທ ໃຫ້ນັບມືນັບຫຼາຍຂື້ນ.

ຂ້າພະເຈົ້າ ເຊື້ອໝັ້ນວ່າ ພາຍໃຕ້ພະບໍຣົມໂພທິສົມພານ ຂອງສົມເດັດ, ຣາຊະອານາຈັກໄທ      ຈະສືບຕໍ່ມີຄວາມຮົ່ມເຢັນເປັນສຸກ, ຈະເລີນຮຸ່ງເຮືອງ ແລະ ວັດທະນາຖາວອນຍິ່ງໆຂື້ນໄປ.

ຂໍຖວາຍພອນແດ່ ສົມເດັດ ຊົງມີພາລະນາໄມສົມບູນ, ມີຄວາມຜາສຸກ ແລະ ມີພະຊົນມາຍຸຍາວນານ ເປັນຮົ່ມໂພຮົ່ມໄຊ ໃຫ້ແກ່ປະຊາຊົນໄທ ຕະຫຼອດໄປ.

ດ້ວຍຄວາມນັບຖືຢ່າງສູງ.

   

                   (ລາຍເຊັນ)

                  ບຸນຍັງ ວໍລະຈິດ

ສົມເດັດພະເຈົ້າຢູ່ຫົວມະຫາວະຊິຣາລົງກອນ

ບໍດິນທະຣະເທບພະຍະວະຣາງກູນ          

ແຫ່ງ ຣາຊະອານາຈັກໄທ

ທີ່ ບາງກອກ

 


 

ແຈ້ງການ

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

*ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
490475
ມື້ນີ້28
ມື້ວານ213
ອາທິດນີ້1674
ເດືອນນີ້3868