ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ຈົດໝາຍສະແດງຄວາມເສົ້າສະຫຼົດໃຈ ຈາກ ການນໍາ ສ. ເກົາຫຼີ ຕໍ່ເຫດການອຸທົກກະໄພຢູ່ ແຂວງອັດຕະປື


ວັນ​ທີ 26 ກໍລະກົດ 2018

ພະນະ​ທ່ານ ປະທານ​ປະ​ເທດ (​ແຫ່ງ ສາທາ​ລະນະ​ລັດ ປະຊາທິປະ​ໄຕ ປະຊາຊົນລາວ)

ຂ້າພະ​ເຈົ້າ ​ໄດ້​ຮັບ​ຂ່າວ​ເສົ້າ​ສະຫຼົດ​ໃຈ ​ແລະ ໜ້າ​ເສຍດາຍ ຢ່າງ​ເຫຼື​ອລົ້ນ ກ່ຽວ​ກັບ​ເຫດ​ສຸດ​ວິ​ໄສ ​ເຂື່ອນ​ແຕກ ທີ່​ແຂວງ​ອັດ​ຕະປື ​ໃນ​ວັນ​ທີ 23 ກໍລະກົດ​ຜ່ານ​ມາ ຊຶ່ງ​ເຮັດ​ໃຫ້​ປະຊາຊົນ​ຈຳນວນ​ຫຼາຍ ​ໃນ​ເຂດ​ດັ່ງກ່າວ​ເສຍ​ຊີວິດ ​ແລະ ຫຼາຍ​ພັນ​ຄົນ ບໍ່​ມີ​ທີ່ຢູ່​ອາ​ໄສ.

​ໃນ​ນາມ​ຕາງໜ້າ​ລັດຖະບານ ​ແລະ ປະຊາຊົນ ສາທາ​ລະນະ​ລັດ ​ເກົາຫຼີ, ຂ້າພະ​ເຈົ້າ ຂໍ​ສະ​ແດງ​ຄວາມ​ໂສກ​ເສົ້າ​ເສຍ​ໃຈ ​ແລະ ​ແບ່ງ​ເບົາ ຄວາມ​ທຸກ​ໂສກ​ ມາ​ຍັງປະຊາຊົນ​ລາວ​ໂດຍ​ສະ​ເພາະ ​ແມ່ນ​ຄອບຄົວ​ທີ່​ໄດ້​ຮັບ​ຜົນ​ເສຍ​ຫາຍ​ຢ່າງ​ໜັກ​ໜ່ວງ ​ໃນ​ຄັ້ງ​ນີ້.

ລັດຖະບານ​ເກົາຫຼີ ຈະ​ພະຍາຍາມ ຢ່າງ​ສຸດ​ຄວາມ​ສາມາດ ​ໃນ​ການ​ຊ່ວຍ​ເຫຼືອ ​ແກ່​ປະຊາຊົນ​ລາວ ທີ່​ໄດ້​ຮັບຜົນ​ກະທົບ ຈາກ​​ເຫດການ​ນ້ຳ​ຖ້ວມ ຈາກ​ເຫດການ​ເຂື່ອນ​ໄຟຟ້າ ​ໃນ​ຄັ້ງ​ນີ້.

ຂ້າພະ​ເຈົ້າ ​ເຊື່ອ​ແນ່​ວ່າ ພາຍ​ໃຕ້​ການ​ຊີ້​ນຳ-​ນຳພາ​ຂອງ​ພະນະ​ທ່ານ, ຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ​ທ້ອງ​ຖິ່ນ ທີ່​ໄດ້​ຮັບ​ຜົນ​ກະທົບ ຈະ​ໄດ້​ຮັບ​ການ​ຟື້ນ​ຟູ​ຄືນ​ໃໝ່ ​ໄດ້​ຢ່າງ​ວ່ອງ​ໄວ ​ແລະ ປະຊາຊົນ​ລາວ ທີ່​ໄດ້​ຮັບ​ຜົນ​ກະທົບ ຈະ​ສາມາດ​ຜ່ານ​ຜ່າ​ຄວາມ​ໂສກ​ເສົ້າ-​ເສຍ​ໃຈ ​ແລະ ຄວາມທຸກ​ທໍລະມານ ​ໃນ​ຄັ້ງນີ້ ​ໄປ​ດ້ວຍ​ດີ.

ປະທານາທິບໍດີ ​ແຫ່ງ ສາທາລະນະ​ລັດ​ ເກົາຫຼີ

ມູນ ​ແຈ​ອິນ

ພະນະ​ທ່ານ ບຸນ​ຍັງ ວໍລະ​ຈິດ

ປະທານ​ປະ​ເທດ

​ແຫ່ງ ສາທາ​ລະນະ​ລັດ ປະຊາທິປະ​ໄຕປະຊາຊົນລາວ

 


 

 

ວັນ​ທີ 25 ກໍລະກົດ 2018

 

ທ່ານ ລັດຖະມົນຕີ ທີ່​ນັບຖື

 

ຂ້າພະ​ເຈົ້າ​ຂໍ​ສະ​ແດງ​ຄວາມ​ໂສກ​​ເສົ້າ-​ເສຍ​ໃຈ​ແລະ ​ແບ່ງ​ເບົາ​ຄວາມທຸກ​ໂສກ ມາ​ຍັງ​ພະນະ​ທ່ານ ຕໍ່​ກັບ​ເຫດການ​ເຂື່ອນ​ແຕກ ​ໃນ​ແຂວງ​ອັດ​ຕະປື ຊຶ່ງ​ໄດ້​ສ້າງ​ຄວາມ​ເສຍ​ຫາຍ​ຢ່າງ​ໜັກ​ໜ່ວງ​ທາງ​ດ້ານ​ຊີ​ວິດ-​ຊັບ​ສິນ ທັງ​ເຮັດ​ໃຫ້​ປະຊາຊົນ​ຈຳນວນ​ຫຼາຍ​ພັນ​ຄົນ ຂາດ​ທີ່ຢູ່​ອາ​ໄສ.

 

ທາງ​ລັດ​ຖະບານ​​ເກົາຫຼີ ຈະ​ໃຫ້ການ​ສະໜັບສະໜູນ ​ແກ່​ບັນດາ​ປະຊາຊົນ​ລາວ ທີ່​ໄດ້​ຮັບ​ຜົນ​ກະທົບ​ຈາກ ​ເຫດການ​ເຂື່ອນ​ໄຟຟ້າ ​ໃນ​ຄັ້ງ​ນີ້.

 

ຂ້າພະ​ເຈົ້າ ​ເຊື່ອ​ແນ່​ວ່າ ປະຊາຊົນ​ລາວ ກໍ່​ຄື ຊາວບ້ານ ທີ່​ໄດ້​ຮັບ​ຜົນ​ກະທົບ ຈະ​ສາມາດ​ຜ່ານ​ຜ່າ​ອຸປະ​ສັກ​ທີ່​ຫຍຸ້ງຍາກ​ໃນ​ຄັ້ງ​ນີ້​ໄປ​ໄດ້. ລັດຖະບານ​ເກົາຫຼີ​ພວກ​ເຮົາ ຈະ​ໃຫ້ການ​ຮ່ວມ​ມື​ກັບ ລັດຖະບານ ​ແຫ່ງ ສປປ ລາວ ​ເພື່ອ​ແກ້​ໄຂ​ບັນຫາ​ທີ່​ເກີດ​ຂຶ້ນ​ດັ່ງກ່າວ ​ໃຫ້​ລຸ​ລ່ວງ​ໄປ​ດ້ວຍ​ດີ.

 

ກັງ ກຽງ ຮົວ

ລັດຖະມົນຕີ​ການ​ຕ່າງປະ​ເທດ ​ແຫ່ງ ສາທາລະນະ​ລັດ ​ເກົາຫຼີ

 

ທ່ານ ສະ​ເຫຼີ​ມ​ໄຊ ກົມມະ​ສິດ

ລັດຖະມົນຕີ​ການ​ຕ່າງປະ​ເທດ ​

ແຫ່ງ ສາທາ​ລະນະ​ລັດ ປະຊາທິປະ​ໄຕ ປະຊາຊົນລາວ

 


 

 

ແຈ້ງການ

   

* ປະທານປະເທດ ແຫ່ງ ສປປ ລາວ ຈະຢ້ຽມຢາມເຮັດວຽກຢູ່ ສະຫະພັນ ຣັດເຊຍ (06 ພຶດສະພາ 2024)

 

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

*ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
487931
ມື້ນີ້41
ມື້ວານ136
ອາທິດນີ້293
ເດືອນນີ້1324